ແຜນງານເຊື່ອມໂຍງເສດຖະກິດອາຊຽນຂອງ ສປປ ລາວ, ເພື່ອການພັດທະນາດ້ານທຸລະກິດ ແລະ ການຄ້າ (RELATED)

Project description

ຊື່ໂຄງການ: ແຜນງານເຊື່ອມໂຍງເສດຖະກິດອາຊຽນຂອງ ສປປ ລາວ, ເພື່ອການພັດທະນາດ້ານທຸລະກິດ ແລະ ການຄ້າ (RELATED)
ໃຫ້ທຶນໂດຍ: ກະຊວງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ແຫ່ງ ສະຫະພັນ ສາທາລະນະລັດ ເຢຍລະມັນ (BMZ)
ປະເທດ: ສປປ ລາວ
ຄູ່ຮ່ວມງານໂຄງການ: ກະຊວງ ແຜນການ ແລະ ການລົງທຶນ; ກະຊວງ ອຸດສາຫະກຳ ແລະ ການຄ້າ; ສະພາ ອຸດສາຫະກຳ ແລະ ການຄ້າ ຂອງລາວ
ໄລຍະໂຄງການ: 2017 to 2020

la-thai-friendship-bridge-trade

ຄວາມເປັນມາ

ການສ້າງປະຊາຄົມເສດຖະກິດອາຊຽນ (AEC) ໃນປີ 2015 ເປັນຂີດໝາຍສໍາຄັນຂອງການເຊື່ອມໂຍງເສດຖະກິດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ນັບແຕ່ AEC ໄດ້ສ້າງຕະຫຼາດຂອງພາກພື້ນທີ່ມີການເຊື່ອມໂຍງສູງ ໂດຍປະກອບມີຜູ້ຊົມໃຊ້ເຖິງ 625 ຄົນ ຊຶ່ງອໍານາດໃນການຊື້ລວມກັນທັງໝົດ 2.3 ຕື້ໂດລາສະຫະລັດ. ສໍາລັບປະເທດນ້ອຍ ແລະ ບໍ່ມີຊາຍແດນຕິດກັບທະເລຄື ສປປ ລາວ, ຕະຫຼາດ ແລະ ຖານການຜະລິດຂອງອາຊຽນ ໄດ້ສ້າງທ່າແຮງທາງດ້ານເສດຖະກິດອັນໃຫຍ່ຫຼວງ ໂດຍການເປີດໂອກາດເພີ່ມຕື່ມໃນການເຂົ້າເຖິງຕະຫຼາດພາກພື້ນ ແລະ ຕ່ອງໂສ້ມູນຄ່າ.  

ເຖິງຢ່າງໃດກໍຕາມ, ໂອກາດຕ່າງໆທີ່ເກີດຂຶ້ນໃໝ່ໃນ AEC ກໍ່ມາພ້ອມກັບບັນຫາທ້າທາຍຢ່າງຫຼວງຫຼາຍ ໃຫ້ກັບ ພາກລັດ ແລະ ພາກເອກະຊົນຂອງ ສປປ ລາວ. ຕົວຢ່າງ, ລັດຖະບານລາວ ຕ້ອງໄດ້ຈັດຕັ້ງປະຕິບັດການ ປ່ຽນແປງນິຕິກໍາ ແລະ ຂັ້ນຕອນຕ່າງໆ ຂອງສປປ ລາວ ເພື່ອເຮັດໃຫ້ ສອດຄ່ອງກັບສັນຍາຕ່າງໆຂອງອາຊຽນ. ຄຽງຄູ່ກັບຄວາມຮູ້ທາງດ້ານວິຊາການທີ່ກວ້າງຂວາງ ແລະ ເລິກເຊິ່ງແລ້ວ, ການປະສານງານຢ່າງຕໍ່ເນື່ອງຂອງໜ່ວຍງານລັດຈາກຫຼາຍຂະແໜງການ ກໍ່ແມ່ນສິ່ງສໍາຄັນ ແລະ ຈໍາເປັນຢ່າງຍິ່ງ.  

ໃນຂະນະດຽວກັນ, ພາກທຸລະກິດ ຕ້ອງໄດ້ປະເຊີນໜ້າ ກັບການຄ້າເສລີທີ່ເພີ່ມຂຶ້ນ ແລະ ການແຂ່ງຂັນທີ່ຮຸນແຮງຂຶ້ນຈາກບັນດາປະເທດອາຊຽນທີ່ມີເສດຖະກິດກ້າວໜ້າກວ່າ. ປັດຈຸບັນນີ້, ການສົ່ງອອກຕົ້ນຕໍຂອງ ສປປ ລາວ ແມ່ນ ພະລັງງານ ແລະ ຊັບພະຍາກອນທໍາມະຊາດ ຊຶ່ງທັງສອງປະເພດນີ້ ເປັນທຸລະກິດທີ່ໃຊ້ເງິນລົງທຶນສູງ ແລະ ມີຜົນກະທົບທີ່ຈໍາກັດຕໍ່ກັບການສ້າງວຽກເຮັດງານທໍາໃຫ້ກັບຄົນພາຍໃນປະເທດ. ທຸລະກິດຂອງລາວຈໍານວນຫຼວງຫຼາຍ ແມ່ນ ວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs). ສະນັ້ນ, ການສ້າງຄວາມເຂັ້ມແຂງໃນການພັດທະນາ SME ຈະເຮັດໃຫ້ ສປປ ລາວ ສາມາດເຊື່ອມໂຍງເຂົ້າກັບ AEC ຢ່າງມີສ່ວນຮ່ວມ ແລະ ຍືນຍົງ. 

ຈຸດປະສົງ

ລັດຖະບານລາວ ໄດ້ປັບປຸງ ດ້ານນິຕິກໍາ ແລະ ຂັ້ນຕອນຕ່າງໆ ສໍາລັບການຄ້າ ແລະ ການລົງທຶນໃນພາກພື້ນ. ພາກເອກະຊົນ ໃນ ສປປ ລາວ ສາມາດສວຍໃຊ້ປະໂຫຍດຈາກໂອກາດຕ່າງໆທີ່ເກີດຈາກ AEC, ໃນຂະນະດຽວກັນ, ກໍ່ຫຼຸດຄວາມສ່ຽງທີ່ກ່ຽວຂ້ອງໃຫ້ມີໜ້ອຍທີ່ສຸດ.

la-regional-markets2_rdax_350x223

ເປົ້າໝາຍ

ໂດຍການຮ່ວມມື ກັບບັນດາພາກສ່ວນກ່ຽວຂ້ອງ ທັງຈາກພາກລັດ ແລະ ເອກະຊົນ, ໂຄງການ RELATED ສຸມໃສ່ ສາມຂົງເຂດຕົ້ນຕໍ ຊຶ່ງ ມີຈຸດປະສົງ ເພື່ອ:  

  • ປັບປຸງ ນະໂຍບາຍທີ່ກ່ຽວຂ້ອງກັບ AEC ໃນຂົງເຂດການຄ້າສິນຄ້າ, ການຄ້າດ້ານການບໍລິການ ແລະ ການລົງທຶນ. 
  • ພັດທະນາ ແລະ ສະໜອງ ການບໍລິການທີ່ກ່ຽວຂ້ອງກັບ AEC ບົນພື້ນຖານຄວາມຕ້ອງການ ສໍາລັບພາກເອກະຊົນ. 
  • ປັບປຸງສະພາບເງື່ອນໄຂຂອງບັນດາວິສາຫະກິດເອກະຊົນຕ່າງໆ ເພື່ອສາມາດຕອບສະໜອງ ກັບການແຂ່ງຂັນທີ່ເພີ່ມຂຶ້ນຈາກ ການເຊື່ອມໂຍງເຂົ້າ AEC.

ໂຄງການ RELATED ແມ່ນ ມີແນວຄວາມຄິດໃນການໃຫ້ຄໍາແນະນໍາ ເພື່ອການພັດທະນາໃນຕໍ່ໜ້າ ແລະ ທັງປັງປຸງ ແຜນວຽກແຫ່ງຊາດຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດ ແຜນວຽກຂອງ ປະຊາຄົມເສດຖະກິດອາຊຽນ 2025 ຢ່າງປົກກະຕິ ໃນຂົງເຂດ ການຄ້າດ້ານສິນຄ້າ, ການຄ້າດ້ານການບໍລິການ ແລະ ການລົງທຶນ. ພ້ອມນັ້ນ, ໂຄງການຍັງສະໜັບສະໜູນ ການຈັດຕັ້ງປະຕິບັດ ບັນດາມາດຕະການທີ່ຖືກຄັດເລືອກຂອງແຜນວຽກນີ້ ສໍາລັບປີ 2018-2020. ໂຄງການ RELATED ຍັງໃຫ້ຄໍາແນະນໍາທາງດ້ານວິຊາການ ແກ່ບັນດາໜ່ວຍງານຕ່າງໆທີ່ກ່ຽວຂ້ອງ ເພື່ອດັດປັບນິຕິກໍາ, ຂັ້ນຕອນ ແລະ ມາດຕະຖານແຫ່ງຊາດ ໂດຍສອດຄ່ອງກັບ ພັນທະສັນຍາຂອງ AEC ໃນຂະແໜງການທີ່ຖືກຄັດເລືອກ. 

ສໍາລັບການສະໜອງການບໍລິການ ທີ່ກ່ຽວຂ້ອງກັບ AEC ສໍາລັບພາກທຸລະກິດ, ໄດ້ມີຈຸດສຸມສະເພາະ ເພື່ອສະໜັບສະໜູນ ສູນບໍລິການ       ວິສາຫະກິດຂະໜາດນ້ອຍ ແລະ ກາງ. ການບໍລິການທີ່ກ່ຽວຂ້ອງກັບ AEC ບົນພື້ນຖານຄວາມຕ້ອງການ ລວມເຖິງ ຂໍ້ມູນສະເພາະຂອງ    ຂະແໜງການກ່ຽວກັບການປ່ຽນແປງສໍາຄັນທີ່ເກີດຈາກ AEC ສໍາລັບວິສາຫະກິດລາວ, ຄວາມໝາຍສໍາຄັນ ແລະ ມາດຕະການຕ່າງໆ ເພື່ອກະກຽມໃຫ້ແກ່ພວກເຂົາ. ເຄື່ອງມື ສໍາລັບຂະແໜງການ-ສະເພາະ ທີ່ສາມາດປະຕິບັດໄດ້ຈິງ ສໍາລັບ ການສົ່ງອອກຂອງລາວ ໄປຫາ ຕະຫຼາດ ອາຊຽນ ກໍ່ໄດ້ຮັບການສະໜັບສະໜູນເຊັ່ນກັນ. ພ້ອມນັ້ນ, ຫຼັກສູດການຝຶກອົບຮົມ ແລະ ສໍາມະນາວິຊາການຕ່າງໆ ເພື່ອຊ່ວຍໃຫ້ ບັນດາບໍລິສັດໃນສປປ ລາວ ສາມາດປະຕິບັດຕາມມາດຕະຖານ ຂອງຕະຫຼາດອາຊຽນ, ເພື່ອເຊື່ອມໂຍງເຂົ້າກັບ ຕ່ອງໂສ້ມູນຄ່າຂອງພາກພື້ນ ແລະ ເພື່ອໃຊ້ ການຄ້າຜ່ານທາງເອເລັກໂຕຣນິກ ເຂົ້າເຖິງຕະຫຼາດອາຊຽນ.  

ສໍາລັບ ຄວາມສາມາດໃນການແຂ່ງຂັນ, ໂຄງການ RELATED  ໄດ້ຊ່ວຍ ວິສາຫະກິດ ຂະໜາດນ້ອຍ ແລະ ກາງຂອງ ລາວ ໃນການເພີ່ມຜະລິດຕະພາບການຜະລິດຂອງພວກເຂົາ, ປັບປຸງຄຸນນະພາບ, ຫຼຸດຜ່ອນຕົ້ນທຶນ ແລະ ພັດທະນາສິນຄ້າຂອງພວກເຂົາ. ໃນນີ້, ຈຸດສຸມສະເພາະ ແມ່ນ ແນໃສ່ການປັບປຸງຄວາມສາມາດໃນການແຂ່ງຂັນໃນຂະແໜງທຸລະກິດທີ່ຖືກຄັດເລືອກ ເຊັ່ນ: ກາເຟ, ການທ່ອງທ່ຽວ, ຫັດຖະກໍາ ແລະ ອາຫານປອດສານພິດ. 

ສິ່ງທີ່ພວກເຮົາໄດ້ບັນລຸ

ໂຄງການ ໄດ້ຊ່ວຍຜັນຂະຫຍາຍ ແຜນວຽກຂອງ ສປປ ລາວ ສໍາລັບປີ 2018 ຫາ 2020 ເພື່ອຈັດຕັ້ງປະຕິບັດ ແຜນວຽກຂອງ AEC 2025. ໂຄງການຍັງຊ່ວຍໃນການຈັດຕັ້ງປະຕິບັດ  ບາງມາດຕະການທີ່ຖືກຄັດເລືອກຂອງແຜນວຽກ, ເຊັ່ນ ການວິເຄາະ ທ່າແຮງທາງດ້ານການຄ້າ ທີ່ເກີດຂຶ້ນຈາກການເຊື່ອມໂຍງເສດຖະກິດຂອງ ສປປ ລາວ ເຂົ້າສູ່ AEC, ການເພີ່ມການນຳໃຊ້ອັດຕາພາສີພິເສດທີ່ກ່ຽວພັນກັບປະຊາຄົມອາຊຽນ ໂດຍ ຜູ້ສົ່ງອອກຂອງລາວ ແລະ ການຫຼຸດຜ່ອນບັນຫາທາງດ້ານການຄ້າທີ່ບໍ່ແມ່ນພາສີ ສໍາລັບການຄ້າພາຍໃນພາກພື້ນອາຊຽນ. 

ໂຄງການ ສະໜັບສະໜູນ ການລະບຸ ແລະ ຈັດບູລິມະສິດຂອງຂັ້ນຕອນການປະຕິຮູບ ນິຕິກໍາ ແລະ ຂັ້ນຕອນຕ່າງໆ ເພື່ອປັບປຸງ ຄວາມງ່າຍໃນການດໍາເນີນທຸລະກິດ ທີ່ຈະຖືກຈັດຕັ້ງປະຕິບັດພາຍໃນປີ 2022. ພ້ອມນັ້ນ, ໂຄງການ ຍັງຊ່ວຍ ປັບປຸງ ນິຕິກໍາຂອງລາວ ສໍາລັບ ວຽກງານການຄ້າຜ່ານທາງເອເລັກໂຕຣນິກ ໂດຍສອດຄ່ອງກັບ ສັນຍາການຄ້າຜ່ານທາງເອເລັກໂຕຣນິກຂອງ ອາຊຽນ. 

ໂຄງການ ໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ ວຽກງານ ທາງດ້ານນິຕິກໍາ ສໍາລັບ ການຂົນສົ່ງ ແລະ ພະລາທິການ (ໂລຈິສຕິກ), ທ່າມກາງຂົງເຂດອື່ນໆ ໂດຍການຊ່ວຍຜັນຂະຫຍາຍ ດໍາລັດນາຍົກລັດຖະມົນຕີ ກ່ຽວກັບ ທ່າບົກ ແລະ ຂໍ້ຕົກລົງຂອງລັດຖະມົນຕີກ່ຽວກັບ ສະຖານນີລົດບັນທຸກ. 

ໂຄງການ ຍັງໄດ້ສະໜັບສະໜູນການເປີດຕົວຂອງ ສູນບໍລິການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງແຫ່ງຊາດ (SSC) ພ້ອມທັງ ສ້າງຕັ້ງ ສອງ ສູນ  SSCs ທີ່ຂັ້ນແຂວງ.

ໂຄງການ ໄດ້ຊ່ວຍໃນການຈັດກິດຈະກຳການສົນທະນາ SSC Breakfast Talks, ກອງປະຊຸມຕ່າງໆກ່ຽວກັບການຮ່ວມມືລະຫວ່າງພາກລັດ-ທຸລະກິດ ທີ່ມີຜູ້ຕາງໜ້າເຂົ້າຮ່ວມທີ່ສໍາຄັນຈາກພາກລັດ ແລະ ທຸລະກິດ ເພື່ອປຶກສາຫາລືບັນຫາສໍາຄັນ ໃນການພັດທະນາພາກທຸລະກິດ. 

ກິດຈະກຳ ໃຫ້ຄໍາແນະນໍາທຸລະກິດ SME (SME Business Clinic) ພ້ອມທັງ ການໃຫ້ຄໍາແນະນໍາແບບ 1-ຕໍ່-1 ສໍາລັບ SMEs ແລະ ທຸລະກິດເລີ່ມຕົ້ນໃໝ່ (Start-ups) ເພື່ອຊ່ວຍໃຫ້ ທຸລະກິດລາວ ປະສົບຜົນສໍາເລັດໃນ AEC.

ຄູ່ມືການປະຕິບັດຕົວຈິງ ໄດ້ຖືກສ້າງຂຶ້ນສໍາລັບຂັ້ນຕອນການຄ້າກາເຟລາວ ເຂົ້າໃນຕະຫຼາດອາຊຽນ. ຜົນທີ່ໄດ້ຮັບແມ່ນວ່າ ສະຫະກອນກາເຟລາວ ຫຼຸດຜ່ອນການເພິ່ງພາຈາກຜູ້ຄ້າ ແລະ ສາມາດຂາຍກາເຟຂອງພວກເຂົາໂດຍກົງໃນລາຄາທີ່ເໝາະສົມ ໃຫ້ແກ່ຕະຫຼາດທີ່ມີຜົນກໍາໄລຫຼາຍຂຶ້ນ. ການສະໜັບສະໜູນ ລາງວັນທຸລະກິດດີເດັ່ນອາຊຽນ ສົ່ງເສີມຊຸກຍູ້ໃຫ້ ວິສາຫະກິດຂອງລາວ ເຂົ້າຮ່ວມໃນການພົວພັນທຸລະກິດ    ໃໝ່ໃນພາກພື້ນອາຊຽນ. 

ໂຄງການ ຊ່ວຍໃນການເຮັດບົດສຶກສາຄົ້ນຄວ້າກ່ຽວກັບ ຄວາມສາມາດໃນການແຂ່ງຂັນຂອງ ວິສາຫະກິດລາວ, ໂດຍປຽບທຽບກັບ ບັນດາປະເທດໃກ້ຄຽງໃນອາຊຽນ. ຈາກນັ້ນ, RELATED ສະໜັບສະໜູນ SMEs ລາວ ຜ່ານເອກະສານຕ່າງ, ການຝຶກອົບຮົມ ແລະ ການໃຫ້ຄໍາແນະນໍາ ບົນພື້ນຖານຜົນໄດ້ຮັບ.  

ໂຄງການ RELATED ສ້າງຄວາມເຂັ້ມແຂງໃນການນໍາໃຊ້ ມາດຕະການເຂົ້າໃນການປະຫຍັດຊັບພະຍາກອນ ໃນບັນດາບໍລິສັດທ່ອງທ່ຽວ, ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ, ຊຶ່ງບໍ່ພຽງແຕ່ເປັນການປົກປັກຮັກສາສິ່ງແວດລ້ອມ, ແຕ່ຍັງເປັນການປະຫຍັດຕົ້ນທຶນຄ່າໃຊ້ຈ່າຍອີກດ້ວຍ. 

ໂຄງການໄດ້ສະໜັບສະໜູນ ການນໍາສະເໜີ ສະຫຼາກລາວບໍ່ໃຊ້ພລາສຕິກ ຊຶ່ງເຮັດໜ້າທີ່ຄືກັບ ຄໍາແນະນໍາ ແລະ ແຮງຈູງໃຈ ເພື່ອຊ່ວຍໂຮງແຮມ ແລະ ເຮືອນພັກໃນການບໍ່ນໍາໃຊ້ພາຊະນະພລາສຕິກ. 

ໂຄງການ RELATED ຍັງສະໜັບສະໜູນ ການເພີ່ມມູນຄ່າຂອງທ້ອງຖິ່ນເຂົ້າໃນຜະລິດຕະພັນຫັດຖະກໍາ ແລະ ອາຫານປອດສານພິດ, ຊຶ່ງເປັນສ່ວນໜຶ່ງຂອງຕ່ອງໂສ້ມູນຄ່າຂອງການທ່ອງທ່ຽວ, ເພື່ອສ້າງລາຍໄດ້ ແລະ ວຽກເຮັດງານທໍາ ໃຫ້ແກ່ປະຊາກອນໃນວົງກວ້າງຂຶ້ນໃນ    ສະຖານທີ່ທ່ອງທ່ຽວຕ່າງໆ. 

ໃນຂະແໜງກາເຟ, ໂຄງການ ຊ່ວຍໃຫ້ຊາວສວນກາເຟລາວ ປັບປຸງຄຸນນະພາບຂອງກາເຟຂອງພວກເຂົາ ແລະ ເພື່ອສ້າງຄວາມເຂັ້ມແຂງໃນການເຂົ້າເຖິງຕະຫຼາດພາກພື້ນ ແລະ ສາກົນ.

Additional information