ການສ້າງ ສິ່ງຈູງໃຈ ເພື່ອຫຼຸດຜ່ອນ ການປ່ອຍອາຍພິດ ຈາກ ການທໍາລາຍ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ

ລາຍລະອຽດຂອງໂຄງການ

ຊື່ໂຄງການ : ໂຄງການປ້ອງກັນດິນຟ້າອາກາດ ໂດຍຫຼີກລ້ຽງການທໍາລາຍປ່າໄມ້ (CliPAD)
ໃຫ້ທຶນໂດຍ : ກະຊວງຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ແຫ່ງສະຫະພັນສາທາລະນະລັດເຢຍລະມັນ (BMZ)
ປະເທດ : ລາວ
ຄູ່ຮ່ວມງານໂຄງການ : ກະຊວງກະສິກໍາ ແລະ ປ່າໄມ້ (ກ.ປ.)
ໄລຍະໂຄງການ : 2017 ຫາ 2019

Village-guide-at-Nam-Neun-Ecotourism-Site_rdax_350x233

ຄວາມເປັນມາ

ລາວ ເປັນປະເທດທີ່ອຸດົມຮັ່ງມີ ໄປດ້ວຍຊັບພະຍາກອນທໍາມະຊາດ ເຊັ່ນ: ນໍ້າ, ບໍ່ແຮ່ ແລະ ປ່າໄມ້. ເຖິງແມ່ນວ່າ ເປັນໜຶ່ງໃນບັນດາປະເທດ ທີ່ມີອັດຕາການປົກຫຸ້ມປ່າໄມ້ສູງທີ່ສຸດ (58 ເປີເຊັນ) ໃນແຜ່ນດິນໃຫຍ່ຂອງພາກພື້ນອາຊີຕາເວັນອອກສຽງໃຕ້ກໍຕາມ, ແຕ່ປ່າໄມ້ໄດ້ຫຼຸດລົງຢ່າງໄວວາ ໃນທົດສະວັດຫວ່າງບໍ່ດົນມານີ້ ຊຶ່ງວ່າການປົກຫຸ້ມ ຂອງປ່າໄມ້ ໄດ້ຫຼຸດລົງຈາກ 70 ເປີເຊັນ ຕາມທີ່ໄດ້ປະເມີນໄວ້ ໃນກາງຊຸມປີ 1960.

ໃນບັນດາສາຍເຫດຂອງການສູນເສຍປ່າໄມ້ລວມມີ ການຂຸດຄົ້ນໄມ້ແບບບໍ່ຍືນນານ, ການເຮັດໄຮ່ເລື່ອນລອຍ ແລະ ການພັດທະນາພື້ນຖານໂຄງລ່າງ. ຜົນຕາມມາແມ່ນມີລະດັບການປ່ອຍອາຍພິດເຮືອນແກ້ວສູງ, ມີການສູນເສຍຊີວະນາໆພັນ, ຜະລິດຕະຜົນປ່າໄມ້ມີຈໍານວນໜ້ອຍລົງ ແລະ ຜົນປະໂຫຍດດ້ານສະພາບແວດລ້ອມທີ່ໄດ້ຈາກປ່າໄມ້ກໍ່ຫຼຸດລົງ (ການປົກປ້ອງນໍ້າ/ດິນ ແລະ ອື່ນໆ). ຜູ້ທີ່ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດຈາກ ການພັດທະນາເຫຼົ່ານີ້ ແມ່ນກຸ່ມຄົນທຸກຍາກທີ່ສຸດ ໃນສັງຄົມລາວ, ໂດຍສະເພາະແມ່ນແມ່ຍິງ ແລະ ປະຊາຊົນບັນດາເຜົ່າຜູ້ທີ່ອາໃສປ່າໄມ້ອັນບໍລິສຸດ ເພື່ອການດໍາລົງຊີວິດ.

ຄໍາວ່າເຣດ (REDD) ຫຍໍ້ມາຈາກ 'Reducing Emissions from Deforestation and Forest Degradation = ການຫຼຸດຜ່ອນການ ປ່ອຍອາຍພິດຈາກການທໍາລາຍ ແລະ ການເຊື່ອມໂຊມຂອງປ່າໄມ້'. ມັນແມ່ນຄວາມພະຍາຍາມທີ່ຈະສ້າງມູນຄ່າດ້ານການເງິນໃຫ້ແກ່ກາກບອນ ທີ່ຖືກເກັບກັກຢູ່ໃນປ່າໄມ້ ແລະ ມັນເປັນການສະໜອງສິ່ງຈູງໃຈໃຫ້ແກ່ບັນດາປະເທດທີ່ກໍາລັງພັດທະນາ ເພື່ອໃຫ້ເຂົາເຈົ້າຫຼຸດຜ່ອນການປ່ອຍອາຍພິດຈາກທີ່ດິນປ່າໄມ້ ພ້ອມທັງລົງທຶນໃສ່ແນວທາງໃນການຫຼຸດກາກບອນ ເພື່ອການພັດທະນາແບບຍືນນານ. ເຣດບວກ (REDD+) ດໍາເນີນ ໄປຫຼາຍກວ່າການຫຼຸດຜ່ອນການປ່ອຍອາຍພິດຈາກການທໍາລາຍ ແລະ ການເຊື່ອມໂຊມຂອງປ່າໄມ້ຢ່າງດຽວ ເຊິ່ງລວມມີບົດບາດໃນການອະນຸລັກ, ການຄຸ້ມຄອງຈັດສັນປ່າໄມ້ແບບຍືນນານ ແລະ ການເພີ້ມພູນມວນທາດກາກບອນປ່າໄມ້.

ຈຸດປະສົງ

ລະບົບອາຊີວະສຶກສາ ໃນ ລາວ ໄດ້ມີການປັບປຸງ ໃຫ້ແທດເໝາະສອດຄ່ອງກັບການຂະຫຍາຍຕົວ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ. ນັກຮຽນທີ່ດ້ອຍໂອກາດ ປັດຈຸບັນ ແມ່ນສາມາດເຂົ້າຝຶກອົບຮົມວິຊາຊີບໄດ້.

Thomas Okfen GIZ_Primary Forest

ເປົ້າໝາຍ

ໂຄງການປ້ອງກັນດິນຟ້າອາກາດ ໂດຍຫຼີກລ້ຽງການທຳລາຍປ່າໄມ້ (CliPAD) ໄດ້ລິເລີ່ມໃນປິ 2009 ເພື່ອຊ່ວຍລັດຖະບານລາວໃນຂະບວນການສ້າງຄວາມພ້ອມໃຫ້ແກ່ວຽກງານ ເຣດ+ (REDD+) ຂອງຕົນຢູ່ຂັ້ນສູນກາງແລະຂັ້ນທ້ອງຖິ່ນ. ຢູ່ໃນໂຄງການນີ້, ຈີໄອແຊັດ ເປັນຜູ້ໃຫ້ຄໍາປຶກສາດ້ານນະໂຍບາຍ ແລະ ມາດຕະການພັດທະນາຄວາມອາດສາມາດ  ເພື່ອສະໜັບສະໜູນການສ້າງກອບວຽກ ເຣດ+  ຢູ່ຂັ້ນສູນກາງ  ແລະ  ຂັ້ນແຂວງ ລວມທັງ ຂະບວນການວາງແຜນ ເຣດ+ ທີ່ເຮັດໃຫ້ ສ.ປ.ປ.ລາວ ສາມາດ ເຂົ້າເຖີງ ການຈ່າຍເງິນ ທີ່ອິງຕາມຜົນງານ ຈາກວຽກງານເຣດ+. ມັນເປັນການຈັດຕັ້ງປະຕິບັດ ມາດຕະການຫຼຸດຜ່ອນຢູ່ທ້ອງຖິ່ນ ເຊັ່ນ ການຄຸ້ມຄອງຈັດສັນປ່າໄມ້ບ້ານ ຢູ່ໃນສອງເມືອງ ຂອງ ແຂວງຫົວພັນ ພ້ອມທັງສ້າງກົນໄກ ເຣດ+ (REDD+) ເພື່ອແກ້ໄຂຄວາມທຸກຍາກ ແລະ ສ້າງຕົວແບບການສະໜອງເງິນ ແບບຍືນນານ. GIZ ຮ່ວມມືກັນຢ່າງໃກ້ຊິດ ກັບ ບ້ວງການເງິນຂອງໂຄງການ, ຊຶ່ງໄດ້ຮັບທຶນມາຈາກລັດຖະບານຂອງ ເຢຍລະມັນ ຜ່ານ ທາງທະນາຄານພັດທະນາ KfW.

ໃນນາມທີ່ຖືກຈັດຕັ້ງປະຕິບັດໂດຍ ກະຊວງກະສິກໍາ ແລະ ປ່າໄມ້ຂອງລາວ, ໂຄງການນີ້ເປັນໜຶ່ງໃນບັນດາໂຄງການທໍາອິດທີ່ມີຢູ່ໃນລາວ ທີ່ໄດ້ ແນະນໍາວຽກງານ ເຣດ+ (REDD+). ເຖິງແມ່ນວ່າ ເຢຍລະມັນ ເປັນໜຶ່ງໃນບັນດາຜູ້ໃຫ້ການສະໜອງສິ່ງຈູງໃຈຕົ້ນຕໍແບບທະວີພາຄີ ຢູ່ໃນຂົງເຂດ ວຽກງານ ເຣດ+ (REDD+) ກໍຕາມ, ແຕ່ໃນຕອນທ້າຍ ຄາດໄວ້ວ່າເງິນທີ່ມາຈາກກົນໄກທີ່ອີງຕາມຜົນງານຈະມາປ່ຽນແທນການຊ່ວຍເຫຼືອນີ້.

 

ສິ່ງທີ່ພວກເຮົາໄດ້ບັນລຸ

ຂະບວນການ ເຣດ+ (REDD+) ຕ້ອງການໃຫ້ມີຄວາມພະຍາຍາມຢ່າງໜັກແໜ້ນ ໃນການເລີ້ມສ້າງຕັ້ງກອບວຽກອັນຈໍາເປັນ ກ່ອນທີ່ມັນສາມາດເລີ້ມປະກອບສ່ວນ ເຂົ້າໃນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ແລະ ຊ່ວຍເຫຼືອ ຄົນທຸກຍາກ.

ໂຄງການ ໄດ້ປະກອບສ່ວນ ເຂົ້າໃນການກຽມຄວາມພ້ອມ ຂອງລາວ ສໍາລັບ ກົນໄກ ເຣດ+ ດ້ວຍຫຼາຍວິທີທາງ:

  • ສໍາເລັດການສຶກສາເສັ້ນທຽບຖານ   ກ່ຽວກັບສະຖານະພາບປັດຈຸບັນ ຂອງປ່າໄມ້ຢູ່ໃນລາວ  ຊຶ່ງລວມມີການປະເມີນຄວາມເປັນໄປໄດ້ທາງດ້ານວິຊາການ ແລະ ດ້ານການເງິນຂອງ ເຣດ+ (REDD+) ແລະ ການສຶກສາລາຍລະອຽດກ່ຽວກັບສາເຫດຂອງການທໍາລາຍ ແລະ ການເຊື່ອມໂຊມຂອງປ່າໄມ້ຢູ່ ແຂວງຫົວພັນ.
  •  ຊ່ວຍສ້າງຕັ້ງສະຖາບັນການຈັດຕັ້ງ ເຣດ+ (REDD+) ທັງໃນລະດັບ ສູນກາງ ແລະ ລະດັບທ້ອງຖິ່ນໃນຮູບແບບມາດຕະການສ້າງຄວາມ ອາດສາມາດ.  
  •   ຄະນະຊີ້ນໍາ ເຣດ+ ແລະ ຫ້ອງການ ເຣດ+ ຂັ້ນແຂວງ ໄດ້ຖືກສ້າງຕັ້ງຂຶ້ນ ຢູ່ 6 ແຂວງ  ທາງພາກເໜືອ ຂອງ ສ.ປ.ປ.ລາວ.
  •   ຄະນະຊີ້ນໍາ ເຣດ+ (REDD+) ແຫ່ງຊາດ ພ້ອມດ້ວຍ ພະແນກເຣດ+ (REDD+) ໄດ້ເລີ້ມເຄື່ອນໄຫວ.
  •  6 ໜ່ວຍງານສະເພາະດ້ານຂອງ ເຣດ+ (REDD+) ໄດ້ຖືກສ້າງຕັ້ງຂື້ນ.
  •  ໄດ້ສະໜັບສະໜູນຂະບວນການປັບປຸງກົດໝາຍປ່າໄມ້ ເພື່ອທີ່ຈະສ້າງກອບນິຕິກໍາໃຫ້ແກ່ວຽກງານ ເຣດ+ (REDD+).    
  • ໂດຍການຮ່ວມມືກັນຢ່າງໃກ້ຊິດກັບຄູ່ຮ່ວມງານ, ໂຄງການໄດ້ສ້າງແນວຄວາມຄິດພ້ອມດ້ວຍບົດແນະນໍາ ແລະ ສິ່ງພິມຕ່າງໆ ສໍາລັບຈັດຕັ້ງປະຕິບັດ ແນວທາງປະຕິບັດ FPIC (ຂະບວນການສ້າງຄວາມເຫັນດີເຫັນພ້ອມແບບອິດສະຫຼະໂດຍໄດ້ຮັບການລາຍງານລ່ວງໜ້າ).
  • ໄດ້ສ້າງບົດແນະນໍາກ່ຽວກັບການວາງແຜນຄຸ້ມຄອງຈັດສັນປ່າໄມ້ບ້ານ (VFMP) ຮ່ວມກັບພະນັກງານລັດ ຈາກຂັ້ນເມືອງ, ແຂວງ ແລະ ສູນກາງ ແລະ ໄດ້ຖືກຮັບຮອງ.
  • ໄດ້ສ້າງແນວຄວາມຄິດກ່ຽວກັບສັນຍາວ່າດ້ວຍການຄຸມຄອງຈັດສັນປ່າໄມ້ບ້ານ (VilFoMA) ຊຶ່ງເປັນການສະໜອງພື້ນຖານສໍາລັບການຄຸ້ມຄອງ
  • ຈັດສັນປ່າໄມ້ແບບຍືນນານ ທີ່ຈະເຮັດໃຫ້ຊາວບ້ານສາມາດໄດ້ຮັບຜົນປະໂຫຍດທາງດ້ານການເງິນ ຈາກຄວາມພະຍາຍາມຂອງເຂົາເຈົ້າໃນການຄຸ້ມຄອງປ່າໄມ້ ຢ່າງຍືນນານ ແລະ ຫຼຸດຜ່ອນການປ່ອຍອາຍພິດ. ສິ່ງດັ່ງກ່າວນີ້ເປັນການພິຈາລະນາເຖິງວຽກງານການປົກປ້ອງ ແລະ ແນວທາງປະຕິບັດ FPIC ທີ່ຈໍາເປັນ.
  • ໄດ້ແນະນໍາກິດຈະກໍາການຫຼຸດຜ່ອນເຊັ່ນ ການບັງຄັບໃຊ້ກົດໝາຍປ່າໄມ້ ແລະ ມາດຕະການສົ່ງເສີມກະສິກໍາ ຢູ່ບ້ານທີ່ຖືກເລືອກທົດລອງ. ໃນຄະນະທີ່, ແນວທາງປະຕິບັດການສ້າງຄວາມເຫັນດີເຫັນພ້ອມແບບອິດສະຫຼະໂດຍໄດ້ຮັບການລາຍງານລ່ວງໜ້າ (FPIC) ໄດ້ຖືກດໍາເນີນຢູ່ທັງໝົດ 70 ບ້ານ ຊຶ່ງໄດ້ຮັບການສະໜັບສະໜູນ ຈາກໂຄງການ. ເພາະສະນັ້ນ, ຈຶ່ງຮັບປະກັນວ່າ ບັນດາຊຸມຊົນທ້ອງຖິ່ນ ໄດ້ຮັບຮູ້ຄວາມໝາຍຂອງ ເຣດ+ ແລະ ເຫັນດີເຫັນພ້ອມ ຕໍ່ການຈັດຕັ້ງປະຕິບັດ.   
  • ຢູ່ໃນທັງໝົດ 70 ບ້ານ ທີ່ໄດ້ຮັບການສະໜັບສະໜູນ ຈາກ ໂຄງການ ໃນສອງເມືອງ ຂອງແຂວງຫົວພັນ, ໄດ້ສໍາເລັດແຜນ ແລະ ສັນຍາວ່າດ້ວຍການຄຸ້ມຄອງຈັດສັນປ່າໄມ້ບ້ານ.
  • ໄດ້ເລີ້ມຈັດຕັ້ງປະຕິບັດ ແຜນຄຸ້ມຄອງຈັດສັນປ່າໄມ້ບ້ານ ໂດຍອິງໃສ່ ບົດແນະນໍາ ທີ່ຖືກຮັບຮອງ; ພະນັກງານປ່າໄມ້ ໄດ້ຮັບການຝຶກອົບຮົມ ແລະ ແນວຄວາມຄິດກ່ຽວກັບການຕິດຕາມ ກໍຖືກສ້າງຂຶ້ນ.
  • ໄດ້ກະກຽມ ເອກະສານແນວຄວາມຄິດ ກ່ຽວກັບແຜນງານການຫຼຸດຜ່ອນການປ່ອຍອາຍພິດ (ER-PIN) ຊຶ່ງກວມເອົາ 6 ແຂວງພາກເໜືອຂອງລາວທີ່ລວມມີ ແຂວງຫົວພັນ.   
  • ໂຄງການ ໄດ້ສະໜັບສະໜູນແຂວງຫົວພັນ, ໄຊຍະບູລີ ແລະ ຫຼວງນໍ້າທາ ໃນການກະກຽມແຜນປະຕິບັດງານ ເຣດ+ ຂັ້ນແຂວງ (PRAP) ທີ່ກຳນົດນະໂຍບາຍ, ການເຄື່ອນໄຫວ ແລະ ມາດຕະການຕ່າງໆ (PAMs) ເພື່ອຫຼຸດຜ່ອນການປ່ອຍອາຍພິດຈາກການທຳລາຍ ແລະ ການເຮັດໃຫ້ປ່າໄມ້ເຊື່ອມໂຊມ.   
  • ອິງຕາມ ເອກະສານແນວຄວາມຄິດ ກ່ຽວກັບແຜນງານການຫຼຸດຜ່ອນການປ່ອຍອາຍພິດ ແລະ ແຜນປະຕິບັດງານ ເຣດ+ ຂັ້ນແຂວງ, ໂຄງການ ພ້ອມດ້ວຍ ກະຊວງກະສິກໍາ ແລະ ປ່າໄມ້ ລວມທັງຄູ່ຮ່ວມພັດທະນາ ເປັນຕົ້ນແມ່ນ JICA ແລະ FAO, ໄດ້ສະໜັບສະໜູນ ຊ່ວຍສ້າງເອກະສານໂຄງການຫຼຸດຜ່ອນການປ່ອຍອາຍພິດ (ER-PD) ຊຶ່ງຖືກຍອມຮັບ ເຂົ້າໃນ ກອງທຶນກາກບອນ FCPF ຂອງທະນາຄານໂລກ ໃນ ເດືອນມິຖຸນາ ປີ 2018. ເອກະສານ ER-PD ແມ່ນເປັນພື້ນຖານ ແກ່ ລັດຖະບານລາວ ໃນການຮັບເອົາການຈ່າຍເງິນຕາມຜົນງານ ຈາກວຽກງານ ເຣດ+.
  • ເພື່ອທີ່ຈະຊ່ວຍ ຈັດຕັ້ງປະຕິບັດ ແຜນງານຫຼຸດຜ່ອນການປ່ອຍອາຍພິດ ພາຍໃຕ້ ກອງທຶນກາກບອນ FCPF, ປັດຈຸບັນ ໂຄງການ ຢູ່ໃນຂະບວນການສ້າງບົດສະເໜີ ຂໍການສະໜອງເງິນແບບຄົບຖ້ວນ ໄປຫາ ກອງທຶນດິນຟ້າອາກາດສີຂຽວ (GCF). ເອກະສານອະທິບາຍແນວຄວາມຄິດ ໄດ້ຖືກຍື່ນຫາ ກອງທຶນດິນຟ້າອາກາດສີຂຽວ ໂດຍ GIZ ໃນເດືອນມິຖຸນາ ປີ 2018.   

Weitere Informationen