ການເຊື່ອມສານເສດຖະກິດ ລາວ ເຂົ້າສູ່ພູມມິພາກອາຊຽນ ດ້ວຍການພັດທະນາດ້ານທຸລະກິດ ແລະ ການຄ້າ

ລາຍລະອຽດຂອງໂຄງການ

ຊື່ໂຄງການ : ການເຊື່ອມສານເສດຖະກິດ ລາວ ເຂົ້າສູ່ພູມມິພາກອາຊຽນ ດ້ວຍການພັດທະນາດ້ານທຸລະກິດ ແລະ ການຄ້າ
ໃຫ້ທຶນໂດຍ : ກະຊວງ ການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ (BMZ)
ປະເທດ : ລາວ
ຄູ່ຮ່ວມງານໂຄງການ : ກະຊວງ ແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກໍາ ແລະ ການຄ້າ
ໄລຍະໂຄງການ : 2014 ຫາ 2017

Laos  © GIZ

ຄວາມເປັນມາ

ປະຊາຄົມເສດຖະກິດອາຊຽນ (AEC) ທີ່ຈະມາເຖິງນີ້ ແມ່ນມີຄວາມສຳພັນທີ່ສຳຄັນຍິ່ງ ຕໍ່ການພັດທະນາເສດຖະກິດຂອງລາວ. ມັນຈະເປັນການສ້າງຕະຫຼາດດ່ຽວ ທີ່ມີຜູ້ຊົມໃຊ້ເຖີງ 670 ລ້ານຄົນ. ສໍາລັບປະເທດນ້ອຍ ແລະ ບໍ່ມີທາງອອກສູ່ທະເລເຊັ່ນ ສປປ ລາວ, ການເປັນສະມາຊິກປະຊາຄົມເສດຖະກິດອາຊຽນ ຈະມີທ່າແຮງມະຫາສານ ໃນການເອື້ອອຳນວຍໃຫ້ເຂົ້າເຖິງຕະຫຼາດພູມມິພາກໄດ້ເປັນຢ່າງດີ. ຖານການຜະລິດດ່ຽວ ຈະເພີ່ມໂອກາດໃຫ້ເປັນສ່ວນປະກອບໜຶ່ງ ຂອງຕ່ອງໂສ້ມູນຄ່າພູມມິພາກ. ດ້ານການຄ້າຕ່າງປະເທດໃນ ສປປ ລາວ ຫຼາຍກວ່າເຄິ່ງແມ່ນຄ້າຂາຍກັບບັນດາລັດພາຄີຂອງອາຊຽນ ເຖິງຢ່າງໃດກໍ່ດີ ກາລະໂອ ກາດທີ່ເປັນບວກຈາກການຮ່ວມເປັນປະຊາຄົມເສດຖະກິດອາຊຽນນັ້ນ ຈະຕິດຕາມມາດ້ວຍບັນດາສິ່ງທ້າທາຍຫຼາຍປະການ ເຊິ່ງທາງພາກລັດ ແລະ ເອກະຊົນ ຕ້ອງໄດ້ຕຽມຄວາມພ້ອມໃນໄລຍະສັ້ນພາຍໃນປີ ຄສ 2015 ນີ້.

ລັດຖະບານລາວ ກຳລັງປະເຊີນກັບໜ້າທີ່ໆທ້າທ້າຍ ໃນການປັບປ່ຽນລະບຽບການທີ່ຈຳເປັນຕ່າງໆ ເພື່ອໃຫ້ສອດຄ່ອງກັບສັນຍາອາຊຽນ, ນີ້ບໍ່ພຽງແຕ່ຮຽກຮ້ອງຄວາມຮູ້ທາງດ້ານເຕັກນິກທີ່ເລີກເຊິ່ງກວ້າງຂວາງເທົ່ານັ້ນ ຫາກຍັງຮຽກຮ້ອງໃຫ້ມີການຮ່ວມປະສານງານຂອງບັນດາຂະແໜງການ ແລະ ອົງການຈັດຕັ້ງຕ່າງໆ ທີ່ກ່ຽວຂ້ອງຂອງລັດ. ໃນສະພາວະຄວາມເປັນຈິງຂອງການເປີດກວ້າງການຄ້າເສລີ ຂະແໜງທຸລະກິດຈະໄດ້ປະເຊີນການແຂ່ງຂັນ ກັບບັນດາປະເທດສະມາຊິກອາຊຽນທີ່ມີຄວາມກ້າວໜ້າກວ່າ. ໃນຂະນະດຽວກັນ, ການສົ່ງອອກຕົ້ນຕໍຂອງປະເທດລາວ ຍັງແມ່ນພະລັງງານ ແລະ ຊັບພະຍາກອນບໍ່ແຮ່, ທັງສອງຂະແໜງການ ລ້ວນແລ້ວແຕ່ສົ່ງຜົນຈໍາກັດຕໍ່ການຈ້າງງານພາຍໃນ.

ພາກທຸລະກິດສ່ວນຫຼາຍໃນປະເທດລາວ ແມ່ນທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs). ດັ່ງນັ້ນ, ການສົ່ງເສີມພັດທະນາພາກທຸລະກິດເຫຼົ່ານີ້ ຈຶ່ງເປັນທ່າແຮງອັນຍິ່ງໃຫຍ່ ທີ່ຈະເຮັດໃຫ້ການເຊື່ອມສານເສດຖະກິດພູມມິພາກອາຊຽນມີ ຄວາມສະເໝີພາບແບບຍືນຍົງ.

ຈຸດປະສົງ

ລັດຖະບານລາວ ໄດ້ປະສົບຜົນສຳເລັດໃນການຄຸ້ມຄອງວຽກງານການເຊື່ອມໂຍງ ແລະ ປັບປຸງສະພາບແວດລ້ອມດ້ານລະບຽບການຄ້າ ແລະ ການລົງທຶນ ໃນພາກພື້ນ. ພາກທຸລະກິດຂອງລາວ ສາມາດໄດ້ຮັບຜົນປະໂຫຍດ ແລະ ຫຼຸດຜ່ອນຄວາມສ່ຽງຕ່າງໆ ຈາກການເປັນສະມາຊິກປະຊາຄົມເສດຖະກິດອາຊຽນ (AEC)

ເປົ້າໝາຍ

ດ້ວຍການຮ່ວມມືກັບບັນດາພາກສ່ວນກ່ຽວຂ້ອງຂອງພາກລັດ ແລະ ເອກະຊົນ, ໂຄງການ ເຊື່ອມສານເສດຖະກິດລາວເຂົ້າສູ່ພູມມິພາກອາຊຽນ ດ້ວຍການພັດ ທະນາດ້ານທຸລະກິດ ແລະ ການຄ້າ (RELATED) ມຸ່ງໃສ່ການສະໜັບສະໜູນໃຫ້ ສປປ ລາວ ໄດ້ຮັບຜົນປະໂຫຍດ ແລະ ສະກັດກັ້ນຄວາມສ່ຽງຕ່າງໆ ຈາກປະຊາຄົມເສດຖະກິດອາຊຽນ (AEC) ເຊິ່ງຈະສ້າງຕັ້ງຂື້ນໃນປີ 2015 ນີ້. ໂຄງການດັ່ງກ່າວລວມມີ 3 ນິມິດໝາຍຕົ້ນຕໍເຊັ່ນ: ປະກອບສ່ວນສ້າງສັນສະພາບເອື້ອອຳນວຍທາງດ້ານລະບຽບການ ດ້ານການຄ້າ ແລະ ການລົງທຶນໃນລະດັບພູມມິພາກ, ຊ່ວຍພາກລັດໃນການສ້າງສັນຂະບວນການເຊື່ອມໂຍງ ແລະ ສະໜັບສະໜູນພາກເອກະຊົນ ໃຫ້ໄດ້ຮັບຜົນປະໂຫຍດ ຈາກປະຊາຄົມເສດຖະກິດອາຊຽນ (AEC).

ອີງຕາມສະພາບທາງດ້ານລະບຽບການ, ໂຄງການໄດ້ໃຫ້ການຊ່ວຍເຫຼືອແກ່ເຈົ້່າໜ້າທີ່ຂອງລາວ ໃນການຜັນຂະຫຍາຍບັນດາສັນຍາຂອງອາຊຽນ ເປັນລະບຽບການພາຍໃນ ໃນຂົງເຂດການຄ້າຊາຍແດນ ທີ່ຕິດພັນກັບສິນຄ້າ ແລະ ການບໍລິການ ເຊັ່ນດຽວກັບການອໍານວຍຄວາມສະດວກໃຫ້ແກ່ການລົງທຶນ ທີ່ຕິດພັນກັບການຄ້າ, ໂດຍສະເພາະໃນຮູບແບບຂອງເຂດເສດຖະກິດພິເສດຕ່າງໆ (SEZs). ພ້ອມກັນນັ້ນ, ໂຄງການ ຍັງປະກອບສ່ວນທາງດ້ານການເງິນສະໜັບສະໜູນ ແລະ ອຳນວຍຄວາມສະດວກໃຫ້ແກ່ການພັດທະນາການຄ້າໄລຍະສອງ (TDF II). ອົງການຜູ້ໃຫ້ການສະໝັບສະໜູນທຶນຈາກຫຼາຍປະເທດ ໄດ້ຕົກລົງ ສົ່ງເສີມການຈັດຕັ້ງປະຕິບັດໜ້າວຽກສໍາຄັນລະດັບຊາດ ທີ່ເປັນບູລິມະສິດທາງດ້ານການຄ້າ.

ຍ້ອນຄວາມສັບຊ້ອນ ແລະ ການມີສ່ວນຮ່ວມຂອງຫຼາຍພາກສ່ວນກ່ຽວຂ້ອງ ໃນການເຊື່ອມສານເສດຖະກິດອາຊຽນ, ໂຄງການ ໄດ້ສະໜັບສະໜູນການຊີ້ນໍາ, ການປະສານງານ ແລະ ການຕິດຕາມກວດກາຜົນຂອງການຈັດຕັ້ງປະຕິບັດເສດຖະກິດປະຊາຄົມ ອາຊຽນ AEC. ນອກຈາກນີ້ ໂຄງການດັ່ງກ່າວ ຍັງມີຈຸດມຸ່ງໝາຍທີ່ຈະຍົກລະດັບຄວາມຮັບຮູ້ ໃນການຜັນຂະຫຍາຍຂະບວນການການເຊື່ອມສານເສດຖະກິດອາຊຽນ ແລະ ເພີ່ມທະວີຂະບວນການເຈລະຈາທີ່ສ້າງສັນ.

ທ້າຍນີ້ ໂຄງການ RELATED ຍັງໃຫ້ການຊ່ວຍເຫຼືອສະມາຄົມທຸລະກິດຂອງລາວ ໂດຍສະເພາະຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ເພື່ອກຽມພ້ອມຕໍ່ທ່າແຮງ ແລະ ສິ່ງທ້າທາຍຕ່າງໆໃນການເຊື່ອມສານສູ່ພູມມິພາກ. ໂຄງການ ໄດ້ຍົກສູງຂີດຄວາມສາມາດທາງດ້ານການດໍາເນີນທຸລະກິດ ແລະ ດ້ານເຕັກນິກຂອງພາກທຸລະກິດ ເພື່ອປັບປຸງຄວາມສາມາດໃນການແຂ່ງຂັນ, ມາດຕະຖານຂອງຜະລິດຕະພັນ ແລະ ການເຂົ້າເຖິງບັນດາປະເທດອາຊຽນ.

ສິ່ງທີ່ພວກເຮົາໄດ້ບັນລຸ

ໂຄງການ RELATED ສ້າງຂື້ນຈາກຜົນໄດ້ຮັບ ແລະ ປະສົບການຂອງແຜນງານຮ່ວມມືດ້ານການພັດທະນາ ລາວ-ເຢຍລະມັນໃນຂົງເຂດການເຊື່ອມສານເສດຖະກິດພູມມິພາກ ແລະ ການພັດທະນາພາກທຸລະກິດທີ່ຜ່ານມາ. ແຜນງານເຫຼົ່ານີ້ ໄດ້ຊ່ວຍເພີ່ມທະວີຄວາມຮັບຮູ້ ເຖີງຄວາມສໍາຄັນໃນການສ້າງປະຊາຄົມເສດຖະກິດອາຊຽນ ແລະ ສະໜັບສະໜູນພັດທະນາຄວາມສາມາດຮັບມືກັບຜົນຂອງ AEC ທີ່ຈະຕາມມາ. ໃນນັ້ນ ປະກອບມີ 670 ຕົວແທນຂອງລັດ ແລະ ເອກະຊົນ ໄດ້ຮັບການອົບຮົມໃນຫຼາກຫຼາຍຫົວຂໍ້ກ່ຽວກັບປະຊາຄົມເສດຖະກິດອາຊຽນ, ເພື່ອເຮັດໃຫ້ການສ້າງປະຊາຄົມເສດຖະກິດອາຊຽນມີປະສິດທິຜົນ ລັດຖະບານຍັງໄດ້ຮັບການຊ່ວຍເຫຼືອດ້ານການປະຕິບັດພັນທະສັນຍາໃນການເຊື່ອມໂຍງ AEC ແລະ ການຕິດຕາມກວດກາຜົນຂອງການຈັດຕັ້ງປະຕິບັດ.

ນອກນີ້ GIZ ຍັງໄດ້ໃຫ້ການສະໜັບສະໜູນການຄົ້ນຄວ້າຜະລິດຕະພັນຂອງລາວ ທີ່ມີທ່າແຮງແກ່ການສົ່ງອອກສູ່ຕະຫຼາດອາຊຽນ ແລະ ພັດທະນາຕ່ອງໂສ້ມູນຄ່າເພີ່ມຜະລິດຕະພັນບູລິມະສິດ.

ການພັດທະນາຄວາມສາມາດຂອງບັນດາສະພາການຄ້າ ແລະ ອຸດສາຫະກໍາ ລວມທັງບັນດາສະມາຄົມທຸລະກິດກໍ່ໄດ້ຮັບການປັບປຸງ ເພື່ອຕອບສະໜອງການບໍລິການໃຫ້ຄໍາປຶກສາແກ່ບັນດາສະມາຊິກ ກ່ຽວກັບປະຊາຄົມເສດຖະກິດອາຊຽນ (AEC). ຂະແໜງທຸລະກິດ ໄດ້ມີ ຄວາມເພີ່ງພໍໃຈຫຼາຍຂື້ນຕໍ່ກັບການບໍລິການ ແລະ ການຊີ້ນໍາຂອງພາກລັດໃນຊຸມປີທີ່ຜ່ານມາ.

Laos  © GIZ