ແຜນງານສ້າງຄູອາຊີວະສຶກສາ

ລາຍລະອຽດຂອງໂຄງການ

ຊື່ໂຄງການ : ແຜນງານ ສ້າງຄູອາຊີວະສຶກສາ
ໃຫ້ທຶນໂດຍ : ກະຊວງ ການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ (BMZ)
ປະເທດ : ລາວ
ຄູ່ຮ່ວມງານໂຄງການ : ກະຊວງ ສຶກສາທິການ ແລະ ກິລາ
ໄລຍະໂຄງການ : 2012 ຫາ 2016

Laos  © GIZ

ຄວາມເປັນມາ

ການຮ່ວມມື ລາວ-ເຢຍລະມັນ ໃນດ້ານອາຊີວະສຶກສາ ແລະ ການຝຶກອົບຮົມວິຊາຊີບ ໄດ້ເລີ້ມຕົ້ນ ໃນລະຫວ່າງຊຸມ ປີ 1960. ລະບົບອາຊີວະສຶກສາປະກອບດ້ວຍສອງສ່ວນ ຂອງປະເທດເຢຍລະມັນ ໂດຍເນັ້ນໜັກຢ່າງແຂງແຮງໃສ່ການປະຕິບັດຕົວຈິງແມ່ນເປັນທີ່ຍອມຮັບໃນທົ່ວໂລກ.

ພາຍໃຕ້ການຊີ້ນຳຂອງ ກະຊວງສຶກສາທິການ ແລະ ກິລາ, ໂຮງຮຽນຝຶກອົບຮົມວິຊາຊີບຂອງລັດ 22 ແຫ່ງ ໃນທົ່ວປະເທດໄດ້ໃຫ້ການສຶກສາດ້ານວິຊາຊີບ ໃນຫຼາກຫຼາຍວິຊາ. ແຕ່ວ່າຫຼັກສູດໃນໂຮງຮຽນດັ່ງກ່າວ ສ່ວນຫຼາຍແລ້ວແມ່ນເປັນທິດສະດີຫຼາຍໂພດ ແລະ ຄູອາຈານກໍຍັງຂາດທັກສະດ້ານວິຊາການ ແລະ ວິຊາຄູ.

ດ້ວຍການກ້າວເຂົ້າເປັນປະຊາຄົມເສດຖະກິດອາຊຽນ ທີ່ຈະມາເຖິງນີ້, ລັດຖະບານລາວ ມີຄວາມກະຕືລືລົ້ນໃນການພັດທະນາກຳລັງແຮງງານ ທີ່ມີສີມືສູງ ດ້ວຍການປັບປຸງຄຸນນະພາບຂອງອາຊີວະສຶກສາ.

ຈຸດປະສົງ

ການສຶກສາ ແລະ ການຝຶກອົບຮົມຄູອາຊີວະສຶກສາ ແມ່ນໄດ້ຮັບການປັບປຸງ ທາງດ້ານຄຸນນະພາບ ແລະ ປະລິມານ.

ເປົ້າໝາຍ

ການຝຶກອົບຮົມວິຊາຊີບ ແມ່ນຂໍກະແຈສຳຄັນ ໃນການສືບຕໍ່ພັດທະນາເສດຖະກິດ. ສະນັ້ນ, ແຜນງານສ້າງຄູອາຊີວະສຶກສາ ຈຶ່ງມີເປົ້າໝາຍເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບອາຊີວະສຶກສາ ແລະ ການຝຶກອົບຮົມວິຊາຊີບດ້ານເຕັກນິກ (TVET) ຂອງລາວ ດ້ວຍການເພີ່ມທະວີຈຳນວນຄູອະຊີວະສຶກສາ ທີ່ໄດ້ຮັບການຝຶກອົບຮົມເປັນຢ່າງດີ.

ໂຄງການດັ່ງກ່າວ ຮ່ວມມືຢ່າງໃກ້ຊິດກັບ ກະຊວງສຶກສາທິການ ແລະ ກິລາ, ສະຖາບັນພັດທະນາອາຊີວະສຶກສາ ແລະ ພະແນກ ສ້າງຄູອາຊີວະສຶກສາ (ຄະນະວິສະວະກຳສາດ) .

ໂຄງການນີ້ ຍັງຊ່ວຍປັບປຸງຫຼັກສູດໃຫ້ທັນສະໄໝຂຶ້ນ ແລະ ເຮັດໃຫ້ຜູ້ບັນຍາຍມີຄຸນນະວຸດຂຶ້ນ. ຈຸດສຸມສຳຄັນອັນໜຶ່ງອີກແມ່ນນຳເອົາເນື້ອໃນ ທີ່ກ່ຽວຂ້ອງໂດຍກົງປະສົມປະສານເຂົ້າເພື່ອສ້າງຄວາມສາມາດດ້ານເຕັກນິກໃຫ້ແກ່ຄູ ແລະ ນັກຮຽນອາຊີວະສຶກສາ. ຜົນໄດ້ຮັບກໍຄຶການຝຶກອົບຮົມຕອບສະໜອງຕາມ ຄວາມຕ້ອງການຕົວຈິງ ຂອງເສດຖະກິດ. ດ້ວຍເຫດນັ້ນ, ໂຄງການນີ້ ຈຶ່ງຍັງມີເປົ້າໝາຍເພື່ອສ້າງຕັ້ງການຮ່ວມມືໃຫ້ຫຼາຍຂຶ້ນກວ່າເກົ່າ ລະຫວ່າງ 2 ສະຖາບັນ ຄູອາຊີວະສຶກສາ ແລະ ບັນດານາຍຈ້າງໃນອະນາຄົດຂອງນັກຮຽນທີ່ຮຽນຈົບ. ໂດຍການສົ່ງເສີມອາຊີບຂອງຄູວິຊາຊີບ, ໂຄງການ ມີຈຸດປະສົງມຸ້ງໝາຍທີ່ຈະ ເພີ່ມຈໍານວນຂອງຄົນລາວ ທີ່ມີຄວາມສົນໃຈໃນການຮຽນການສອນອາຊີບນີ້ ເພື່ອຊ່ວຍ ແລະ ສະຫນັບສະຫນູນການພັດທະນາເສດຖະກິດຂອງປະເທດ.

ສິ່ງທີ່ພວກເຮົາໄດ້ບັນລຸ

ຈຳນວນນັກຮຽນ ທີ່ໄດ້ລົງທະບຽນຮຽນ ໃນພາກວິຊາສ້າງຄຸອາຊີວະ ໄດ້ເພິ່ມຂຶ້ນ ຈາກ 14 ຄົນຢູ່ໃນຊ່ວງທ້າຍປີ 2009 ເຖິງ 70 ຄົນໃນທ້າຍປີ 2012 ໂດຍສ່ວນໃຫຍ່ແມ່ນແມ່ຍິງ 50 ເປີເຊັນ.

ກົດໝາຍວ່າດ້ວຍອາຊີວະສຶກສາ(TVET Law) ສະບັບໃໝ່ແມ່ນໄດ້ຖືກຮັບຮອງເອົາ ແລະ ມາດຖານສໍາລັບຄູອາຊີວະ ແມ່ນໄດ້ຖຶກສ້າງຂຶ້ນ. ເພື່ອເນັ້ນໃສ່ ພາກປະຕິບັດຕົວຈິງຫຼາຍຂຶ້ນ ຈຶ່ງໄດ້ມີການປັບປຸງຫຼັກສູດການຮຽນ-ການສອນ ໂດຍອີງຕາມມາດຖານເຫຼົ່ານັ້ນ ເຊິ່ງວ່າເອກະສານແມ່ນໄດ້ສົ່ງໃຫ້ ກະຊວງ ສຶກສາທິການ ແລະ ກິລາ ສປປ ລາວ ເພື່ອຂໍອະນຸມັດຮັບຮອງ.

ເພື່ອສະໜັບສະໜູນຄູ່ມືຫຼັກສູດໃຫ້ມີການສອນພາກປະຕິບັດຕົວຈິງຫຼາຍຂຶ້ນ ໂດຍໄດ້ພັດທະນາຄູ່ມືໃນ 4 ວິຊາການປະກອບອາຊີບຫຼັກ, ເຊິ່ງວ່າຄູອາຈານ ແລະ ນັກຮຽນ ກໍ່ໄດ້ເຂົ້າຮ່ວມການຝຶກອົບຮົມ ດ້ານການນຳໃຊ້ຄູ່ມືເປັນທີ່ຮຽບຮ້ອຍແລ້ວ.

ກອງປະຊຸມແລກປ່ຽນຫຼາຍໆຄັ້ງ ແລະ ຫ້ອງຮຽນຈຳນວນຫຼວງຫຼາຍ ທີ່ພະແນກສ້າງຄູອາຊີວະສຶກສາ (ຄະນະວິສະວະກຳສາດ) ແມ່ນໄດ້ຮັບການປັບປຸງ ແລະ ຕິດຕັ້ງອຸປະກອນບາງຊະນິດເຊັ່ນ: ຫ້ອງທົດລອງດ້ານໄອທີ ແລະ ຫ້ອງຝຶກງານຂະແໜງໄຟຟ້າກົນຈັກ ທັງນີ້ ກໍ່ເພື່ອເປັນການອໍານວຍຄວາມສະດວກ ໃຫ້ແກ່ຄູ ອາຈານ ເນັ້ນໃສ່ພາກປະຕິບັດຕົວຈິງຫຼາຍຂື້ນ.

ພ້ອມກັນນັ້ນ ກໍ່ໄດ້ຮ່າງເອກະສານ ແລະ ແບບຟອມ ສຳລັບນັກຮຽນວິຊາຊີບ ທີ່ຈະໄປລົງຝຶກງານດ້ານອຸດສະຫະກຳໃນບໍລິສັດໃດໜຶ່ງ ເຊິ່ງວ່າເອກະສານດັ່ງ ກ່າວແມ່ນໄດ້ສົ່ງໃຫ້ ກະຊວງສຶກສາທິການ ແລະ ກິລາ ເພື່ອຂໍອະນະມັດ.

ໂຄງການຍົກລະດັບຄວາມຮູ້ຄວາມສາມາດ ແມ່ນໄດ້ຮັບການພັດທະນາ ໂດຍໄດ້ຄັດເລືອກເອົາຄູອາຈານທີ່ສັງກັດຢູ່ໂຮງຮຽນອາຊີວະສຶກສາທົ່ວປະເທດຈຳນວນ 10 ຄົນ ເພື່ອໄປຝຶກອົບຮົມຢູ່ຕ່າງປະເທດໃນເວລາ 1 ປີ. ທັ້ງນີ້ກໍ່ເພື່ອການກະກຽມໃຫ້ເຂົາເຈົ້າເປັນຄູທະວີຄູນ ແລະ ປະກອບສ່ວນເຂົ້າໃນການປັບປຸງຄຸນນະພາບໂດຍລວມຂອງການຝຶກອົບຮົມວິຊາຊີບ.

ບັນດາຄູອາຈານ ແລະ ນັກຮຽນ ທີ່ສັງກັດຢູ່ສະຖາບັນພັດທະນາອາຊີວະສຶກສາ ແມ່ນໄດ້ຮັບຜົນປະໂຫຍດຈາກການຝຶກອົບຮົມການສອນນັກຮຽນພິການ.

ນອກຈາກນີ້, ບັນດາທ່ານຜູ້ນໍາຂັ້ນສູງຂອງປະເທດລາວ ແລະ ບັນດາຜູ້ປະກອບການທາງພາກເອກະຊົນ ກໍ່ໄດ້ໄປທັດສະນະສຶກສາຢູ່ປະເທດເຢຍລະມັນ ເພື່ອສ້າງຄວາມຄຸ້ນເຄີຍກັບລະບົບການພັດທະນາອາຊີວະສຶກສາ ແລະ ຮຽນຮູ້ເອົາປະສົບການຂອງລະບົບການໃຊ້ແຮງງານ ໃນປະເທດເຢຍລະມັນອີກດ້ວຍ.

Laos  © GIZ