ໂຄງການ ປ້ອງກັນດິນຟ້າອາກາດ ໂດຍຫຼີກລ້ຽງການທໍາລາຍປ່າໄມ້

ລາຍລະອຽດຂອງໂຄງການ

ຊື່ໂຄງການ : ໂຄງການ ປ້ອງກັນດິນຟ້າອາກາດ ໂດຍຫຼີກລ້ຽງການທໍາລາຍປ່າໄມ້
ໃຫ້ທຶນໂດຍ : ກະຊວງ ການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ (BMZ)
ປະເທດ : ລາວ
ຄູ່ຮ່ວມງານໂຄງການ : ກະຊວງ ກະສິກໍາ ແລະ ປ່າໄມ້, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ໄລຍະໂຄງການ : 2014 - 2018

ຄວາມເປັນມາ

ປ່າໄມ້ ເປັນຕົວເກັບກັກກາກບອນ ທີ່ສໍາຄັນ. ຢູ່ທົ່ວໂລກ, ປ່າໄມ້ ປະມານ 13 ເຮັກຕາ ຖືກທໍາລາຍແຕ່ລະປີ, ເຊິ່ງເຮັດໃຫ້ມີການປ່ອຍອາຍພິດເຮືອນແກ້ວ ເປັນຈໍານວນຫຼວງຫຼາຍ. ການຫຼີກລ້ຽງການຕັດໄມ້ທໍາລາຍປ່າ ແລະ ການເຊື່ອມໂຊມຂອງປ່າໄມ້ ສາມາດເປັນການປະກອບສ່ວນຢ່າງສໍາຄັນ ໃຫ້ແກ່ການຫຼຸດຜ່ອນ ການປ່ອຍອາຍພິດເຮືອນແກ້ວ ແລະ ການຫຼຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ.

ລາວ ເປັນປະເທດ ທີ່ອຸດົມໄປດ້ວຍຊັບພະຍາກອນທໍາມະຊາດ ເຊັ່ນວ່າ ນໍ້າ, ບໍ່ແຮ່ ແລະ ປ່າໄມ້. ໃນຄະນະທີ່ມັນຍັງຄົງເປັນໜຶ່ງໃນບັນດາປະເທດທີ່ມີອັດຕາການປົກຫຸ້ມຂອງປ່າໄມ້ທີ່ສູງທີ່ສຸດ ຢູ່ໃນແຜນດິນຂອງອາຊີຕາເວັນອອກສຽງໃຕ້ (41.5%), ແຕ່ປ່າໄມ້ໄດ້ເຊື່ອມໂຊມລົງຢ່າງໄວວາ ຢູ່ໃນຊຸມປີຫວ່າງບໍ່ດົນມານີ້, ເຊິ່ງເປັນການຫຼຸດລົງຈາກລະດັບການປົກຫຸ້ມທີ່ຄາດໄວ້ ທີ່ 70% ໃນກາງຊຸມປີ 1960s.

ສາຍເຫດທີ່ພາໃຫ້ມີການສູນເສຍປ່າໄມ້ ລວມມີ, ເຊັ່ນວ່າ, ການດໍາເນີນການຂຸດຄົ້ນໄມ້ແບບບໍ່ຍືນນານ, ການເຮັດໄຮເລື່ອນລອຍ ແລະ ການພັດທະນາພື້ນຖານໂຄງລ່າງ. ຜົນຕາມມາ ກໍຄື ການປ່ອຍອາຍພິດເຮືອນແກ້ວ ໃນລະດັບສູງ (GHG), ການສູນເສຍຊີວະນາໆພັນ, ການຂາດແຄນຜະລິດຕະຜົນປ່າໄມ້ ແລະ ການຫຼຸດລົງຂອງຜົນປະໂຫຍດຈາກດ້ານສີ່ງແວດລ້ອມ ທີ່ປ່າໄມ້ໄດ້ສະໜອງ (ການປົກປ້ອງນ້ໍາ ແລະ ດິນ). ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດ ຈາກການພັດທະນາເຫຼົ່ານີ້ ແມ່ນຜູ້ທີ່ຢູ່ໃນກຸ່ມທຸກຍາກທີ່ສຸດຂອງສັງຄົມລາວ ໂດຍສະເພາະແມ່ນແມ່ຍິງ ແລະ ຊົນເຜົ່າຕ່າງໆທີ່ອາໃສປ່າໄມ້ທີ່ບໍ່ທັນຖືກແຕະຕ້ອງ ເພື່ອການດໍາລົງຊີວິດຂອງເຂົາເຈົ້າ.

REDD (ເຣດ) ຫຍໍ້ມາຈາກ ‘Reducing Emissions from Deforestation and Forest Degradation = ການຫຼຸດຜ່ອນການປ່ອຍອາຍພິດ ຈາກການທໍາລາຍ ແລະ ການເຊື່ອມໂຊມຂອງປ່າໄມ້’. ມັນເປັນຄວາມພະຍາຍາມທີ່ເອົາຄຸນຄ່າທາງການເງິນ ມາໃສ່ກາກບອນທີ່ຖືກເກັບກັກໄວ້ຢູ່ໃນປ່າໄມ້ ແລະ ມັນສະໜອງສີ່ງຈູງໃຈໃຫ້ແກ່ບັນດາປະເທດກໍາລັງພັດທະນາ ເພື່ອໃຫ້ຫຼຸດຜ່ອນການປ່ອຍອາຍພິດຈາກທີ່ດິນປ່າໄມ້ ແລະ ເພື່ອລົງທຶນໃສ່ໃນການດໍາເນີນງານແບບກາກບອນຕໍ່າ ເພື່ອການພັດທະນາແບບຍືນນານ. ເຣດ+ ເຄື່ອນໄຫວຫຼາຍກວ່າວຽກງານ ເຣດ ຢ່າງດຽວ ໂດຍການລວມເອົາບົດບາດຂອງການອະນຸລັກ, ການພັດທະນາປ່າໄມ້ແບບຍືນນານ ແລະ ການເພີ່ມພູນມວນທາດກາກບອນປ່າໄມ້. ຖ້າເວົ້າສັ້ນໆກໍຄືວ່າ, ມັນລວມເອົາກິດຈະກໍາຫຼາຍຢ່າງ ໂດຍນໍາໃຊ້ສີ່ງຈູງໃຈທາງດ້ານການເງິນ ແລະ ເປັນວັດຖຸ ເພື່ອຊຸກຍູ້ໃຫ້ປະຊາຊົນຢຸດຕິການຕັດປ່າໄມ້.

ຈຸດປະສົງ

ຜູ້ທີ່ມີສ່ວນກ່ຽວຂ້ອງ ໃນການອະນຸລັກປ່າໄມ້ (ປະຊາຊົນຢູ່ໃນເຂດຊົນນະບົດ, ເຈົ້າໜ້າທີ່ປ່າໄມ້, ພາກເອກະຊົນ) ໄດ້ຮັບຜົນປະໂຫຍດ ຈາກສະພາບເງື່ອນໃຂ ທີ່ໄດ້ຮັບການປັບປຸງ ສຳລັບການຄຸ້ມຄອງຈັດສັນປ່າໄມ້ແບບຍືນນານ ແລະ ມາດຕະການ ເຣດ+. ສິ່ງດັ່ງກ່າວນີ້ ແມ່ນໄດ້ຮັບການຄໍ້າຊູຈາກນະໂຍບາຍ ແລະ ກອບການຈັດຕັ້ງທີ່ເໝາະສົມ ແລະ ຍຸດທະສາດການຈັດຕັ້ງປະຕິບັດເບື້ອງຕົ້ນ ໃນລະດັບຊາດ ແລະ ລະດັບທ້ອງຖິ່ນ.

ເປົ້າໝາຍ

ໂຄງການ CliPAD ໄດ້ຖືກເປີດໂຕ ໃນປີ 2009 ເພື່ອສະໜັບສະໜູນ ລັດຖະບານລາວ ໃນຂະບວນການສ້າງຄວາມພ້ອມແກ່ວຽກງານ ເຣດ+ ຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖີ່ນ. ເຣດ+ (ການຫຼຸດຜ່ອນການປ່ອຍອາຍພິດ ຈາກການທໍາລາຍ ແລະ ການເຊື່ອມໂຊມຂອງປ່າໄມ້) ເປັນກຸ່ມກິດຈະກໍາ ທີ່ນໍາໃຊ້ສີ່ງຈູງໃຈທາງການເງີນ ແລະ ເປັນວັດຖຸ ເພື່ອຊຸກຍູ້ປະຊາຊົນໃຫ້ຢຸດຕິການຕັດໄມ້ທໍາລາຍປ່າ. ໂຄງການ CliPAD ກໍາລັງໃຫ້ຄໍາແນະນໍາດ້ານນະໂຍບາຍ ແລະ ມາດຕະການພັດທະນາຄວາມອາດສາມາດ ເພື່ອຊ່ວຍສ້າງກອບວຽກ ເຣດ ໃນລະດັບຊາດ ແລະ ລະດັບແຂວງ ແລະ ຂະບວນການວາງແຜນ ເຣດ+. ມັນກໍາລັງທົດລອງບັນດາກິດຈະກໍາຫຼຸດຜ່ອນ ຢູ່ຂັ້ນທ້ອງຖີ່ນໃນສອງເມືອງຂອງແຂວງຫົວພັນ ແລະ ນອກຈາກນັ້ນ ກໍກໍາລັງສ້າງກົນໄກ ເຣດ+ ເພື່ອແກ້ໃຂຄວາມທຸກຍາກ ແລະ ຕົວແບບການສະໜອງເງິນແບບຍືນນານ.

GIZ ກໍາລັງຮ່ວມມືຢ່າງໃກ້ຊິດກັບອົງປະກອບດ້ານການເງິນຂອງແຜນງານ ເຊິ່ງໄດ້ຮັບການສະໜອງເງິນຈາກລັດຖະບານເຢຍລະມັນ ຜ່ານທາງທະນາຄານພັດທະນາ KfW. ໃນນາມທີ່ຖືກຈັດຕັ້ງປະຕິບັດໂດຍກະຊວງຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ແລະ ກະຊວງກະສິກໍາ ແລະ ປ່າໄມ້, ແຜນງານນີ້ ແມ່ນໜຶ່ງໃນຈໍານວນແຜນງານທໍາອິດທີ່ນໍາສະເໜີ ເຣດ+ ຢູ່ລາວ. ໃນຄະນະທີ່ເຢຍລະມັນ ແມ່ນໜຶ່ງໃນບັນດາຜູ້ສະໜອງສິ່ງຈູງໃຈລ່ວງໜ້າແບບສອງຝ່າຍຕົ້ນຕໍ ຢູ່ໃນວຽກງານ ເຣດ+, ຄາດໄວ້ວ່າໃນຕອນທ້າຍກອງທຶນຕ່າງໆ ທີ່ກ່ຽວຂ້ອງກັບກົນໄກທີ່ອີງໃສ່ຜົນງານຈະມາແທນທີ່ການສະໜັບສະໜູນນີ້.

ຍິ່ງປ່າໄມ້ໄດ້ຮັບການປົກປ້ອງ ຍິ່ງເຮັດໃຫ້ມັນໄດ້ຮັບການຄຸ້ມຄອງຢ່າງຍືນນານ, ຍິ່ງກາກບອນສາມາດຖືກເກັບກັກ, ຍິ່ງເຮັດໃຫ້ມີການຫຼຸດຜ່ອນການປ່ອຍອາຍພິດຈາກຂະແໜງປ່າໄມ້.

ສິ່ງທີ່ພວກເຮົາໄດ້ບັນລຸ

ຂະບວນການ ເຣດ+ ຕ້ອງການໃຫ້ມີຄວາມພະຍາຍາມຢ່າງໜັກແໜ້ນ ຕັ້ງແຕ່ຕອນຕົ້ນ ເພື່ອສັ້າງຕັ້ງກອບວຽກທີ່ຈໍາເປັນ ກ່ອນທີ່ມັນສາມາດປະກອບສ່ວນຕໍ່ການຫຼຸດຜ່ອນການປ່ອຍອາຍພິດ. CliPAD ໄດ້ປະກອບສ່ວນຂະບວນສ້າງຄວາມພຽບພ້ອມ ເຣດ+ ດ້ວຍຫຼາຍວິທີ:

  • ສໍາເລັດການສຶກສາເສັ້ນທຽບຖານ ກ່ຽວກັບສະຖານະພາບປັດຈຸບັນ ຂອງປ່າໄມ້ຢູ່ລາວ;
  • ສະໜັບສະໜູນ ການສ້າງອົງການຈັດຕັ້ງ ເຣດ+ ຜ່ານທາງມາດຕະການສ້າງຄວາມພຽບພ້ອມ;
  • ສະໜັບສະໜູນ ຂະບວນການປັບປຸງກົດໝາຍປ່າໄມ້ ເພື່ອສ້າງຕັ້ງກອບນິຕິກໍາ ສໍາລັບ ເຣດ+;
  • ສໍາເລັດການປະເມີນຄວາມຈໍາເປັນ ແລະ ແຜນພັດທະນາຊັບພະຍາກອນມະນຸດ ເພື່ອກໍານົດຄວາມຕ້ອງການດ້ານຄວາມອາດສາມາດຢູ່ໃນຂະແໜງປ່າໄມ້;
  • ກໍານົດສອງແຂວງທົດລອງ ໂດຍການປະເມີນຄວາມເປັນໄປໄດ້ທາງດ້ານວິຊາການ ແລະ ດ້ານການເງິນ;
  • ແນະນໍາແນວຄວາມຄິດ ສໍາລັບໂຄງສ້າງການຈັດຕັ້ງ ເຣດ+ ຢູ່ແຂວງຫົວພັນ ແລະ ການລິເລີ້ມການຝືກອົບຮົມ ເຣດ+ ແບບພິເສດ ໃຫ້ແກ່ພະນັກງານຂອງຄູ່ຮ່ວມງານ;
  • ຈັດຫຼັກສູດຂອງການຝືກອົບຮົມ ແລະ ພັດທະນາແນວຄວາມຄິດ ແລະ ຂັ້ນຕອນ ສໍາລັບສ້າງລະດັບການປ່ອຍອາຍພິດທຽບຖານ (ໃຫ້ເປັນເສັ້ນທຽບຖານ ແກ່ ເຣດ+) ລວມທັງລະບົບການຕິດຕາມ, ການລາຍງານ ແລະ ການພິສູດຢັ້ງຢືນ ໃນລະດັບຊາດ ແລະ ທ້ອງຖິ່ນ;
  • ສ້າງແຜນທີ່ພື້ນຖານການປົກຫຸ້ມປ່າໄມ້ ແລະ ການປະເມີນຊີວະມວນສານ ເພື່ອຄິດໄລ່ການຫຼຸດຜ່ອນທີ່ຈໍາເປັນ ຈາກການຫຼີກລ້ຽງການທໍາລາຍປ່າໄມ້ ຢູ່ແຂວງ ຫົວພັນ;
  • ແນະນໍາ ກິດຈະກໍາການຫຼຸດຜ່ອນ ເຊັ່ນວ່າ ມາດຕະການບັງຄັບໃຊ້ກົດໝາຍປ່າໄມ້ ແລະ ການສົ່ງເສີມກະສິກໍາ ຢູ່ໃນບ້ານທົດລອງທີ່ຖືກເລືອກຢູ່ສອງເມືອງ;
  • ທົດລອງວິທີທາງ 'ຄວາມເຫັນດີເຫັນພ້ອມແບບຕື່ນຕົວສະມັກໃຈ ໂດຍຮັບຮູ້ຂໍ້ມູນລວງໜ້າ'(FPIC) ຢູ່ 8 ບ້ານ ດັ່ງນັ້ນ ຈຶ່ງຮັບປະກັນວ່າຊຸມຊົນທ້ອງຖິ່ນຮັບຮູ້ຄວາມໝາຍຂອງວຽກງານ ເຣດ+ ແລະ ໃຫ້ຄວາມເຫັນດີເຫັນພ້ອມຕໍ່ການຈັດຕັ້ງປະຕິບັດ;
  • ພັດທະນາແນວຄວາມຄິດ, ບົດແນະນໍາ ແລະ ເອກສານຕ່າງໆ ກ່ຽວກັບການຈັດຕັ້ງປະຕິບັດ ຄວາມເຫັນດີເຫັນພ້ອມແບບຕື່ນຕົວສະໝັກໃຈ ໂດຍຮັບຮູ້ຂໍ້ມູນລວງໜ້າ (FPIC) ໂດຍການຮ່ວມມືກັນຢ່າງໃກ້ຊິດກັບຄູ່ຮ່ວມງານ ເພື່ອຮັບປະກັນການມີສ່ວນຮ່ວມ ຢ່າງຕັ້ງໜ້າຂອງບັນດາຊຸມຊົນທ້ອງຖິ່ນ ຢູ່ໃນມາດຕະການຫຼຸດຜ່ອນທີ່ກ່ຽວຂ້ອງກັບ ເຣດ+ (ເຊັ່ນ: ສັນຍາວ່າດ້ວຍການຄຸ້ມຄອງຈັດສັນປ່າໄມ້ບ້ານ);
  • ຮ່າງບົດແນະນໍາ ກ່ຽວກັບການວາງແຜນຄຸ້ມຄອງຈັດສັນປ່າໄມ້ບ້ານ (VFMP) ຮ່ວມກັບພະນັກງານລັດຂັ້ນເມືອງ, ແຂວງ ແລະ ຂັ້ນສູນກາງ;
  • ພັດທະນາແນວຄວາມຄິດ ກ່ຽວກັບສັນຍາວ່າດ້ວຍການຄຸ້ມຄອງຈັດສັນປ່າໄມ້ບ້ານ (VilFoMA) ໃຫ້ເປັນພື້ນຖານ ສໍາລັບການຄຸ້ມຄອງຈັດສັນປ່າໄມ້ແບບຍືນນານ ທີ່ໃນທີ່ສຸດຈະເຮັດໃຫ້ຊາວບ້ານສາມາດສ້າງຜົນປະໂຫຍດທາງດ້ານການເງິນ ທີ່ມາຈາກຄວາມພະຍາຍາມຂອງເຂົ້າເຈົ້າໃນການຫຼຸດຜ່ອນການປ່ອຍອາຍພິດຈາກການທໍາລາຍ ແລະ ການເຊື່ອມໂຊມຂອງປ່າໄມ້ ໂດຍພິຈາລະນາ ວຽກງານການຄຸ້ມກັນທີ່ຈໍາເປັນ ແລະ ວິທີທາງ FPIC;
  • ສ້າງລະບົບການແບ່ງປັນ ແລະ ແຈກຢາຍຜົນປະໂຫຍດ ໂດຍການຮ່ວມມືກັນຢ່າງໃກ້ຊິດກັບອົງປະກອບທາງດ້ານການເງິນ.
Content Image