ກອງປະຊຸມ ທົບທວນຄວາມຄືບໜ້າໃນການສ້າງນິຕິກຳ ຂັ້ນສູນກາງ

ກອງປະຊຸມ ທົບທວນຄວາມຄືບໜ້າໃນການສ້າງນິຕິກຳ ຂັ້ນສູນກາງ

ກອງປະຊຸມ ທົບທວນຄວາມຄືບໜ້າໃນການສ້າງນິຕິກຳ ຂັ້ນສູນກາງ ໄດ້ຈັດຂື້ນໃນວັນທີ 24 ເດືອນ ມັງກອນ 2024 ທີ່ນະຄອນຫຼວງວຽງຈັນ ເຊິ່ງເປັນເວທີແລກປ່ຽນຄຳຄິດເຫັນ ແລະ ທົບທວນຄວາມຄືບໜ້າ ແລະ ຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດຂັ້ນຕອນການສ້າງນິຕິກຳ ທີ່ໄລຍະຜ່ານມາ.

ກອງປະຊຸມດັ່ງກ່າວ ໄດ້ລວບລວມເອົາບັນດາຜູ້ຕາງໜ້າຂອງບັນດາກະຊວງ ແລະ ອົງການທຽບເທົ່າກະຊວງ ຂັ້ນສູນກາງ ມາປຶກສາຫາລື, ທົບທວນ ແລະ ປະເມີນການຈັດຕັ້ງປະຕິີບັດກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ລວມທັງຄູ່ມື ແລະ ທິດທາງຕໍ່ໜ້າ ເພື່ອໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍ ການສ້າງນິຕິກຳ ສະບັບປັບປຸງ. ກອງປະຊຸມ ມີຈຸດປະສົງເພື່ອແລກປ່ຽນປະສົບການຕົວຈິງ ແລະ ວິທີການ ພ້ອມທັງຫຼັກປະຕິບັດທີ່ດີຂອງສາກົນກ່ຽວກັບການສ້າງ ແລະ ການຈັດຕັ້ງປະຕິບັດນິຕິກຳ.

ກອງປະຊຸມດັ່ງກ່າວຈັດຂື້ນໂດຍ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ກົງຈີ ຢ່າງຈື, ຮອງລັດຖະມົນຕີ ກະຊວງຍຸຕິທຳ ແລະ ທ່ານ ປອ ພູທອນ ວໍລະເພັດ, ຮອງປະທານກຳມາທິການກົດໝາຍ ສະພາແຫ່ງຊາດກອງປະຊຸມໄດ້ຮັບການສະໝັບສະໜູນຈາກແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGGA) ໂດຍອໍານວຍຄວາມສະດວກການປະກອບຄໍາເຫັນດ້ານວິຊາການຂອງຊ່ຽວຊານອາວຸໂສ.

ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບຜົນສຳເລັດ ແລະ ສິ່ງທ້າທາຍໃນຂະບວນການສ້າງນິຕິກຳ. ພ້ອມດຽວກັນນັ້ນ, ກອງປະຊຸມຍັງສິ່ງໄດ້ກ່າວເຖີງສິ່ງທ້າທາຍ ແລະ ໂອກາດ,ເໜັ້ນໜັກເຖີງຕິດຕາມຜົນ ແລະ ຂັ້ນຕອບການຈັດຕັ້ງປະຕິບັດຕົວຈິງ ເພື່ອປັບປຸງຄຸນນະພາບ ແລະ ຄວາມເປັນໄປໄດ້ຂອງນິຕິກຳທີ່ສ້າງຂື້ນ ແລະ ຖືກຮັບຮອງ. ຄວາມເອົາໃຈໃສ່ເປັນພິເສດຕໍ່ກັບການຕິດຕາມການ​ຈັດຕັ້ງປະຕິບັດ, ຮັບປະກັນການປັບປຸງປະສິດທິ​ພາບ​ຂອງ​ນິຕິ​ກຳ​ໂດຍ​ລວມ.

ແຜນງານເຊກາ (CEGGA)  ເປັນຈຸດລິເລີ່ມການຮ່ວມມືລະຫວ່າງ ລັດຖະບານຂອງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ “ທີມເອີຣົບ”  ເຊີ່ງລວມມີ: ສະຫະພາບ ເອີຣົບ, ລັດຖະບານເຢຍລະມັນ ແລະ ລັດຖະບານສະວິສເຊີແລນ. ຈິໄອແຊັດ (GIZ) ໄດ້ຮັບມອບໝາຍໃຫ້ຈັດຕັ້ງປະຕິບັດແຜນງານຮ່ວມກັບກະຊວງພາຍໃນ ແລະ ຄູ່ຮ່ວມງານທີ່ກ່ຽວຂ້ອງ ເພື່ອໃຫ້ບັນລຸເປົ້າໝາຍລວມໃນການເພີ່ມທະວີການມີສ່ວນຮ່ວມຂອງປະຊາຊົນໃນຂະບວນການພັດທະນາປະເທດຊາດ ໂດຍສົ່ງເສີມການປົກຄອງທີ່ດີ, ສິດທິມະນຸດ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ.

        
CEGGA's Donors and Development Partners