ໂຄງການສົ່ງເສີມການສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ

ລາຍລະອຽດຂອງໂຄງການ

ຊື່ໂຄງການ : ໂຄງການ ສົ່ງເສີມການສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ
ໃຫ້ທຶນໂດຍ : ກະຊວງ ການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ (BMZ)
ປະເທດ : ລາວ
ຄູ່ຮ່ວມງານໂຄງການ : ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ)
ໄລຍະໂຄງການ : 2014 ຫາ 2017

Content related image

ຄວາມເປັນມາ

ຍ້ອນວ່າເສດຖະກິດຂອງປະເທດລາວ ແມ່ນຍັງອີງໃສ່ແຕ່ແຫຼ່ງຊັບພະຍາກອນທໍາມະຊາດເປັນສ່ວນຫຼາຍ ຊຶ່ງສະແດງອອກໃນພຶດຕິກໍາຫຼາຍໆຢ່າງເຊັ່ນ: ການລ່າສັດແບບຊະຊາຍ ແລະ ການຕັດໄມ້ຫຼາຍເກີນໄປ ແລະ ການອະນຸມັດໃຫ້ສໍາປະທານຂະໜາດໃຫຍ່ ສໍາລັບການພັດທະນາເຄື່ອນໄຟຟ້ານໍ້າຕົກ, ການຂຸດຄົ້ນບໍ່ແຮ່ ແລະ ໂຄງການປູກພືດຊະນິດດຽວ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນສາຍເຫດ ທີ່ນໍາໄປສູ່ການສູນເສຍເນື້ອທີ່ປ່າ ໄມ້ ຫຼື ເຮັດໃຫ້ເນື້ອທີ່ປ່າໄມ້ຫລຸດໜ້ອຍຖອຍລົງ, ການ ສູນເສຍຊີວະນາໆພັນ ແລະ ສິ່ງທີ່ມີຊີວິດໃນປ່າລວມທັງສັດປ່າ. ໃນຕໍ່ໜ້າ ສະພາບອາກາດທີ່ມີການປ່ຽນແປງ ຈະເປັນໄພຂົ່ມຂູ່ຕໍ່ວິຖີການດໍາລົງຊີວິດຫຼັກບາງ ຢ່າງຂອງປະຊາຊົນໃນປະເທດ ເປັນຕົ້ນແມ່ນ ການປູກເຂົ້າທີ່ອີງໃສ່ແຕ່ຝົນຕົກ. ເນື່ອງຈາກວ່າ ຜົນທະກົບທີ່ເກີດຈາກການປ່ຽນແປງດິນຟ້າອາກາດເຊັ່ນ: ໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ, ປະຊາຊົນຈະຮູ້ສຶກວ່າມັນເກີດຂຶ້ນຢ່າງຮຸນແຮງຕໍ່ພວກເຂົາ ໂດຍສະເພາະແມ່ນປະຊາຊົນໃນເຂດຊົນນະບົດ ທີ່ອີງໃສ່ລະບົບນິເວດ ຂອງປ່າໄມ້ ແລະ ຮ່ວມໄປເຖິງຊາວກະສິກອນປູກພືດຂະໜາດນ້ອຍ.

ແຕ່ວ່າປະຊາກອນສ່ວນໃຫຍ່ໃນເຂດຊົນນະບົດ ຢູ່ໃນປະເທດລາວ ເຊັ່ນດຽວກັນກັບ ພະນັກງານຂັ້ນນໍາ ຫຼື ຜູ້ໃຫ້ການຕັດສິນໃຈ ຍັງຂາດຄວາມຮູ້ ກ່ຽວກັບສາຍພົວພັນກັນ ລະຫວ່າງການພັດທະນາແບບຍືນຍົງ ແລະ ການປົກປັກຮັກສາສິ່ງແວດລ້ອມ. ພ້ອມນີ້, ປະຊາຊົນທົ່ວໄປ ກໍຍັງໃສ່ໃຈຕໍ່ບັນຫາເຫຼົ່ານີ້ໜ້ອຍຢູ່. ເພາະສະນັ້ນ ບັນດາມາດຕະການການສ້າງຈິດສໍານຶກ ເພື່ອສົ່ງເສີມການປົກປັກຮັກສາສິ່ງແວດລ້ອມ, ການອະນຸລັກຊີວະນາໆພັນ ແລະ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ, ປະເດັນເຫຼົ່ານີ້ຈະຕ້ອງຖືກເຊື່ອມໂຍງເຂົ້າໃນລະບົບການສື່ສານ ແລະ ການສຶກສາໃນປະ ເທດລາວ.

ຈຸດປະສົງ

ປະຊາຊົນທົ່ວໄປ, ບັນດານັກການເມືອງ ແລະ ນັກທຸລະກິດ ມີຄວາມຮູ້ຫຼາຍຂຶ້ນ ກ່ຽວກັບການປ້ອງປັກຮັກສາສິ່ງແວດລ້ອມ, ຊີວະນາໆພັນ ແລະ ການປ່ຽນ ແປງດິນຟ້າອາກາດ. ທັງນີ້ ກໍຕ້ອງຂອບໃຈນຳມາດຕະການການສື່ສານ ແລະ ການສຶກສາສິ່ງແວດລ້ອມ ຊຶ່ງມີຜົນເຮັດໃຫ້ມີການປ່ຽນແປງທີ່ດີ ຂອງທັດສະນະຄະຕິ ແລະ ພຶດຕິກໍາ ກ່ຽວກັບສິ່ງແວດລ້ອມເຂົາເຈົ້າ.

ເປົ້າໝາຍ

ພາຍໃຕ້ການຮ່ວມມື ກັບກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ) ຂອງກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ), ວຽກງານໂຄງ ການສົ່ງເສີມການສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ (ProCEEd) ໄລຍະ II ຂອງ GIZ ມີຈຸດປະສົງເພື່ອປັບປຸງຄວາມຮູ້, ທັດສະນະຄະຕິ ແລະ ພຶດຕະກໍາ ຂອງປະຊາຊົນທີ່ອາໄສຢູ່ໃນເຂດຊົນນະບົດ ແລະ ຜູ້ຕັດສິນໃຈດ້ານການເມືອງ ກ່ຽວກັບສິ່ງແວດລ້ອມ, ຊີວະນາໆພັນ ແລະ ການປ່ຽນແປງດິນຟ້າອາກາດ ໃນເຂດທີ່ໄດ້ຄັດເລືອກໄວ້ ໃນປະເທດລາວ.

ເພື່ອບັນລຸຈຸດປະສົງດັ່ງກ່າວ, ໂຄງການ ProCEEd ໄດ້ເຊື່ອມໂຍງວຽກງານ ດ້ານຍຸດທະສາດການສື່ສານໃນຂັ້ນສູນກາງ ແລະ ບັນດາຂະບວນການຮຽນຮູ້ຕ່າງໆໃນຂັ້ນ ແຂວງ, ເມືອງ ແລະ ຂັ້ນບ້ານ. ອີງຕາມການສຶກສາແບບຄົບຊຸດໃນດ້ານຄວາມຮູ້, ທັດສະນະຄະຕິ ແລະ ພຶດຕິກໍາກ່ຽວກັບສິ່ງແວດລ້ອມ, ໂຄງການ ProCEEd ໄລຍະ I ໄດ້ສ້າງແຜນຍຸດທະສາດການສື່ສານ ແລະ ການສຶກສາສິ່ງແວດລ້ອມ ຊຶ່ງໄດ້ກໍານົດເອົາກຸ່ມເປົ້າໝາຍ, ຫົວຂໍ້ກ່ຽວກັບສິ່ງແວດລ້ອມ ຢ່າງເໝາະສົມ ພ້ອມທັງຊ່ອງທາງການສື່ສານ ເພື່ອໂຄສະນາເຜີຍແຜ່ການສ້າງຈິດສໍານຶກດ້ານສິ່ງແວດລ້ອມ.

ເຂດຈຸດສຸມຂອງໂຄງການ ProCEEd ແມ່ນຢູ່ແຂວງຫົວພັນ ແລະ ແຂວງຄໍາມ່ວນ ຊຶ່ງເປັນບ່ອນທີ່ໄດ້ມີໂຄງການການຮ່ວມມື ລາວ-ເຢຍລະມັນ ກ່ຽວ ກັບການປົກປັກຮັກສາປ່າໄມ້ ແລະ ຊີວະນາໆພັນ ແລະ ການປ່ຽນແປງດິນຟ້າອາກາດກໍາລັງຈັດຕັ້ງປະຕິບັດຢູ່. ນອກຈາກນີ້ ໂຄງການ ProCEEd ຍັງໄດ້ປະຕິບັດກິດຈະກໍາຕ່າງໆໃນນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງໄຊຍະບູລີ. ການພັດທະນາຄວາມອາດສາມາດ ໃນຂະແໜງການສຶກສາ ແລະ ການ ສື່ສານສິ່ງແວດລ້ອມ ແມ່ນອົງປະກອບຫຼັກສໍາຄັນຕົ້ນຕໍ ໃນດ້ານວິທີການຈັດຕັ້ງປະຕິບັດໂຄງການ ຂອງໂຄງການ ProCEEd.

ຍຸດທະສາດແຫ່ງຊາດວ່າດ້ວຍການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ (NSEEA) ຊຶ່ງໄດ້ຖືກຮັບການທົບທວນຄືນ ໂດຍການຊ່ວຍເຫຼືອຂອງໂຄງການ ProCEEd ໄດ້ເອົາເປັນວຽກງານດ້ານກອບນະໂຍບາຍຂອງໂຄງການ. ໂຄງການ ProCEEd ໃຫ້ການຊ່ວຍເຫຼືອແກ່ຄູ່ຮ່ວມງານຈັດຕັ້ງປະຕິບັດວຽກໂຄງການ ແລະ ອົງກອນຜູ້ນໍາພາຈັດຕັ້ງປະຕິບັດຫຼັກຄື ກສສ/ກຊສ ເພື່ອສາມາດປະຕິບັດໜ້າທີ່ບົດບາດໃນການປະສານງານຂອງຕົນ ໃນດ້ານກິດຈະກໍາການສຶກສາສິ່ງແວດລ້ອມພາຍໃຕ້ລັດຖະບານລາວ.

ສິ່ງທີ່ພວກເຮົາໄດ້ບັນລຸ

ໃນພາກສ່ວນໜຶ່ງຂອງຍຸດທະສາດການສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງແວດລ້ອມ, ໂຄງການ ProCEEd ໃຫ້ການສະໜັບສະໜູນຊ້ອງສື່ມວນຊົນຫຼາຍ ດ້ານຕັ້ງແຕ່ຂະບວນການວາງແຜນ ແລະ ຈົນເຖິງຂັ້ນຕອນການຜະລິດ. ໄດ້ຈັດການຝຶກອົບຮຶມນັກຂ່າວດ້ານສິ່ງແວດລ້ອມ ແລະ ຊ່ວຍເຫຼືອວິທະຍຸຂັ້ນສູນກາງ, ຂັ້ນແຂວງ ແລະ ເມືອງ ພ້ອມດ້ວຍໂທລະພາບແຫ່ງຊາດໃນການຜະລິດວາລະສານສິ່ງແວດລ້ອມ, ແລະ ກໍຍັງອອກຂ່າວໃນໜັງສືພິມປະຈໍາວັນສອງສະບັບ ຊຶ່ງເຜີຍແຜ່ຂ່າວສານຕ່າງໆ ຂອງໂຄງການ ແລະ ຂໍ້ຄວາມຂ່າວທີ່ລົງເລິກເຖິງປະເດັນສິ່ງແວດລ້ອມ.

ໂຄງການ ProCEEd ໄດ້ນໍາໃຊ້ລົດສິ່ງແວດລ້ອມສອງຄັນ ທີ່ປະກອບຕິດຕັ້ງດ້ວຍເຄື່ອງສື່ສານຫຼາຍຢ່າງ ທີ່ໃຊ້ພະລັງງານແສງຕາເວັນ ເຂົ້າໃນການຈັດກິດຈະກໍາການສຶກສານອກໂຮງຮຽນຕ່າງໆ. ການເດີນທາງເຄື່ອນໄຫວກິດຈະກໍາລົດສິ່ງແວດລ້ອມ ກໍາລັງສືບຕໍ່ປະຕິບັດຢູ່. ຜ່ານມາໄດ້ໄປເຄື່ອນໄຫວກິດຈະກໍາໃນ ນະຄອນຫຼວງວຽງຈັນ ໃນຫົວຂໍ້ການປ່ຽນແປງດິນຟ້າອາກາດ ເພື່ອໄປໂຄສະນາເຜີຍແຜ່ ແລະ ສ້າງຈິດສໍານຶກ ຊຶ່ງເຂົ້າເຖິງນ້ອງນັກຮຽນໂຮງຮຽນມັດທະຍົມ ຫຼາຍກວ່າ 15,000 ຄົນ. ນອກນັ້ນ ຄູ່ຮ່ວມງານຂອງໂຄງການ ProCEEd ຄື ກສສ ກໍໄດ້ໄປຈັດກິດຈະກໍາເຜີຍແຜ່ ໃຫ້ແກ່ຜູ້ຕັດສິນໃຈທາງດ້ານການເມືອງ ຢູ່ເມືອງຫຼວງຂອງແຂວງ ແລະ ເມືອງ ເປັນເວລາຍາວເຖິງໜຶ່ງອາທິດ. ຫົວຂໍ້ທີ່ໄປເຜີຍແຜ່ ແມ່ນກວມເອົາການຄຸ້ມຄອງແບບເຂດສະຫງວນແຫ່ງຊາດ ແບບມີສ່ວນຮ່ວມ ເຊັ່ນດຽວກັບການປົກປັກຮັກສາປ່າໄມ້ ແລະ ສັດປ່າ. ນອກຈາກນີ້ ກສສ ກໍຍັງເຮັດວຽກກັບທີມງານຂອງອົງການທີ່ບໍ່ຂຶ້ນກັບລັດຖະບານ ແລະ ພ້ອມກັນເດີນທາງໄປເຜີຍແຜ່ຈັດກິດຈະກໍາການສ້າງຈິດສໍານຶກດ້ານສິ່ງແວດລ້ອມ ເປັນໄລຍະເວລາຍາວເຖິງເດືອນ ໃນຫົວຂໍ້ທີ່ຄ້າຍຄືກັນ ໃຫ້ແກ່ບັນດາໜູ່ບ້ານ ໃນເມືອງກຸ່ມເປົ້າໝາຍໃນ ແຂວງຄໍາມ່ວນ, ຫົວພັນ ແລະ ແຂວງໄຊຍະບູລີ. ການອອກເຄື່ອນກິດຈະກໍາເຫຼົ່ານີ້ ແມ່ນເນັ້ນໃສ່ນ້ອງນັກກຮຽນ, ອໍານາດການປົກ ຄອງບ້ານ ແລະ ປະຊາຊົນທົ່ວໄປ ໂດຍນໍາໃຊ້ກິດຈະກໍາທີ່ຫຼາກຫຼາຍທີ່ສ້າງຂຶ້ນສະເພາະແຕ່ລະກຸ່ມ.

ນອກຈາກນີ້, ຍັງມີກິດຈະກໍາການຈັດການຂີ້ເຫຍື້ອ ໃນຊ່ວງບຸນຊ່ວງເຮືອ ແລະ ບຸນທາດຫຼວງ ນະຄອນຫຼວງວຽງຈັນ ຊຶ່ງດຶງດູດຄວາມສົນໃຈຄົນທີ່ມາທ່ຽວ ງານບຸນເຂົ້າຮ່ວມກິດຈະກໍາດ້ວຍຄວາມມ່ວນຊຶ່ນ.

ການສ້າງຮູບເງົາຍາມພັກໂຮງຮຽນ ເປັນເວລາຍາວເຖິງ 4 ອາທິດ ໄດ້ເປິດໂອກາດໃຫ້ຊາວໜຸ່ມລາວໄດ້ມີຄວາມຮູ້ ແລະ ປະສົບການໃນການສ້າງ ແລະ ການ ຜະລິດຮູບເງົາ ກ່ຽວກັບສິ່ງແວດລ້ອມ. ຈາກການແຂ່ງຂັນປະກວດຮູບຖ່າຍທົ່ວປະເທດ ກ່ຽວກັບປະເດັນສິ່ງແວດລ້ອມຕ່າງໆ ໄດ້ສະໜອງຮູບຖ່າຍໃຫ້ງານ ວາງສະແດງຮູບພາບເຄື່ອນທີ່ ຊຶ່ງເດີນທາງໄປວາງສະແດງຮູບຖ່າຍເຫຼົ່ານັ້ນຢູ່ຕາມຄະນະຂອງ ມ.ຊ, ວິທະຍາໄລ ແລະ ສະຖານທີ່ອື່ນໆອີກ.

ພ້ອມນີ້ ໃບຂໍ້ມູນຄວາມຈິງທີ່ມີເນື້້ອໃນສັ້ນກະທັດຫັດ ແລະ ເຈາະຈົງປະເດັນສິ່ງແວດລ້ອມຕ່າງໆ ໃນປະເທດລາວ ກໍໄດ້ໃຫ້ຂໍ້ມູນແກ່ພາກສ່ວນຕ່າງໆ ບໍ່ວ່າ ທັງ ໃນຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນບ້ານ. ເວັບໄຊ້ໂຄງການ ProCEEd ຄື www.laos-proceed.com ແລະ ຈົດໝາຍຂ່າວ ກໍສະໜອງຂໍ້ມູນຂ່າວ ສານທີ່ທັນເຫດການ ກ່ຽວກັບກິດຈະກໍາຕ່າງໆຂອງໂຄງການ ລວມທັງວິທີການ ແລະ ເປັນແຫຼ່ງຂໍ້ມູນ.

Content Image

Additional information