ການປັບປຸງການຄຸ້ມຄອງທີ່ດິນໃນຂົງເຂດແມ່ນ້ຳຂອງ

Project description

ຊື່ໂຄງການ: ໂຄງການ ການປັບປຸງການຄຸ້ມຄອງທີ່ດິນ ໃນຂົງເຂດແມ່ນ້ຳຂອງ 2 (ILM-MR 2)
ໃຫ້ທຶນໂດຍ: ກະຊວງ ການຮ່ວມມື ດ້ານເສດຖະ ກິດ ແລະ ການພັດທະນາ ຂອງສະຫະພັນເຢຍລະມັນ (BMZ) ​​​​​​​
ປະເທດ: ລາວ, ຫວຽດນາມ, ກຳປູເຈຍ​​​​​​​
ໄລຍະໂຄງການ: 2015 ຫາ 2022

gizIMAGE-en-presentation

ຄວາມເປັນມາ

ການປ່ຽນແປງທາງດ້ານ ເສດຖະກິດ-ສັງຄົມ ຢ່າງໄວວາໃນພາກພື້ນແມ່ນ້ຳຂອງ ໃນ ສປປ ລາວ, ກຳປູເຈຍ ແລະ ຫວຽດນາມ ໄດ້ເພີ່ມຄວາມຕ້ອງການ ໃນການນຳໃຊ້ທີ່ດິນສໍາລັບ ການສ້າງພື້ນຖານໂຄງລ່າງ, ທຸລະກິດດ້ານກະສິກໍາຂະໜາດໃຫຍ່ ແລະ ເພື່ອຈຸດປະສົງການພັດທະນາອື່ນໆ. ໃນທົ່ວພາກພື້ນ, ຊີວິດການເປັນຢູ່ຂອງຊາວກະສິກອນຂະໜາດນ້ອຍຈຳນວນຫຼວງຫຼາຍໄດ້ຮັບຜົນກະທົບຈາກການລົງທຶນ ທີ່ເຮັດໃຫ້ການເຂົ້າເຖິງທີ່ດິນ ແລະ ຊັບພະຍາກອນທຳມະຊາດອື່ນໆ ທີ່ເຂົາເຈົ້າເພິ່ງພາອາໄສ ຫຼຸດລົງໂດຍບໍ່ມີການສະເໜີທາງເລືອກທົດແທນທີ່ເໝາະສົມໃຫ້ແກ່ເຂົາເຈົ້າ.

ການເວນຄືນທີ່ດິນ ກຳລັງກາຍເປັນຕົວຂັບເຄື່ອນທີ່ສຳຄັນ ຂອງຄວາມທຸກຍາກ ແລະ ຄວາມບໍ່ໝັ້ນຄົງທາງດ້ານສະບຽງອາຫານ ຍ້ອນການສຳປະທານຂະໜາດໃຫຍ່ໄດ້ເຮັດໃຫ້ພື້ນທີ່ດິນການກະສິກຳສຳລັບຄອບຄົວຫຼຸດລົງ ລວມໄປເຖິງການເຂົ້າເຖິງປ່າໄມ້ຂອງຊຸມຊົນ. ຜົນກະທົບດັ່ງກ່າວສ່ວນໃຫຍ່ແມ່ນມີຜົນຕໍ່ ຊາວກະສິກອນ ໃນເຂດຊົນນະບົດ ທີ່ບໍ່ມີເອກະສານສິດກ່ຽວກັບການຄອບຄອງ ແລະ ການນຳໃຊ້ທີ່ດິນຕາມປະເພນີຂອງເຂົາເຈົ້າ. ລັດຖະບານໄດ້ມີການພັດທະນານະໂຍບາຍຕ່າງໆ ເພື່ອການຄຸ້ມຄອງການລົງທຶນທີ່ກ່ຽວຂ້ອງກັບການເວນຄືນທີ່ດິນ, ການທົດແທນຄືນ, ການໃຫ້ສຳປະທານ ແລະ ສຳລັບການແກ້ໄຂຂໍ້ຂັດແຍ່ງ.

ການຈັດຕັ້ງປະຕິບັດນະໂຍບາຍເຫຼົ່ານັ້ນເປັນສິ່ງທ້າທາຍ ແລະ ມີປະສົບການທັງດ້ານບວກ ແລະ ດ້ານລົບ ທີ່ສາມາດຖອດຖອນໄດ້ຈາກຫຼາຍປະເທດ ເພື່ອຊ່ວຍໃຫ້ຜູ້ທີ່ຕັດສິນໃຈດ້ານນະໂຍບາຍ ສາມາດຕອບສະໜອງ ຕໍ່ກັບບັນດາສິ່ງທ້າທາຍເຫຼົ່ານັ້ນ. ບັນດາສິ່ງທ້າທາຍ ແລະ ກາລະໂອກາດ ທີ່ກໍາລັງສົ່ງຜົນກະທົບ ຕໍ່ກັບຄວາມໝັ້ນຄົງ ໃນການຄອບຄອງນຳໃຊ້ທີ່ດິນ ຂອງຊາວກະສິກອນຂະໜາດນ້ອຍ ແລະ ໂດຍສະເພາະປະຊາຊົນບັນດາເຜົ່າແມ່ນໄດ້ຮັບການແກ້ໄຂໂດຍ ໂຄງການປັບປຸງການຄຸ້ມຄອງທີ່ດິນໃນຂົງເຂດແມ່ນ້ຳຂອງ ໄລຍະ 2 (ILM-MR 2).

ຈຸດປະສົງ

ກຸ່ມຊາວກະສິກອນຂະໜາດນ້ອຍມີການເຂົ້າເຖິງ ແລະ ຄວບຄຸມທີ່ດິນກະສິກຳ ແລະ ປ່າໄມ້ ໄດ້ຢ່າງມີຄວາມໝັ້ນຄົງ ແລະ ສະເໝີພາບໃນເຂດພາກພື້ນແມ່ນ້ຳຂອງ.

ເປົ້າໝາຍ

ໂຄງການດັ່ງກ່າວນີ້ ແມ່ນການປະກອບສ່ວນເຂົ້າໃນ ໂຄງການບໍລິຫານລັດກ່ຽວກັບທີ່ດິນປະຈຳພາກພື້ນແມ່ນ້ຳຂອງ (MRLG). ໂຄງການ MRLG ແມ່ນໄດ້ຮັບທຶນຮ່ວມສະໜັບສະໜູນຈາກ ລັດຖະບານສະວິດເຊີແລນ ໂດຍຜ່ານອົງການເພື່ອການພັດທະນາ ແລະ ການຮ່ວມມືຂອງປະເທດສະວິດເຊີແລນ (SDC) ແລະ ໄດ້ຮັບທຶນຮ່ວມເພີ່ມຕື່ມຈາກ ປະເທດເຢຍລະມັນ ແລະ ລັດຖະບານຂອງປະເທດ ລຸກຊຳບວກ. ເປົ້າໝາຍຂອງໂຄງການແມ່ນ “ກຸ່ມຊາວກະສິກອນຂະໜາດນ້ອຍມີການເຂົ້າເຖິງ ແລະ ຄວບຄຸມທີ່ດິນກະສິກຳ,ປ່າໄມ້ໄດ້ຢ່າງມີຄວາມໝັ້ນຄົງ ແລະ ສະເໝີພາບໃນເຂດພາກພື້ນແມ່ນ້ຳຂອງ”.

ໂຄງການ MRLG ມີເປົ້າໝາຍໃນການປະກອບສ່ວນເຂົ້າໃນການປັບປຸງບັນດານະໂຍບາຍ ແລະ ພາກປະຕິບັດ ທີ່ກ່ຽວຂ້ອງກັບຄວາມໝັ້ນຄົງໃນການຄອບຄອງນຳໃຊ້ທີ່ດິນສຳລັບຄອບຄົວຊາວກະສິກອນ. ບັນດາຄຳແນະນຳຕໍ່ກັບນະໂຍບາຍເຫຼົ່ານີ້ແມ່ນຈະໄດ້ຮັບການພັດທະນາຂຶ້ນໂດຍ ກຸ່ມພັນທະມິດຂອງພາກສ່ວນທີ່ດຳເນີນການປະຕິຮູບ ຫຼື Reform Actors (ກຸ່ມບັນດາພາກສ່ວນທີ່ມີສ່ວນຮ່ວມທີ່ສຳຄັນ) ໃນແຕ່ລະປະເທດ ແລະ ພາກພື້ນ.

ບັນດາກຸ່ມພັນທະມິດເຫຼົ່ານີ້ ແມ່ນປະຕິບັດຕາມສາຍວຽກ ຢູ່ລະດັບພາກພື້ນ ແລະ ລະດັບຊາດ ທີ່ແນ່ໃສ່ການອຳນວຍຄວາມສະດວກ ໃນການປັບປຸງນະໂຍບາຍ ແລະ ພາກປະຕິບັດໃນ 2 ຂົງເຂດວຽກງານຄື:

  1. ການຮັບຮູ້ສິດຕາມປະເພນີ
  2. ການລົງທຶນດ້ານກະສິກຳຢ່າງມີຄວາມຮັບຜິດຊອບ

ສ່ວນຫຼາຍແລ້ວ, ການປະກອບສ່ວນຕໍ່ນະໂຍບາຍຈະເລັງໃສ່ ການປັບປຸງດ້ານກົດໝາຍ, ດຳລັດການຈັດຕັ້ງປະຕິບັດ ແລະ ກົນໄກລະບຽບການຕ່າງໆ. ໃນກໍລະນີທີ່ມີການບໍ່ເຊື່ອມໂຍງກັນລະຫວ່າງນະໂຍບາຍ ແລະ ຈັດຕັ້ງປະຕິບັດຕົວຈິງຢ່າງມີປະສິດທິພາບໃນພາກສະໜາມ, ການປະກອບສ່ວນຈະແນໃສ່ ການປັບປຸງການຈັດຕັ້ງປະຕິບັດນະໂຍບາຍ ຢ່າງມີປະສິດທິພາບຢູ່ໃນລະດັບການປົກຄອງຂັ້ນທ້ອງຖິ່ນ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ເພື່ອໃຫ້ເຂົາເຈົ້າຮັບຮູ້ ແລະ ສາມາດປົກປ້ອງສິດຂອງເຂົາເຈົ້າ.

Last update: ມິຖຸນາ 2022

gizIMAGE-en-farming

Additional information