^ການສະໜັບສະໜູນແຜນງານ ການບັງຄັບໃຊ້ກົດໝາຍ ປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສປປ ລາວ ກັບ ສະຫະພາບເອີຣົບ

ລາຍລະອຽດຂອງໂຄງການ

ຊື່ໂຄງການ : ການສະໜັບສະໜູນແຜນງານ ການບັງຄັບໃຊ້ກົດໝາຍ ປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສປປ ລາວ ກັບ ສະຫະພາບເອີຣົບ
ໃຫ້ທຶນໂດຍ : ກະຊວງ ການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ (BMZ)
ປະເທດ : ລາວ
ຄູ່ຮ່ວມງານໂຄງການ : ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ໄລຍະໂຄງການ : 2013 ຫາ 2018

Laos  © GIZ

ຄວາມເປັນມາ

ປ່າໄມ້ມີບົດບາດສໍາຄັນໃນການຫຼຸດຜ່ອນການປ່ຽນແປງສະພາບດິນຟ້າອາກາດ ແລະ ສະໜັບສະໜູນການພັດທະນາເສດຖະກິດຂອງລາວ. ເຖິງຢ່າງໃດກໍ່ຕາມ, ເນື້ອທີ່ປ່າໄມ້ຂອງປະເທດເກືອບເຄິ່ງໜຶ່ງ ໄດ້ຖືກສູນເສຍໄປໃນຫຼາຍທົດສະວັດຜ່ານມາ ແລະ ປ່າໄມ້ທໍາມະຊາດທີ່ເຫຼືອຢູ່ ແມ່ນກໍາລັງຖືກຮຸກຮານ ແລະ ຫຼຸດ ໜ້ອຍຖອຍລົງ ຢ່າງຮຸນແຮງ. ການທໍາລາຍປ່າໄມ້ບໍ່ພຽງແຕ່ທໍາລາຍຊີວະນານາພັນ ແລະ ລະບົບນິເວດວິທະຍາສະເພາະທີ່ປ່າໄມ້ໄດ້ສະໜອງໃຫ້, ແຕ່ຍັງຫຼຸດ ຜ່ອນຈໍານວນເຄື່ອງປ່າຂອງດົງ ສໍາລັບຄົນທ້ອງຖິ່ນ. ການທໍາລາຍດັ່ງກ່າວ ສົ່ງຜົນກະທົບໃຫ້ກຸ່ມທີ່ທຸກຍາກທີ່ສຸດຂອງສັງຄົມ ຕ້ອງປະເຊີນຄວາມຫຍຸ້ງຍາກ, ເນື່ອງຈາກຊີວິດການເປັນຢູ່ຂອງພວກເຂົາ ຕິດພັນກັບຄວາມອຸດົມສົມບູນຂອງປ່າໄມ້.

ສາເຫດຂອງການທໍາລາຍປ່າໄມ້ ແລະ ການເຊື່ອມໂຊມຂອງປ່າ ແມ່ນມີຫຼາກຫຼາຍ, ນັບຈາກການຕັດໄມ້ທີ່ຜິດກົດໝາຍໄປເຖິງການຖາງປ່າເຮັດໄຮ່ແບບເລື່ອນລອຍ ແລະ ການຫັນປ່ຽນພື້ນທີ່ປ່າໄມ້ ເນື່ອງຈາກໂຄງການກໍ່ສ້າງພື້ນຖານໂຄງລ່າງຕ່າງໆ, ການຂະຫຍາຍເນື້ອທີ່ການຂຸດຄົ້ນບໍ່ແຮ່, ການປູກຕົ້ນໄມ້ອຸດສາຫະກໍາ, ການປູກຝັງລ້ຽງສັດ ແລະ ການຕັ້ງຖິ່ນຖານຂອງປະຊາຊົນ.

ການຕັດໄມ້ທີ່ຜິດກົດໝາຍໃນປະເທດລາວ ກໍາລັງເກີດຂຶ້ນໃນລະດັບກວ້າງ. ສິ່ງດັ່ງກ່າວນໍາໄປສູ່ຜົນເສຍຫາຍຮ້າຍແຮງຕໍ່ສັງຄົມ ແລະ ທໍາມະຊາດ, ເຊັ່ນດຽວກັບ ການສູນເສຍລາຍຮັບອັນມະຫາສານຂອງປະເທດ.

ໃນປີ 2003, ສະຫະພາບເອີຣົບ (EU) ໄດ້ລິເລີ່ມ ແຜນງານ ການບັງຄັບໃຊ້ກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ພ້ອມກັບແຜນວຽກ ເພື່ອສະໜັບສະໜູນການຄຸ້ມຄອງທີ່ດີ ໃນຂະແໜງປ່າໄມ້ໃນທົ່ວໂລກ, ເຊິ່ງພາໃຫ້ມີການຫຼຸດຜ່ອນການຕັດໄມ້ທີ່ຜິດກົດໝາຍ ແລະ ສ້າງຄວາມເຂັ້ມແຂງໃນ ການຄຸ້ມຄອງປ່າໄມ້ ແບບຍືນຍົງ. ແຜນວຽກປະຕິບັດສຸມໃສ່ຫຼີກລ້ຽງການຕັດໄມ້ ແລະ ນໍາຜະລິດຕະພັນໄມ້ທີ່ຜິດກົດໝາຍ ເຂົ້າໃນສະຫະພາບເອີຣົບ. ໂຄງການດັ່ງກ່າວປະກອບມີ ການສະໜັບສະໜູນທາງດ້ານການເງິນ, ເຕັກນິກ ແລະ ການໃຫ້ຄໍາປຶກສາແກ່ບັນດາປະເທດຜະລິດໄມ້ ແລະ ມາດຕະການຕ່າງໆ ເພື່ອ ສະໜັບສະໜູນການຄ້າໄມ້ຖືກກົດໝາຍ.

ເປົ້າໝາຍຫລັກຂອງແຜນວຽກປະຕິບັດດັ່ງກ່າວ ແມ່ນເພື່ອລິເລີ່ມຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ລະຫວ່າງ ສະຫະພາບເອີຣົບ ແລະ ບັນດາປະເທດຜະລິດໄມ້.

ຈຸດປະສົງ

ໂດຍການປະສານສົມທົບກັບຫຼາຍພາກສ່ວນ, ລັດຖະບານແຫ່ງ ສປປ ລາວ, ພາກເອກະຊົນ, ຕົວແທນອົງການປະຊາສັງຄົມ ແລະ ປະຊາຊົນທ້ອງຖິ່ນ ໄດ້ເຂົ້າ ຮ່ວມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ລະຫວ່າງ ປະເທດລາວ ແລະ ສະຫະພາບເອີຣົບ.

ເປົ້າໝາຍ

ໂຄງການ GIZ ProFLEGT ແມ່ນໄລຍະຕົ້ນຂອງການຮ່ວມມືແນວຄິດລິເລີ່ມ ຮ່ວມຂອງລັດຖະບານລາວ ແລະ ການຮ່ວມມືການພັດທະນາຂອງເຢຍລະມັນ ເພື່ອສະໜັບສະໜູນການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ລະຫວ່າງ ສະຫະພາບເອີຣົບ ແລະ ປະເທດລາວ. ເນື້ອໃນຂອງ ເອກະສານຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ໄດ້ໃຫ້ຄໍາໝັ້ນສັນຍາຮັບຜິດຊອບ ແລະ ການຈັດຕັ້ງປະຕິບັດຂອງທັງສອງຝ່າຍ ເພື່ອແກ້ ໄຂບັນຫາການຕັດໄມ້ທີ່ຜິດກົດໝາຍ.

ຂໍ້ບັງຄັບຕົ້ນຕໍຂອງສະຫະພາບເອີຣົບ ແມ່ນວ່າການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າ ແບບສະໝັກໃຈ ຕ້ອງໄດ້ອີງໃສ່ຂະບວນການການມີສ່ວນຮ່ວມຂອງຫຼາຍພາກສ່ວນ ເຊິ່ງລວມມີ ພາກລັດຖະບານ, ປະຊາສັງຄົມ, ອຸດສາຫະກໍາໄມ້ ແລະ ຊຸມຊົນທ້ອງຖິ່ນ.

ເນື້ອໃນສໍາຄັນຂອງທຸກໆຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ແມ່ນລະບົບການຮັບປະກັນຄວາມຖືກຕ້ອງຕາມກົດໝາຍຂໍ້ກຳນົດໃນການຢັ້ງຢືນໄມ້ (TLAS), ເຊິ່ງລວມມີ 5 ອົງປະກອບຫຼັກ. ລະບົບການຮັບປະກັນດັ່ງກ່າວ ກໍານົດນິຍາມໄມ້ທີ່ຖືກກົດໝາຍ, ແນວທາງການຄຸ້ມຄອງຕ່ອງໂສ້ການສະໜອງ, ແນວທາງການຢັ້ງຢືນແຫຼ່ງທີ່ມາຂອງໄມ້ທີ່ຖືກຕ້ອງຕາມກົດໝາຍ ແລະ ແນວທາງການອອກໃບອະນຸຍາດ. ພ້ອມກັນນັ້ນ, ລະບົບການຮັບປະກັນດັ່ງກ່າວ ຍັງກໍານົດການຕິດຕາມແບບອິດສະຫຼະ ເພື່ອຮັບປະກັນວ່າລະບົບສາມາດຈັດຕັ້ງປະຕິບັດໄດ້ດີ.

ສິ່ງທີ່ພວກເຮົາໄດ້ບັນລຸ

ໂຄງການ ProFLEGT ສຸມໃສ່ 4 ຂົງເຂດ ທີ່ມີການພົວພັນກັນຢ່າງໃກ້ຊິດຕິດແທດ ເພື່ອສະໜັບສະໜູນຂັ້ນຕອນໃນການພັດທະນາ ແລະ ການເຈລະຈາຂໍ້ຕົກ ລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ.

  • ໂຄງການ ໄດ້ສະໜັບສະໜູນພາກລັດຖະບານ ເພື່ອຄຸ້ມຄອງແຜນງານການບັງຄັບໃຊ້ກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ໃນຂັ້ນສູນກາງ ແລະ ເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ໃຫ້ສໍາເລັດ. ເພື່ອບັນລຸຈຸດປະສົງດັ່ງກ່າວ, ໂຄງການຍັງໄດ້ລວມເອົາພາກສ່ວນທີ່ກ່ຽວຂ້ອງ ຕ່າງໆເຂົ້າຮ່ວມໃນແຜນງານ.
  • ໂຄງການ ProFLEGT ສ້າງຄວາມເຂັ້ມແຂງ ໃຫ້ແກ່ພາກລັດຖະບານ, ປະຊາສັງຄົມ, ສະຖາບັນສຶກສາ ແລະ ອຸດສາຫະກໍາປຸງແຕ່ງໄມ້ ຈາກລະດັບທ້ອງຖິ່ນ ເຖິງຂັ້ນສູນກາງ ໃນການຜັນຂະຫຍາຍລະບົບການຮັບປະກັນຄວາມຖືກຕ້ອງຕາມກົດໝາຍຂໍ້ກຳນົດໃນການຢັ້ງຢືນໄມ້.
  • ພ້ອມກັນນັ້ນ, ລະບົບໄດ້ຖືກທົດລອງໃນ 3 ແຂວງເປົ້າໝາຍ ເພື່ອປະເມີນການນໍາໃຊ້ຕົວຈິງ. ຜົນການທົດລອງໃນເຂດເປົ້າໝາຍ ຈະຖືກສົ່ງກັບເຂົ້າປັບປຸງຂະ ບວນການພັດທະນາລະບົບການຮັບປະກັນຄວາມຖືກຕ້ອງຕາມກົດໝາຍຂໍ້ກຳນົດໃນການຢັ້ງຢືນໄມ້ດັ່ງກ່າວ. ການຝຶກງານຕົວຈິງຈະເພີ່ມທັກສະ ແລະ ປະສົບການ ຂອງພາກສ່ວນກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດລະບົບການຮັບປະກັນຄວາມຖືກຕ້ອງຕາມກົດໝາຍຂໍ້ກຳນົດໃນການຢັ້ງຢືນໄມ້.
  • ທ້າຍສຸດ, ໂຄງການ ProFLEGT ໄດ້ອໍານວຍຄວາມສະດວກ ໃນການປະສານງານໃຫ້ແກ່ບັນດາແນວຄິດລິເລີ່ມ ທາງດ້ານນະໂຍບາຍປ່າໄມ້ແຫ່ງຊາດ, ໂດຍສະເພາະຂະບວນການ FLEGT ແລະ REDD+. ສິ່ງນີ້ໄດ້ກໍ່ໃຫ້ເກີດການປະສົມປະສານ ລະຫວ່າງ ຂະບວນການເຫຼົ່ານີ້ ແລະ ຊ່ວຍໃຫ້ພາກສ່ວນກ່ຽວຂ້ອງໄດ້ເຂົ້າຮ່ວມຢ່າງເລິກເຊິ່ງກວ່າເກົ່າ. ກົນໄກການປະສານງານ ຈະຖືເອົາການຈັດຕັ້ງປະຕິບັດທີ່ດີທີ່ສຸດຂອງຂະບວນການ FLEGT ແລະ REDD+ ຈາກບັນດາປະເທດອື່ນໆ ແລະ ໃນລະດັບພາກພື້ນ ແລະ ສາກົນ. ບົດຮຽນທີ່ຖອດຖອນໄດ້ຈາກປະເທດລາວ ຈະຖືກສະໜອງເປັນບົດຮຽນໃນລະດັບສາກົນ.

ໂຄງການ ProFLEGT ປະສານສົມທົບຢ່າງໃກ້ຊິດຕິດແທດກັບ ຄະນະກໍາມະທິການເອີຣົບ ເຊິ່ງເປັນຜູ້ເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າ ແບບສະໝັກໃຈ ຕາງໜ້າໃຫ້ແກ່ບັນດາ 28 ປະເທດສະມາຊິກ ຂອງ ສະຫະພາບເອີຣົບ ກັບລັດຖະບານ ສປປ ລາວ. ຄະນະກໍາມະທິການເອີຣົບ ຍັງໄດ້ປະສານງານກັບຜູ້ຕາງໜ້າຂອງ ສະຫະພາບເອີຣົບ ປະຈໍາ ສປປ ລາວ ແລະ ສະຖາບັນປ່າໄມ້ເອີຣົບ (European Forest Institute) ຜູ້ໃຫ້ການສະໜັບສະໜູນແຜນງານ FLEGT.

Laos  © GIZ