ແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGGA)

ລາຍລະອຽດຂອງໂຄງການ

ຊື່ໂຄງການ: ແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGGA)
ໃຫ້ທຶນໂດຍ: ກະຊວງ ການຮ່ວມມື ດ້ານເສດຖະກິດ ແລະ ການພັດທະນາ ຂອງສະຫະພັນເຢຍລະມັນ (BMZ)
ຜູ້ໃຫ້ທຶນຮ່ວມ: ສະຫະພາບເອີຣົບ (EU) ແລະ ອົງການຮ່ວມມືເພື່ອການພັດທະນາ ປະເທດສະວິດເຊີແລນ(SDC)
ປະເທດ: ສປປ ລາວ
ຄູ່ຮ່ວມງານໂຄງການ: ກະຊວງພາຍໃນ, ກະຊວງຍຸຕິທຳ, ກະຊວງການຕ່າງປະເທດ ແລະ ສະພາແຫ່ງຊາດ
ໄລຍະໂຄງການ: 2017 ຫາ 2022

ຄວາມເປັນມາ

ລັດຖະບານຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ໄດ້ລິເລີ່ມການປະຕິຮູບຢ່າງຫຼວງຫຼາຍໃນໄລຍະຜ່ານມາ ເພື່ອແນໃສ່ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ຫຼັກປະຊາທິປະໄຕ. ສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດໃນການປະຕິບັດພາລະບົດບາດການແກ້ໄຂບັນຫາຊ່ອງວ່າງ ລະຫວ່າງກົດໝາຍທີ່ເປັນລາຍລັກອັກສອນ ແລະ ການປະຕິບັດກົດໝາຍໃນປີ 2020 ແລະ ປັບປຸງການຮ່ວມມືກັບອົງການຈັດຕັ້ງສັງຄົມ. ໃນປີ 2015 ຖະແຫຼງການວຽງຈັນ ວ່າດ້ວຍການຮ່ວມມືເພື່ອການພັດທະນາຢ່າງມີປະສິດທິຜົນ (2016 - 2025), ລັດຖະບານລາວໄດ້ສະແດງໃຫ້ເຫັນເຖິງຄວາມສອດຄ່ອງໃນການຮ່ວມມືກັບອົງການຈັດຕັ້ງສັງຄົມຕໍ່ການພັດທະນາປະເທດຊາດ. ວາລະການປ່ຽນແປງຂອງນາຍຍົກລັດຖະມົນຕີ ໃນປະຈຸບັນແມ່ນ ເພື່ອແນໃສ່ການເສີມສ້າງຄວາມໂປ່ງໃສ, ປະສິດທິພາບ, ຄວາມຮັບຜິດຊອບຂອງພາກລັດ ແລະ ບົດບາດສຳຄັນຂອງແຜນການພັດທະນາເສດຖະກິດ - ສັງຄົມແຫ່ງຊາດ (2016-2020) ຖືເປັນການເສີມຂະຫຍາຍການສ້າງລັດທີ່ປົກຄອງດ້ວຍກົດໝາຍ ເພື່ອແນໃສ່ການເສີມຂະຫຍາຍບັນດາກາລະໂອກາດໃຫ້ແກ່ການປົກຄອງທີ່ດີ.

ລັດຖະບານໄດ້ຮັບຮອງດຳລັດວ່າດ້ວຍສະມາຄົມ ໃນປີ 2009 ເພື່ອອະນຸຍາດໃຫ້ບັນດາອົງການຈັດຕັ້ງສັງຄົມສາມາດຈົດທະບຽນ ແລະ ໄດ້ຮັບການຂື້ນທະບຽນຖືກຕ້ອງຕາມລະບຽບການເປັນຄັ້ງທຳອິດ. ຕໍ່ມາດຳລັດສະບັບດັ່ງກ່າວ ໄດ້ຖືກປັບປຸງໃນປີ 2018. ນັບແຕ່ນັ້ນມາ ມີຈຳນວນ  250 ສະມາຄົມ  ໄດ້ຮັບການຈົດທະບຽນ. ເຖິງຢ່າງໃດກໍຕາມ, ອົງການຈັດຕັ້ງສັງຄົມຂອງລາວທີ່ຖືກສ້າງຕັ້ງຂື້ນ ສ່ວນຫຼາຍແມ່ນຢູ່ໃນນະຄອນຫຼວງ ແລະ ຍັງມີຄວາມສາມາດທີ່ຈຳກັດ. ອົງການບໍລິຫານພາກລັດຍັງບໍ່ທັນເຂົ້າໃຈພຽງພໍຕໍ່ກັບກອບລະບຽບໃຫມ່ເພື່ອປະຕິບັດຕາມແນວທາງ ແລະ ອຳນວຍສະດວກໃຫ້ແກ່ການມີສ່ວນຮ່ວມຂອງອົງການຈັດຕັ້ງສັງຄົມ.

 ໃນຮູບແບບທີ່ຄ້າຍຄືກັນກັບການສ້າງລັດທີ່ປົກຄອງດ້ວຍກົດຫມາຍ. ຂະນະທີ່ລັດຖະບານລາວ ໄດ້ເພີ່ມທະວີຄວາມພະຍາ ຍາມໃນການສ້າງ ແລະ ເຜີຍແຜ່ກົດໝາຍ, ແຕ່ເຊິ່ງການມີສິດ ແລະ ການນຳໃຊ້ສິດຂອງຕົນ ຍັງບໍໍ່ທັນຖືກຈັດຕັ້ງປະຕິບັດເທົ່າທີ່ຄວນຢູ່ໃນສປປລາວ. ດ້ວຍເຫດນີ້, ລັດຖະບານລາວຈຶ່ງໃຫ້ບຸລິມະສິດໃນການພັດທະນາສະຖາບັນ ແລະ ລະບຽບການສ້າງລັດທີ່ປົກຄອງດ້ວຍກົດໝາຍຕື່ມອີກ ພ້ອມທັງປະກາດເປົ້າໝາຍຫຼັກໃນການໃຫ້ການບໍລິການຊ່ວຍເຫຼືອດ້ານກົດໝາຍໃນຂອບເຂດທົ່ວປະເທດ, ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດໃນການປະຕິບັດພາ ລະບົດບາດ ແລະ ການບໍລິຫານງານຂອງພາກລັດ ໂດຍສະເພາະການຕິດຕາມກວດກາບັນດາແຜນດຳເນີນງານຂອງລັດຖະບານ ແລະ ການໃຊ້ຈ່າຍງົບປະມານ. ນອກຈາກນີ້, ລັດຖະບານລາວ ກຳລັງເດີນໜ້າ ຈັດຕັ້ງປະຕິບັດພັນທະສາກົນດ້ານສິດທິມະນຸດ ເຂົ້າໃນກອບວຽກດ້ານກົດໝາຍ ແລະ ນະໂຍບາຍພາຍໃນປະເທດ.

ຈຸດປະສົງ

ການມີສ່ວນຮ່ວມຂອງປະຊາຊົນຕໍ່ການພັດທະນາປະເທດຊາດຂອງລາວ ແມ່ນເພີ່ມຂຶ້ນ. ເພື່ອແນ່ໃສ່ປັບປຸງສະພາບແວດລ້ອມ ແລະ ຄວາມອາດສາມາດຂອງອົງການຈັດຕັ້ງສັງຄົມ ໃນການປະກອບສ່ວນຕໍ່ການພັດທະນາແບບຍືນຍົງ ແລະ ການປົກຄອງທີ່ດີ; ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງມີຄວາມເຂັ້ມແຂງໃນການເຄື່ອນໄຫວວຽກງານຂອງສະພາ; ແລະ ການຈັດຕັ້ງປະຕິບັດການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ສິດທິມະນຸດ.

GIZ2018_Laos_CEGGA_pic_1

ເປົ້າໝາຍ

ແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ  ໄດ້ຮັບທຶນສະໜັນສະໜູນຈາກກະຊວງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາຂອງປະເທດເຢຍລະມັນ, ມີຄູ່ຮ່ວມສະໜອງທຶນເຊັ່ນ: ສະຫະພາບເອີຣົບ ແລະ ອົງການພັດທະນາ ແລະ ການຮ່ວມມືຂອງປະເທດສະວິດເຊີແລນ ດ້ວຍການຮ່ວມມືຢ່າງໃກ້ຊິດກັບຄູ່ຮ່ວມຈັດຕັ້ງປະຕິບັດຂອງພາກລັດ ກະຊວງພາຍໃນ, ສະພາແຫ່ງຊາດ, ກະຊວງຍຸຕິທຳ ແລະ ກະຊວງການຕ່າງປະເທດ.

ແຜນງານ CEGGA ມີຈຸດປະສົງເພື່ອເພີ່ມທະວີການມີສ່ວນຮ່ວມຂອງປະຊາຊົນໃນການປະກອບເຂົ້າໃນຂະບວນການພັດທະນາປະເທດຊາດຂອງ ສປປ ລາວ ໂດຍອີງໃສ່ການສົ່ງເສີມການປົກຄອງທີ່ດີ, ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ສິດທິມະນຸດ. ເພື່ອຈຸດປະສົງນີ້, ແຜນງານ ໃຫ້ຄໍາປຶກສາທາງດ້ານວິຊາການ, ສະຫນັບສະໜູນສິ່ງອຳນວຍຄວາມສະດວກໃນການເຮັດວຽກ ແລະ ທາງດ້ານການເງິນ, ສົ່ງເສີມການພັດທະນາຄວາມອາດສາມາດ ແລະ ມາດຕະການການຝຶກອົບຮົມໃຫ້ແກ່ພາກລັດ ແລະ ພາກສ່ວນທີ່ກ່ຽວຂ້ອງໃນຫຼາຍລະດັບ.

ແຜນງານ CEGGA ແມ່ນສຸມໃສ່ການສ້າງສະພາບແວດລ້ອມທາງດ້ານກົດໝາຍ ແລະ ການບໍລິຫານ ໃຫ້ແກ່ການມີສ່ວນຮ່ວມຂອງອົງການຈັດຕັ້ງສັງຄົມ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ພ້ອມທັງການຈັດຕັ້ງປະຕິບັດສົນທິສັນຍາສາກົນດ້ານສິດທິມະນຸດ ເຂົ້າໃນລະບົບລັດຖະບານ ແລະ ບໍລິຫານຂອງລາວ. ແຜນງານ CEGGA ຈັດຕັ້ງປະຕິບັດໃນສາມຂົງເຂດວຽກງານທີ່ສຳຄັນ:

1.    ການປັບປຸງສະພາບແວດລ້ອມ ແລະ ຄວາມອາດສາມາດໃຫ້ແກ່ອົງການຈັດຕັ້ງສັງຄົມ:

ໂດຍການຮ່ວມມືກັບອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ເຊັ່ນອົງການ Cord Global, ການຝຶກອົບຮົມ ແລະ ຝຶກສອນແບບປະສົມປະສານໄດ້ຖືກພັດທະນາເພື່ອເຮັດໃຫ້ແກ່ອົງການຈັດຕັ້ງສັງຄົມສາມາດຈັດຕັ້ງປະຕິບັດບັນດາໂຄງການຂອງເຂົາເຈົ້າຢ່າງມີປະສິດທິພາບ ແລະ ແບບມືອາຊີບ. ການແລກປ່ຽນປະສົບການ ແລະ ຄວາມຮູ້ ລວມທັງການປຶກສາຫາລືລະຫວ່າງອົງການຈັດຕັ້ງສັງຄົມ ແລະ ບັນດາກະຊວງທີ່ກ່ຽວຂ້ອງນັບມື້ນັບແໜ້ນແຟ້ນຂຶ້ນ. ກະຊວງພາຍໃນ ໄດ້ຮັບການສະໜັບສະໜູນໃນການຈັດຕັ້ງປະຕິບັດກອບລະບຽບໃໝ່ໃນພາກປະຕິບັດຕົວຈິງ ແລະ ອຳນວຍຄວາມສະດວກການມີສ່ວນຂອງອົງການຈັດຕັ້ງສັງຄົມ ແລະ ເຮັດໃຫ້ໄລຍະເວລາຂະບວນການຈົດທະບຽນຂອງອົງການຈັດຕັ້ງສັງຄົມສັ້ນລົງ.

2.    ສ້າງຄວາມເຂັ້ມແຂງ ໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງໃນການປະຕິບັດພາລະບົດບາດ:

ສະພາແຫ່ງຊາດຂອງລາວ ໄດ້ຮັບການສະໜັບສະໜູນໃນການປະຕິບັດພາລະບົດບາດຕາມລັດຖະທຳມະນູນ ,  ຍົກສູງພາລະບົດບາດ ແລະ ບັນດາຂັ້ນຕອນການເຮັດວຽກຂອງສະພາປະຊາຊົນຂັ້ນແຂວງທີ່ໄດ້ສ້າງຕັ້ງຂຶ້ນໃໝ່. ສະພາແຫ່ງຊາດສາມາດຮ່າງບັນດາກົດໝາຍໃນນາມເປັນຕົວແທນຜົນປະໂຫຍດຂອງປະຊາຊົນ ແລະ ໃນລັກສະນະສອດຄ່ອງກັບການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ພັນທະດ້ານສິດທິມະນຸດ. ສະພາແຫ່ງຊາດຍັງຈະໄດ້ປຶກສາຫາລືກັບອົງການຈັດຕັ້ງສັງຄົມ ແລະ ພາກສ່ວນກ່ຽວຂ້ອງຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການສ້າງນິຕິກຳຂອງລາວ. ນອກຈາກນັ້ນ, ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຍັງສາມາດຕິດຕາມກວດກາການປະຕິບັດວຽກງານຂອງລັດຖະບານ, ການໃຊ້ຈ່າຍງົບປະມານຂອງລັດ ແລະ ການຈັດຕັ້ງປະຕິບັດກົດໝາຍຂອງລາວ.

3.    ເສີມຂະຫຍາຍການຈັດປະຕິບັດ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ພັນທະສິດທິມະນຸດ:

ແຜນງານ CEGGA ສະໜັບສະໜູນກະຊວງຍຸຕິທຳ ຕໍ່ທຸກໆຄວາມພະຍາຍາມໃນການສົ່ງເສີມການຈັດຕັ້ງປະຕິບັດການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ປັບປຸງການເຂົ້າເຖິງຄວາມຍຸຕິທຳຂອງປະຊາຊົນໃນຂອບເຂດທົ່ວປະເທດ. ສົ່ງເສີມບັນດາມາດຕະການໃຫ້ຄວາມຮູ້ແກ່ພະນັກງານພາກລັດຄວບຄູ່ໄປກັບການປະຕິບັດຕາມລະບຽບກົດໝາຍ ແລະ ລະບຽບການບັງຄັບ, ສະໜັບສະໜູນບັນດາການລິເລີ່ມໃນການໃຫ້ບໍລິການຊ່ວຍເຫຼືອດ້ານກົດໝາຍໃຫ້ແກ່ປະຊາຊົນ ແລະ ຮັບຮູ້ສິດທິເຂົາເຈົ້າ. ແຜນງານ CEGGA ໄດ້ສະຫນັບສະຫນູນ ກະຊວງຍຸຕິທຳ ໃນການສ້າງຕັ້ງສູນຊ່ວຍເຫຼືອທາງດ້ານກົດໝາຍຢູ່ໃນ 18 ແຂວງທົ່ວປະເທດ. ນອກຈາກນັ້ນ, ແຜນງານ CEGGA ຍັງສະໜັບສະໜູນກະຊວງການຕ່າງປະເທດຂອງລາວ ໃນການອໍານວຍຄວາມສະດວກເພື່ອລວມເອົາສົນທິສັນຍາສາກົນດ້ານສິດທິມະນຸດເຂົ້າໃນກອບກົດໝາຍພາຍໃນປະເທດ.

ສະຖານະ: ມີນາ 2022

Additional information