ການບໍລິຫານນໍ້າຂ້າມແດນ ຮ່ວມກັບຄະນະກຳມາທິການ ແມ່ນໍ້າ ຂອງສາກົນ

ລາຍລະອຽດຂອງໂຄງການ

ຊື່ໂຄງການ : ການບໍລິຫານນໍ້າຂ້າມແດນ ຮ່ວມກັບຄະນະກຳມາທິການ ແມ່ນໍ້າ ຂອງສາກົນ
ໃຫ້ທຶນໂດຍ : ກະຊວງ ການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ (BMZ), ກະຊວງ ສິ່ງແວດລ້ອມ, ອະນຸລັກທຳມະຊາດ ແລະ ຄວາມປອດໄພດ້ານນິວເຄຼຍ (BMUB)
ປະເທດ : ກຳປູເຈຍ, ລາວ, ໄທ, ຫວຽດນາມ
ຄູ່ຮ່ວມງານໂຄງການ : ຄະນະກຳມາທິການແມ່ນໍ້າຂອງສາກົນ (MRC)
ໄລຍະໂຄງການ : 2010 ຫາ 2017

ຄວາມເປັນມາ

ແມ່ນ້ຳຂອງ ແລະ ສາຂາຂອງແມ່ນໍ້າຂອງ ເປັນສາຍໄຍຊີວິດ ຂອງບັນດາປະເທດລຸ່ມແມ່ນ້ຳຂອງ. ປະຊາຊົນຂອງປະເທດກຳປູເຈຍ, ລາວ, ໄທ ແລະ ຫວຽດ ນາມ ຈຳນວນ 60 ລ້ານຄົນ ເພິ່ງພາອາໄສແມ່ນ້ຳຂອງເປັນແຫຼ່ງອາຫານ. ແມ່ນ້ຳຂອງເປັນທີ່ຢູ່ອາໄສ ຂອງປາຫຼາຍກວ່າ 1,500 ສາຍພັນ ທີ່ແຕກຕ່າງກັນ, ເຮັດໃຫ້ອ່າງແມ່ນ້ຳຂອງເປັນໜຶ່ງໃນບັນດາແຫລ່ງນໍ້າ ທີ່ມີຊີວະນາໆພັນຫລາຍທີ່ສຸດໃນໂລກ. ເຖິງຢ່າງໃດກໍຕາມ, ການຕັດໄມ້ທຳລາຍປ່າ, ການກໍ່ສ້າງເຂື່ອນໄຟຟ້າ ພະລັງງານນໍ້າ ແລະ ການຂຸດຄົ້ນຊັບພະຍາກອນບໍ່ແຮ່ ລ້ວນແຕ່ເປັນໄພຂົ່ມຂູ່ຕໍ່ຄຸນນະພາບນ້ຳ ແລະ ປະລິມານຂອງປາ. ໂດຍອີງຕາມແບບຈຳລອງວິທະຍາສາດດ້ານສະພາບອາກາດ ປະຊາຊົນຕາມບໍລິເວນອ່າງແມ່ນ້ຳຂອງຈະປະສົບໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງຫຼາຍກວ່າເກົ່າໃນຕໍ່ໜ້າ. ໃນປີ 1995, MRC ສູ້ຊົນເພື່ອເຮັດໃຫ້ອ່າງແມ່ນ້ຳຂອງ ມີຄວາມກ້າວໜ້າທາງດ້ານເສດຖະກິດ, ມີຄວາມຍຸດຕິທຳໃນສັງຄົມ ແລະ ເປັນມິດຕໍ່ສິ່ງແວດລ້ອມ.

ຈຸດປະສົງ

ຄະນະກຳມາທິການແມ່ນໍ້າຂອງສາກົນ (MRC) ໄດ້ສະໜັບສະໜູນ ບັນດາປະເທດສະມາຊິກ ໃນການແກ້ໄຂບັນຫາຢູ່ໃນອ່າງແມ່ນໍ້າ.

ເປົ້າໝາຍ

GIZ, ໃນນາມຂອງ ການຮ່ວມມື ພັດທະນາຂອງເຢຍລະມັນ, ສະໜັບສະໜູນ ຄະນະກຳມາທິການແມ່ນໍ້າຂອງສາກົນ (MRC) ແລະ ຄະນະກຳມາທິການ ແມ່ນໍ້າຂອງແຫ່ງຊາດ ໃນຫຼາຍກິດຈະກຳຢ່າງກວ້າງຂວາງ ເຊັ່ນ: ສ້າງຄວາມເຂັ້ມແຂງ ຕໍ່ການຮ່ວມມືໃນຮອບດ້ານລະຫວ່າງ 4 ປະເທດ ເພື່ອຄຸນນະພາບຂອງນໍ້າທີ່ດີຢ່າງຍືນຍົງ ແລະ ມີປະລິມານທີ່ພຽງພໍ, ພັດທະນາແຜນຍຸດທະສາດ ເພື່ອການດັດປັບກະສິກຳ ແລະ ເຂື່ອນໄຟຟ້າພະລັງງານນໍ້າ ຕໍ່ກັບການປ່ຽນແປງ ພູມີອາກາດ, ຫຼຸດຜ່ອນຄວາມສ່ຽງທີ່ກໍ່ໃຫ້ເກີດໄພນໍ້າຖ້ວມ ໂດຍການປັບປຸງລະບົບເຕືອນໄພນໍ້າຖ້ວມ ໃຫ້ປະຊາຊົນທີ່ອາໄສຢູ່ຕາມລ້ອງແມ່ນໍ້າ ແລະ ຫຼຸດຜ່ອນ ຜົນກະທົບຈາກການສ້າງເຄື່ອນໄຟຟ້າ ທີ່ມີຕໍ່ປະຊາຊົນ ແລະ ສິ່ງແວດລ້ອມ ໂດຍການນຳໃຊ້ມາດຕະຖານຄວາມຍືນຍົງຂອງສາກົນ ກ່ອນທີ່ຈະເລີ່ມການວາງແຜນ ແລະ ການກໍ່ສ້າງ.

ຄະນະກຳມາທິການແມ່ນໍ້າຂອງສາກົນ (MRC) ເປັນເວທີຫນຶ່ງໃນການປະສານງານດ້ານຄວາມຮູ້ ແລະ ການເຈລະຈາ. GIZ ເຮັດວຽກຮ່ວມກັບພະນັກງານກອງເລຂາ MRC ກໍ່ຄື ພະນັກງານຄະນະກຳມາທິການແມ່ນໍ້າຂອງແຫ່ງຊາດໃນບັນດາປະເທດສະມາຊິກ. ນອກນັ້ນ, ຍັງມີຄູ່ຮ່ວມມືອື່ນໆ ເຊັ່ນ: ອາຈານ ຈາກມະຫາວິທະຍາໄລ, ຕົວແທນຈາກພາກສ່ວນເອກະຊົນ ແລະ ບັນດາກຸ່ມຊຸມຊົນ ເຊິ່ງເປັນຜູ້ທີ່ໄດ້ເຂົ້າຮ່ວມກອງປະຊຸມ ແລະ ການຝຶກອົບຮົມຢ່າງເປັນປົກກະຕິ. ນອກຈາກນັ້ນ, ໂຄງການໄດ້ຕັ້ງໜ້າແລກປ່ຽນຄວາມຮູ້ເຊິ່ງກັນ ແລະ ກັນ ກັບອົງການຈັດຕັ້ງອ່າງແມ່ນໍ້າອື່ນໆໃນໂລກ ເຊັ່ນ: ອົງການ ດານູບ ຫຼື ອໍເຣັນຈ໌-ເສັງກູ.

ສິ່ງທີ່ພວກເຮົາໄດ້ບັນລຸ

GIZ ແລະ MRC ໄດ້ປັບປຸງການຄາດຄະເນໄພນໍ້າຖ້ວມຕາມລ້ອງແມ່ນໍ້າຂອງ ໂດຍການນໍາໃຊ້ລະບົບການຄາດຄະເນໄພນໍ້າຖ້ວມແບບໃໝ່.

ໂຄງການໄດ້ສ້າງເຄືອຂ່າຍກັບມະຫາວິທະຍາໄລຫລາຍກວ່າ 30 ແຫ່ງ ໃນພາກພື້ນ ເພື່ອສ້າງຊຸດຝຶກອົບຮົມກ່ຽວກັບການພັດທະນາເຂື່ອນໄຟຟ້າພະລັງງານນໍ້າ ແບບຍືນຍົງ.

ໃນນັ້ນກໍໄດ້ຮັບຜົນສຳເລັດ ໃນດ້ານການວາງແຜນການປະເມີນຄວາມຍືນຍົງ ຂອງແຜນພັດທະນາເຂື່ອນໄຟຟ້າພະລັງງານນໍ້າໃນສີ່ລ້ອງແມ່ນໍ້າ ໂດຍການນຳໃຊ້ ເຄື່ອງປະເມີນຜົນທີ່ພັດທະນາໃໝ່.

ນອນນັ້ນ, ຍັງໄດ້ວິເຄາະຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ຕໍ່ການພັດທະນາການສ້າງເຂື່ອນໄຟຟ້າພະລັງງານນໍ້າໃນອະນາຄົດ ແລະ ຊ່ວຍໃນການ ປັບປຸງຄະນະກຳມາທິການແມ່ນໍ້າຂອງສາກົນ ໃນປີ 2016.