ແຜນງານຄຸ້ມຄອງທີ່ດິນ ແລະ ການວາງແຜນແບບມີສ່ວນຮ່ວມ

ລາຍລະອຽດຂອງໂຄງການ

ຊື່ໂຄງການ : ແຜນ​ງານ​ຄຸ້ມ​ຄອງ​ທີ່​ດິນ ແລະ ການ​ວາງ​ແຜນ​ແບບ​ມີ​ສ່ວນ​ຮ່ວມ I & II
ໃຫ້ທຶນໂດຍ : ກະ​ຊວງການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ການ​ພັດ​ທະ​ນາ (BMZ)
ປະເທດ : ລາວ
ຄູ່ຮ່ວມງານໂຄງການ : ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ; ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ
ໄລຍະໂຄງການ : 2015 ຫາ 2019

ຄວາມເປັນມາ

ປະ​ຊາ​ຊົນ​ລາວ​ສ່ວນ​ໃຫຍ່​ແມ່ນ​ອາ​ໄສ​ການ​ເຮັດ​ກະ​ສິ​ກຳໂດຍ​ກົງ. ລັດ​ຖະ​ບານໄດ້​ສູ້​ຊົນ​​ເພື່ອ​ທີ່​ຈະ​ປົກ​ປ້ອງ​ສິດ​ທາງ​ກົດ​ໝາຍ​ຂອງ​ປະ​ຊ​​າ​ຊົນ​​ຢູ່​ເຂດ​ຊົນ​ນະ​ບົດ​ໃນ​ການ​ນຳ​ໃຊ້ ແລະ ​ເກັບ​ກ່ຽວ​ຜົນ​ປະ​ໂຫຍດ​ຈາກ​ທີ່​ດິນ​ຂອງ​ພວກ​ເຂົາ ເພື່ອຄຸ້ມ​ຄອງການລົງ​ທຶນ​ແ​ບບ​ຍືນ​ຍົງ. ການ​ໃຫ້​ສຳ​ປະ​ທານ​ທີ່​ດິນ​ແກ່​ນັກ​ລົງ​ທຶນ ລວມ​ໄປ​ເຖິງ​ການ​ປົກ​ປ້ອງ​ສິດ​ນຳ​ໃຊ້​ທີ່​ດິນ​ທີ່​ບໍ່​ພຽງ​ພໍ ​ເຮັດ​ໃຫ້ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​​ບັນ​ດາຊາວ​ກະ​ສິ​ກອນ​ຈຳ​ນວນ​ບໍ່​ໜ້ອຍ, ໂດຍ​ສະ​ເພາະ​ແມ່ນ ກຸ່ມຄົນ​ສ່ວນ​​ນ້ອຍ ແລະ ກຸ່ມແມ່​ຍິງ. ການປະ​ຕິ​ບັດ​ກິດ​ຈະ​ກຳຂອງ​ບັນ​ດາ​ນັກ​ລົງ​ທຶນ​ສ່ວນ​ໃຫຍ່​ແມ່ນ​ບໍ່​ເປັນ​ໄປ​ຕາມ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ ຫຼື ມາດ​ຖານ​ສາ​ກົນ ເປັນ​ຕົ້ນ​ແມ່ນ ບົດ​ແນະ​ນຳ​ຕາມ​ຄວາມ​ສະ​ໝັກ​ໃຈ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ການ​ຄຸ້ມ​ຄອງ​ນຳ​ໃຊ້​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ ໃນ​ເລື່ອງ​ທີ່​ດິນ, ພື້ນ​ທີ່​ປະ​ມົງ ແລະ ປ່າ​ໄມ້ (VGGT). ນອກ​ຈາກນີ້, ປະ​ຊາ​ຊົນ​ຢູ່​ເຂດ​ຊົນ​ນະ​ບົດ​ແມ່ນ​ບໍ່ຄ່ອຍ​ໄດ້​ເຂົ້າ​ຮ່ວມ​ໃນ​ຂະ​ບວນການວາງ​ແຜນ ແລະ ຄຸ້ມ​ຄອງ​ການ​ນຳ​ໃຊ້​ທີ່​ດິນ, ພ້ອມ​ດຽວ​ກັນ​ນີ້ ບັນ​ດາ​ອົງ​ກອນ​ພາກ​ລັດແມ່ນ​ມີ​ຂີດ​ຈຳ​ກັດ​ດ້ານ​ຄວາມ​ອາດ​ສາ​ມາດ​ໃນ​ການ​ກຳ​ນົດອອກ​ແບບ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ຍຸດ​ທະ​ສາດ​ເພື່ອແກ້​ໄຂ​ຄວາມ​ທຸກ​ຍາກ.

ແຜນ​ງານ​ຄຸ້ມ​ຄອງ​ທີ່​ດິນ ແລະ ການ​ວາງ​ແຜນ​ແບບ​ມີ​ສ່ວນ​ຮ່ວມ (LMDP), ໃນ​ນາມ​ທີ່​ເປັນ​ສ່ວນ​ໜຶ່ງ​ຂອງ ແຜນ​ງານ​ທີ່​ດິນ ລາວ-ເຢຍ​ລະ​ມັນ ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ກິດ​ຈະ​ກຳ​ເພື່ອ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ເຫຼົ່າ​ນີ້ ​ແຕ່​ປີ 2015 ເຖິງ 2019. ໃນ​ໄລ​ຍະ​ທີ 2 ຂອງ​ແຜນ​ງານ LMDP II ແມ່ນ​ໄດ້​​ສ້າງ​​ຂຶ້ນ​ຈາກປະ​ສົບ​ການ​ຂອງ​ແຜນ​ງານ​ກ່ອນ​ໜ້ານີ້.

ແຜນ​ງານ​ຄຸ້ມ​ຄອງ​ທີ່​ດິນ ແລະ ການ​ວາງ​ແຜນ​ແບບ​ມີ​ສ່ວນ​ຮ່ວມ I ແລະ II ມີ​ຈຸດ​ປະ​ສົງ​ໃນ​ການ​ເຂົ້າ​ເຖິງ​ຊຸມ​ຊົນ​ຢູ່​ເຂດ​ຊົນ​ນະ​ບົດ ເຊິ່ງ​ລວມ​ເອົາ​ກຸ່ມ​ແມ່​ຍິງ ແລະ ກຸ່ມ​ຊົນ​ເຜົ່າ, ​ປະ​ຈຸ​ບັນ​ແຜນ​ງານ​ດັ່ງ​ກ່າວ ແມ່ນ​ເຮັດ​ວຽກ​ຢູ່ ສາມ​ແຂວງ​ເປົ້າ​ໝາຍ​​ຂອງ​ລາວ ເພື່ອໃຫ້​ເຂົາ​ເຈົ້າ​ໄດ້ເຂົ້າ​ຮ່ວມ​ໃນ​ຂະ​ບວນ​ການ​ວາງ​ແຜນ ແລະ ​ການຕັດ​ສິນ​ໃຈກ່ຽວ​ກັບ​ທີ່​ດິນ ທັງ​ເປັນ​ການ​ເກັບ​ກ່ຽວ​ຜົນ​ປະ​ໂຫຍດ​ແບບ​ຍືນ​ຍົງຈາກ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແຕ່​ຂັ້ນ​ສູນ​ກາງຈົນ​ຮອດ​ທ້ອງ​ຖິ່ນ. ແຜນ​ງານ ຍັງມີ​ຄວາມ​ພະ​ຍາ​ຍາມ​ທີ່​ຈະປະ​ກອບ​ສ່ວນເຂົ້າ​ໃນ​ການ​ປັບ​ປຸງ​ການ​ຄຸ້ມ​ຄອງ​ທີ່​ດິນ ເຊິ່ງ​ລວມ​ເອົາ ການ​ວາງ​ແຜນ​ນຳ​ໃຊ້​ທີ່​ດິນຢູ່​ທຸກ​ໆ​ຂັ້ນ ແລະ ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ໃນ​ການ​ຄອບ​ຄອງ​ນຳ​ໃຊ້​ທີ່​ດິນ​ໃຫ້​ແກ່​ຊຸມ​ຊົນ​ຢູ່​ເຂດ​ຊົນ​ນະ​ບົດ.

ເນື່ອງ​ຈາກ​ເປັນ​ປັດ​ໃຈ​ສຳ​ຄັນ​ໃນ​ການ​ເສີມ​ສ້າງ​ສິດ​ກ່ຽວ​ກັບ​ທີ່​ດິນ, ການ​ເຂົ້າ​ເຖິງ​ທີ່​ດິນ​ຂອງ​ຊຸມ​ຊົນ​ຢູ່​ເຂດ​ຊົນ​ນະ​ບົດ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ​ ໂດຍ​ການ​ເສີມ​ຂະ​ຫຍາຍກິດ​ຈະ​ກຳ​ການ​ຂຶ້ນ​ທະ​ບຽນ​ທີ່​ດິນ​ແບບ​ເປັນ​ລະ​ບົບ ແລະ ການ​ອອກ​ໃບ​ຕາ​ດິນ. ໃນ​ທາງ​ກົງ​ກັນ​ຂ້າມ, ມັນ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຈາກ​ພາກ​ລັດ​ມີ​ຄວາມ​ອາດ​ສາ​ມາດ​ດ້ານ​ເຕັກ​ນິກວິ​ຊາ​ການ ແລະ ມີ​ຄວາມ​ໝາຍ​ໝັ້ນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກິດ​ຈະ​ກຳ​ຂຶ້​ນ​ທະ​ບຽນ​ທີ່​ດິນ​ໂດຍ​ອີງ​ໃສ່​ແຜນ​ນຳ​ໃຊ້​ທີ່​ດິນ​ແບບ​ມີ​ສ່ວນ​ຮ່ວມ ແລະ ເພື່ອ​ການ​ຄຸ້ມ​ຄອງ​ທີ່​ດິນບົນ​ພື້ນ​ຖານການ​ວິເຄາະ​ໄຕ່​ຕອງ​ຢ່າງ​ຮອບ​ຄອບ. ວິ​ໄສ​ທັດ​ສຳ​ລັບ​ປະ​ເທດ​ລາວ​ເຮົາ​ໃນ​ຂົງ​ເຂດ​ວຽກ​ງານ​ດັ່ງ​ກ່າວນີ້​ແມ່ນ​ ຄວາມ​ເປັນ​ເຈົ້າ​ຂອງ​ກຳ​ມະ​ສິດ​ໃນ​ທີ່​ດິນຂອງ​ປະ​ຊາ​ຊົນຍັງ​ຄົງ​ສືບ​ຕໍ່​ເຖິງ​ແມ່ນ​ວ່າ ແຜນ​ງານ​ຂອງ GIZ ​ຈະສິ້ນ​ສຸດ​ລົງ, ຢູ່​ຂົງ​ເຂດ​ເປົ້າ​ໝາຍ​ຂອງໂຄງ​ການບັນ​ດາ​ຕອນ​ດິນ​ໄດ້​ຮັບ​ການກຳ​ນົດ, ​ຂຶ້ນ​ທະ​ບຽນ ແລະ ບັນ​ທຶກ​ໄວ້​ໃນ ໂປ​ຣ​ແກ​ຣມ​ຖານ​ຂໍ້​ມູນ​ກ່ຽວ​ກັບ​ທີ່​ດິນ​ສູນ​ກາງ (the Lao LandReg) ຢ່າງ​ເປັນ​ລະ​ບົບ.

ຈຸດປະສົງ

ບັນດານະໂຍບາຍ, ການຈັດຕັ້ງປະຕິບັດ ແລະ ຂະບວນການວາງແຜນທີ່ກ່ຽວຂ້ອງກັບວຽກງານທີ່ດິນຂອງລັດຖະບານລາວ ໂດຍສະເພາະແມ່ນ ລະຫວ່າງກຸ່ມນັກລົງທຶນ, ອໍານາດການປົກຄອງບ້ານ ແລະ ຊຸມຊົນໄດ້ຮັບການປັບປຸງ

LMDP2web_rdax_782x521

ເປົ້າໝາຍ

ທາງ​ແຜນ​ງານ​ໄດ້ສູ້​ຊົນເຮັດ​ວຽກ​ກ່ຽວ​ກັບ​ສິດ​ໃນ​ທີ່​ດິນ​ ຈາກ​ຂັ້ນ​ສູນ​ກາງ ຫາ ຂັ້ນ​ທ້ອງ​ຖິ່ນ ເພື່ອ​ສະ​ໜອງ​ຕາມ​ຄວາມ​ຮຽກ​ຮ້ອງ​ການ​ຂອງ ຂັ້ນ​ທ້ອງ​ຖິ່ນ ​ຫາ ​ຂັ້ນ​ສູນ​ກາງ.

  •   ສະ​ໜອງ​ການໃຫ້​ຄຳ​ປຶກ​ສາ​ທາງ​ດ້ານ​ນະ​ໂຍ​ບາຍ ແລະ ດ້ານ​ເຕັກ​ນິກ​ວິ​ຊາ​ການ ໃຫ້​ແກ່​ຄູ່​ຮ່ວມ​ງານ​ພາກ​ລັດ​ໃນ​ການ​ປັບ​ປຸງ​ສິດ​ກ່ຽວ​ກັບ​ທີ່​ດິນ, ຄວາມ​ໝັ້ນ​ຄົງ​ໃນ​ການ​ຄອບ​ຄອງ​ນຳ​ໃຊ້​ທີ່​ດິນ, ສ້າງ​ຄວາມ​ເຂັ້ມ​ແຂງທາງ​ດ້ານ​ການ​ສຳຫຼວດ​ຕອນ​ດິນ​ແບບ​ເປັນ​ລະ​ບົບ, ການ​ຂຶ້ນ​ທະ​ບຽນ ແລະ ອອກ​ໃບ​ຕາ​ດິນ ທັງ​ດິນ​ສ່ວນ​ບຸກ​ຄົນ ແລະ ດິນ​ຊຸມ​ຊົນ. ພ້ອມ​ກັນ​ນີ້ ທາງ​ແຜນ​ງານ​ຍັງ​ມີ​ຄວາມ​ໝາຍ​ໝັ້ນ​ທີ່​ຈະ​ສະ​ໜັບ​ສະ​ໜູນ​ການ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ບັນ​ດາ​ຜູ້​ໃຫ້​ທຶນ, ຄູ່​ຮ່ວມ​ງານ​ພາກ​ລັດ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົມ.
  •   ພັດ​ທະ​ນາ​ຂີດ​ຄວາມ​ອາດ​ສາ​ມາດ - ບໍ່​ວ່າ​ຈະ​ເປັນ​ການ​ຝຶກ​​-ສອນ ຈາກ​ການ​ປະ​ຕິ​ບັດ​ວຽກ​ຕົວ​ຈິງ, ຈັດ​ຕັ້ງ​ຝຶກ​ອົບ​ຮົມ ແລະ ຈັດ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື ແບບ​ເປັນ​ທາງ​ການ ລວມ​ໄປ​ເຖິງ​ການ​​ໄປຮຽນ​ຮູ້​ແລກ​ປ່ຽນ​ກັບ​ປະ​ເທດ​ອື່ນໆ - ​ເຊິ່ງກຸ່ມ​ເປົ້າ​ໝາຍ​ແມ່ນ​ຄູ່​ຮ່ວມ​ງານ​ພາກ​ລັດ​ຈາກ​ ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ, ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ແລະ ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ທີ່​ຢູ່​ຂັ້​ນ​ສູນ​ກາງ ພ້ອມ​ດ້ວຍ​ບັນ​ດາ​ສາຍ​ຕັ້ງ​ທີ່​ຢູ່​ຂັ້ນ​ແຂວງ ແລະ ຂັ້ນ​ເມືອງ. ການ​ສ້າງ​ຄວາມ​ອາ​ດ​ສາ​ມາດ​ເຫຼົ່າ​ນີ້​ໄດ້​ເນັ້ນ​ກ່ຽວ​ກັບ ຄວາມ​ອາດ​ສາ​ມາດ​ທາງ​ດ້ານ​ເຕັກ​ນິກວິ​ຊາ​ການ ເປັນ​ຕົ້ນ​ແມ່ນ ການ​ວັດ​ແທກ ແລະ ແບ່ງ​ຂອບ​ເຂດ​ດິນ, ການ​ວາງ​ແຜນ​ນຳ​ໃຊ້​ທີ່​ດິນ ຢູ່​ຂັ້ນ​ບ້ານ, ຂັ້ນ​ເມືອງ ແລະ ຂັ້ນ​ແຂວງ, ຄວາມ​ຮູ້​ທາງ​ດ້ານ​ກົດ​ໝາຍ ແລະ ແບບ​ຢ່າງການປະ​ຕິ​ບັດ​ທີ່​ດີ ໃນ​ກໍ​ລະ​ນີ​ຂອງ​ການ​ລົງ​ທຶນ​ທາງ​ດ້ານ​ກະ​ສິ​ກຳ​ແບບ​ຍືນ​ຍົງ, ຄວາມ​ອາດ​ສາ​ມາດ​ຂອງ​ອົງ​ກອນ ໃນ​ການ​ປະ​ສານ​ງານ​ກັບພາກ​ສ່ວນ​ຕ່າງໆ ແລະ ການ​ຕອບ​ສະ​ໜອງ​ທີ່​ດີ​ຂຶ້ນ​ກ່ຽວ​ກັບຄຳ​ສະ​ເໜີ​ຄວາມ​ຂັດ​ຂ້ອງ​ຈາກ​ຊຸມ​ຊົນ​ກ່ຽວ​ກັບ ​ບົດ​ບາດ ຍິງ - ຊາຍ, ຂໍ້​ຂັດ​ແຍ່ງ ທີ່​ລະ​ອຽດ​ອ່ອນ ລວມ​ທັງ​ການ​ຄຸ້ມ​ຄອງ​ຂໍ້​ມູນ​ຂ່າ​ວ​ສານ​ຕ່າງໆ
    ເຊິ່ງກິດຈະກຳດັ່ງກ່າວແມ່ນໄດ້ອຳ​ນວຍ​ຄວາມ​ສະ​ດ​ວກ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ວາງ​ແຜນ​ນຳ​ໃຊ້​ທີ່​ດິນ​ແບບ​ມີ​ສ່ວນ​ຮ່ວມ ແລະ ແກ້​ໄຂ​ຂໍ້​ຂັດ​ແຍ່ງ ຢູ່​ຂັ້ນ​ບ້ານ, ກຸ່ມ​ບ້ານ ແລະ ຂັ້ນ​ເມືອງ ເພື່ອ​ເປັນ​ພື້ນ​ຖານ​ໃຫ້​ແກ່​ການ​ແກ້​ໄຂ​ໃນ​ຂັ້ນ​ຕໍ່ໆ​ໄປ. ​ສຳ​ລັບ​ວຽກ​ງານການ​ລົງ​ທຶນ ແມ່ນໄດ້​ເຮັດ​ວຽກ​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂັ້ນ​ເມືອງ​ໃນ​ການສ້າງ​ລະ​ບົບ​ການ​ຕິດ​ຕາມກ​ວດ​ກາ ເພື່ອ​ເປັນ​ການ​ສົ່ງ​ເສີມ​ການ​ປະ​ຕິ​ບັດ​ຕາມ​ລະ​ບຽບ​ກົດ​ໝາຍ​ຂອງ​ການ​ລົງ​ທຶນ ​ໃນ​ການ​ເປັນ​ແບບ​ຢ່າງ​ທີ່​ດີ, ສົ່ງ​ເສີມ​ການ​ແລກ​ປ່ຽນ​ລະ​ຫວ່າງ​ພາກ​ລັດ, ນາຍ​ທຶນ ແລະ ຊຸມ​ຊົນ ເພື່ອ​ນຳ​ໄປ​ສູ່​ການ​ສ້າງ​ຂໍ້​ຕົກ​ລົງຮ່ວມ​ກັນ​ເພື່ອ​ການ​ປັບ​ປຸງ​ທີ່​ດີ​ຂຶ້ນ.
  •   ນອກ​ຈາກນີ້, ຍັງ​ໄດ້​ມີ​ການ​ຮ່ວມ​ມື​ກັບ​ໂຄງ​ການ​ອື່ນໆ​ຂອງ​​ອົງ​ການຈີ​ໄອ​ແຊັດ​ໃນ​ລະ​ດັບ​ພາກ​ພື້ນ ເປັນ​ຕົ້ນ​ແມ່ນ ແຜນ​ງານ​ປັບ​ປຸງ​ການ​ຄຸ້ມ​ຄອງ​ທີ່​ດິນ​ໃນ​ຂົງ​ເຂດ​ແມ່​ນ້ຳ​ຂອງ (ILM-MR) ທີ່​ເຮັດ​ວຽກ​ຢ່າງ​ໃກ້​ຊິດ​ກັບ ແຜນ​ງານ​ການ​ຈັດ​ການ​ທີ່​ດິນ​ໃນ​ຂົງ​ເຂດ​ແມ່​ນ້ຳ​ຂອງ (MRLG) ຂອງອົງ​ການ​ສະ​ວິ​ສ​ເພື່ອ​ການ​ພັດ​ທະ​ນາ ແລະ ຮ່ວມ​ມື (SDC) ​ເພື່ອ​ສືບ​ຕໍ່ສ້າງ​ຄວາມ​ເຂັ້ມ​ແຂງ​ຮ່ວມ​ກັນ ເຊັ່ນ ແຜນ​ງານ (MRLG) ໄດ້​ໃຫ້​ທຶນ​ສະ​ໜັບ​ສະ​ໜູນ​ແກ່ຫຼາຍໆ​ໂຄງ​ການ​ທີ່​ເປັນ​ຄູ່​ຮ່ວມ​ງານ​ກັບ ແຜນ​ງານ LMDP ໃນ​ການ​ດຳ​ເນີນ​ກິດ​ຈະ​ກຳ​ໃຫ້​ຄວາມ​ຮູ້​ປູກ​ຈິດ​ສຳ​ນຶກ​ແກ່​ຊາວ​ບ້ານ ກໍ​ຄື ການ​ຝຶກ​ອົບ​ຮົມ​ກ່ຽວ​ກັບ​ສັນ​ຍາ​ກະ​ສິ​ກຳ​ໃຫ້​ແກ່ຊາວກະ​ສິ​ກອນ.
  •   ແຜນ​ງານ LMDP ໄດ້​ສ້າງ​ຂີດ​ຄວາມ​ອາດ​ສາ​ມາດ ແລະ ການ​ຮຽນ​ຮູ້​ໃຫ້​ແກ່​ບັນ​ດາຄູ່ຮ່ວມ​ງານ​ທີ່​ກ່າວ​ມາ​ຂ້າງ​ເທິງ​ທີ່​ມາ​ຈາກ​ໂຄງ​ການອື່ນໆ​ທີ່ນອນ​ໃນ​ແຜນ​ງານ​ທີ່​ດິນ ລາວ-ເຢຍ​ລະ​ມັນ ໂດຍ​ສະ​ເພາະ​ແມ່ນ ແຜນ​ງານ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ໃນ​ການ​ຄອບ​ຄອງ​ນຳ​ໃຊ້​ທີ່​ດິນ (ELTeS) ເຊິ່ງ​ໄດ້​ເລີ່ມ​ຈັດ​ຕັ້ງ​ປະ​ຕິ​ບັດ​ມາ​ແຕ່​ປີ 2017 ຫາ 2020 ແຜນ​ງານ​ດັ່ງ​ກ່າວ ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຢູ່​ເຂດ​ເປົົ້າໝາຍ​ທີ່​ແຕກ​ຕ່າງ​ກັນ ແລະ ໄດ້​​ມີການພັດ​ທະ​ນາ ​ແນວ​ຄວາມ​ຄິດ​ ແລະ ວິ​ທີ​ການ​ດຳ​ເນີນ​ງານທີ່​ເປັນ​ນະ​ວັດ​ຕະ​ກຳ​ໃໝ່ໆ.

ສິ່ງທີ່ພວກເຮົາໄດ້ບັນລຸ

ແຜນ​ງານ​ຄຸ້ມ​ຄອງ​ທີ່​ດິນ ແລະ ການ​ວາງ​ແຜນ​ແບບ​ມີ​ສ່ວນ​ຮ່ວມ (LMDP II) ໄດ້​ມີ​ການ​ລິ​ເລີ່ມກິດ​ຈະ​ກຳໃນ​ຊ່ວງ​ບໍ່​ດົນ​ມານີ້ ​ດ້ວຍ​ເຫດນີ້, ແຜນ​ງານ​ດັ່ງ​ກ່າວຈຶ່ງ​ຍັງ​ບໍ່ໄດ້​ຮັບ​ໝາກ​ຜົນ​ທີ່​ເປັນ​ຮູບ​ປະ​ທຳ​ເທື່ອ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ແຜນ​ງານນີ້​ແມ່ນ​ໄດ້​ສ້າງ​ຂຶ້ນ​ບົນ​ພື້ນ​ຖານ​ຜົນ​ສຳ​ເລັດ​ຂອງ​ແຜນ​ງານ LMDP I ເຊິ່ງ​ປະ​ກອບ​ດ້ວຍ:

  • ວຽກ​ງານ​ວາງ​ແຜນ​ນຳ​ໃຊ້​ທີ່​ດິນ​ແບບ​ມີ​ສ່ວນ​ຮ່ວມ ເຊິ່ງ​ໄດ້​ດຳ​ເນີນ​ກິດ​ຈະ​ກຳ​ຢູ່ 67 ບ້ານ ໃນ 8 ເມືອງ ທີ່ນອນ​ໃນ 4 ແຂວງ​ເປົ້າ​ໝາຍ​ຂອງ​ລາວ, ແຜນ​ງານ​ດັ່ງ​ກ່າວ​ໄດ້ນຳ​ສະ​ເໜີບາງ​ວິ​ທີ​ການ​ປົກ​ປ້ອງ​ດິນຫຼາຍ​ກ່​ວາ 140,000 ເຮັກ​ຕາ.
  • ຕອນດິນຫຼາຍກວ່າ 31,000 ຕອນ ໄດ້ຮັບການຂຶ້ນທະບຽນທີ່ດິນ, ໃນ​ນັ້ນ 70% ແມ່ນ​ໄດ້​ຂຶ້ນ​ທະ​ບຽນອອກ​ຊື່​​ເປັນ​ກຳ​ມະ​ສິດຂອງ​ແມ່​ຍິງ ຫຼື ອອກ​ຊື່​ຮ່ວມ​ເປັນ​ສິນ​ສົມ​ສ້າງ.
  • ອອກ​ໃບ​ຕາ​ດິນຫຼາຍກວ່າ 25,000 ສະ​ບັບ ຢູ່​ເຂດ​ເປົ້າ​ໝາຍ​ໂຄງ​ການ ເປັນ​ການຊ່ວຍ​ໃຫ້​ມີ​ຄວາມ​ໝັ້ນ​ຄົງ​ໃນ​ການ​ຄອບ​ຄອງ​ນຳ​ໃຊ້​ທີ່​ດິນ​ແບບ​ເປັນ​ທາງ​ການ​ໃນ​ລະ​ດັບ​ສູງ​ສຸດ.
  • ຫຼາຍ​ກ່​ວາ 80% ຂອງ​ໂຄງ​ການ​ລົງ​ທຶນ​ໄດ້​ຮັບ​ການ​ຕິດ​ຕາມ ​ໂດຍແຜນ​ງານ​ທີ່​ດິນ ເຊິ່ງ​ໄດ້​ຮັບ​ຄະ​ແນນ​ດີ​ຈາກ​ລະ​ບົບການ​ໃຫ້​ອັນ​ດັບ​ ໂດຍ​ອີງ​ໃສ່ (a) ບົດແນະນຳທາງດ້ານກົດໝາຍ; (b) ຄວາມ​ຍືນ​ຍົງ​ສາ​ກົນ; (c) ການ​ພັດ​ທະ​ນາ​ແຫ່ງ​ຊ​າດ.
  • ອົງ​ການ​ຈີ​ໄອ​ແຊັດ​ຍັງ​ໄດ້​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ໂປ​ຣ​ແກ​ຣມ​ຖານ​ຂໍ້​ມູນ​ກ່ຽວ​ກັບ​ທີ່​ດິນ (the Lao LandReg) ເຊິ່ງ​ໄດ້​ຮັບ​ການຮັບ​ຮອງ​ຢ່າງ​ເປັນ​ທາງ​ການ​ຈາກ​ລັດ​ຖະ​ບານ​ລາວ ເຊິ່ງຈະ​ເປັນ​ສູນ​ກາງ​ໂປ​ຣ​ແກ​ຣມ​ຖານ​ຂໍ້​ມູນ​ກ່ຽວ​ກັບ​ທີ່​ດິນ​ໃນ​ຕໍ່​ໜ້າ.

ຈາກ​ຜົນ​ການ​ສຶກ​ສາ​ຜົນ​ກະ​ທົບ​ຂອງ​ໂຄງ​ການ​ໃນ​ປີ 2016 ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ໃນ​ບັນ​ດາ​ບ້ານ​​ທີ່​ຖືກ​ຄັດ​ເລືອກ​ສຳ​ລັບ​​ການ​ສຶກ​ສາ​ຜົນ​ກະ​ທົບໃນ​ຄັ້ງ​ນີ້, ຊາວ​ບ້ານທີ່​ຢູ່​ໃນ​ພື້ນ​ທີ່​ເປົ້າ​ໝາຍ​ກິດ​ຈະ​ກຳ​ຂອງ​ໂຄງ​ການ ແມ່ນ​ມີ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ສິດ​ໃນ​ທີ່​ດິນ​ຂອງ​ເຂົາ​ເຈົ້າຫຼາຍ​ກ່​ວາ ​ເມື່ອ​ທຽບ​ໃສ່​ຊາວ​ບ້ານ​ທີ່​ບໍ່​ນອນ​ໃນ​ພື້ນ​ທີ່​ເປົ້າ​ໝາຍ​ກິດ​​ຈະກຳ​ຂອງ​ໂຄງ​ການ. ຍິ່ງ​ມີ​ກິດ​ຈະ​ກຳ​ຂອງ​ໂຄງ​ການຫຼາຍ​ເທົ່າ​ໃດ ຄວາມ​​ໝັ້ນ​ໃຈ​​ຂອງ​ຊາວ​ບ້ານໃນ​ການຮັບ​ຮູ້​​ສິດ​ນຳ​ໃຊ້​ທີ່​ດິນ​ຂອງ​ເຂົາ​ເຈົ້າ​ກໍຍິ່ງຫຼາຍ​ເທົ່າ​ນັ້ນ.

LMDP3web_rdax_782x521