ເດັກຍິງທີ່ສູ້ຊີວິດ

ເດັກຍິງທີ່ສູ້ຊິວິດ!                         

ແຜນງານ ການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGGA) ຮ່ວມກັບ ສະຖາບັນຍຸຕິທຳແຫ່ງຊາດ ແລະ ອົງການຊ່ວຍເຫຼືອທາງດ້ານການສຶກສາກົດໝາຍໃຫ້ແກ່ຊຸມຊົນຂອງບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ (BABSEACLE) ໄດ້ສ້າງຮູບແບບການສຶກສາກົດໝາຍແບບຄຼີນິກ (CLE) ທີ່ສະຖາບັນຍຸຕິແຫ່ງຊາດຂື້ນ. ຮູບແບບການສຶກສາດັ່ງກ່າວແມ່ນເນັ້ນໃສ່ການຮຽນຮູ້ຈາກລົງມືເຮັດຕົວຈິງ ແລະ ສ້າງຄຸນນະທຳທາງສັງຄົມໃຫ້ນັກສຶກສາ. ນອກຈາກການຮຽນວິຊາກົດໝາຍຕ່າງໆທີ່ເປັນໝາກຫົວໃຈຂອງລັກສູດການຮຽນກົດໝາຍແລ້ວ ນັກສຶກສາ CLE ຍັງໄດ້ຮຽນຮູ້ສະພາບຕົວຈິງທີ່ເກີດຂື້ນໃນຊຸ່ມຊົນ ແລະ ນຳໃຊ້ບົດຮຽນດັ່ງກ່າວປະກອບສ່ວນເຂົ້າໃນຊິວິດປະຈຳຂອງເຂົາເຈົ້າ.

ນາງ ຄໍາປານ ບຸນລົມ, ນັກສຶກສາສະຖາບັນຍຸຕິທໍາແຫ່ງຊາດ ສາຂາ ສະຫວັນນະເຂດ, ປັດຈຸບັນຮຽນ ຢູ່ປີທີ 4 ຂະແໜງກົດໝາຍອາຍາ, ໃນປີ 2024 ລາວໄດ້ເຂົ້າຮ່ວມເປັນອາສາສະໝັກ ໃນໂຄງການ ການສຶກສາກົດໝາຍແບບຄຼີນິກ ທີ່ສະໜັບໜູນຈາກແຜນງານ CEGGA. ນາງ ຄຳປານ ໄດ້ກ່າວວ່າ “ຜ່ານການເຂົ້າຮ່ວມເປັນອາສາສະໝັກຂອງໂຄງການ ການສຶກສາກົດໝາຍຮູບແບບຄຼີນິກ ນ້ອງໄດ້ຮຽນຮູ້ຂໍ້ມູນທາງດ້ານທິດສະດີ, ທັກສະໃນການເວົ້າ ການສະແດງອອກ, ຮຽນຮູ້ວິທີການແກ້ໄຂບັນຫາທາງດ້ານກົດຫມາຍທີ່ສອດຄອງກັບສະພາບການດຳລົງຊີວິດຕົວຈິງຂອງສັງຄົມ’’. ຍິ່ງໄປກວ່ານັ້ນ, ນ້ອງ ຄຳປານຍັງໄດ້ພັດທະນາຄວາມສາມາດຂອງຕົນຂື້ນຕື່ມໃນການເຮັດວຽກກັບຊຸມຊົນອີກດ້ວຍ. ສໍາລັບ ຄຳປານ, ໂຄງການການສຶກສາກົດໝາຍຮູບແບບຄຼີນິກ (CLE) ບໍ່ເປັນພຽງແຕ່ເປັນການສຶກສາເທົ່ານັ້ນ ແຕ່ມັນຍັງໄດ້ມອບໂອກາດໃຫ້ລາວທີ່ຈະຊ່ວຍເຫຼືອຊຸມຊົນຂອງລາວໃຫ້ດີຍິ່ງໆຂື້ນ ສິ່ງນີ້ມັນໄດ້ສ້າງແຮງບັນດານໃຈໃຫ້ເດັກນ້ອຍຄົນນຶ່ງທີ່ໃຊ້ຊິວິດຢ່າງລຳບາກ ໃນສະພາບທີ່ ພໍ່ ແລະ ແມ່ຂອງລາວໄດ້ເສຍຊິວິດແຕ່ນ້ອງອາຍຸຍັງນ້ອຍ ແລະ ເຫັນຄວາມບໍ່ຍຸຕິທຳທີ່ເກີດຂື້ນກັບຕົນເອງ, ນາງ ຄຳປານ ມີຄວາມປາດຖະໜາຢາກສ້າງສັງຄົມໃຫ້ດີຂື້ນກວ່າເກົ່າ.

ຄຳປານ ກ່າວວ່າ ລາວຈະສືບຕໍ່ຮຽນວິຊາສະເພາະຂອງຕົນໃຫ້ດີທີ່ສຸດ ເພາະນ້ອງຢາກເປັນທະນາຍຄວາມ ເພື່ອເປັນກະບອກສຽງໃຫ້ແກ່ຜູ້ທີ່ບໍ່ໄດ້ຮັບໂອກາດ. ນ້ອງມີຄວາມໄຝ່ຝັນຢາກເປັນທະນາຍຄວາມເພື່ອມອບຄວາມຍຸຕິທຳໃຫ້ສັງຄົມ. ອີກດ້ານນຶ່ງ ຄຳປານ ຍັງມີຄວາມຕັ້ງໃຈ ແລະ ມີນໍ້າໃຈເມດຕາ, ລາວ ໄດ້ກ່າວຕື່ມວ່າການສຶກສາສາມາດປ່ຽນແປງຊີວິດການເປັນຢູ່ໄດ້ ແລະ ເຮັດໃຫ້ສັງຄົມດີຂຶ້ນໄດ້. ສຳຫຼັບ ຄຳປານ ການເປັນທະນາຍຄວາມບໍ່ພຽງແຕ່ເປັນອາຊີບເທົ່ານັ້ນ ແຕ່ມັນຍັງເປັນຄວາມຮັບຜິດຊອບໃນການປົກປ້ອງສິດທິຂອງລູກຄວາມໃຫ້ໄດ້ຮັບຄວາມຍຸຕິທຳອີກດ້ວຍ. ປັດຈຸບັນ ລາວຍັງເປັນນັກສຶກສາກົດໝາຍເພື່ອຈະກ້າວໄປເປັນທະນາຍຄວາມໃນອະນາຄົດ. ສິ່ງນີ້ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ທຸກໆຄົນສາມາດສ້າງຄວາມແຕກຕ່າງທີ່ດີຂື້ນກວ່າເກົ່າໄດ້. ສາມາດເວົ້າໄດ້ວ່າ ຄຳປານເປັນຕົວແບບທີ່ດີສຳລັບອານາຄົດທີ່ດີຂື້ນກວ່າເກົ່າເພື່ອມອບຄວາມຍຸຕິທຳໃຫ້ທຸກຄົນໃນສັງຄົມ.  

ແຜນງານ CEGGA ແມ່ນເປັນການລິເລີ່ມຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ  ສປປ ລາວ ແລະ ຄູ່ຮ່ວມງານ “ທີມເອີຣົບ” ປະເທດສະວິສເຊີແລນ, ປະເທດເຢຍລະມັນ, ແລະ ສະຫະພາບເອີຣົບ. ອົງການ ຮ່ວມມືລາວ-ເຢຍລະມັນ Deutsche Gesellschaft fuer Internationale Zusammenarbeit (GIZ) ໄດ້ຖືມອບໝາຍໃຫ້ຈັດຕັ້ງປະຕິບັດ ແຜນງານການຮ່ວມມືຂອງທີມເອີຣົບ ຮ່ວມກັບ ຄູ່ຮ່ວມງານຝ່າຍ ລາວ ເພື່ອປະກອບສ່ວນເຂົ້າໃນການພັດທະນາສ້າງສາປະເທດຊາດ ໂດຍການເພີ້ມທະວີວຽກງານການປົກຄອງທີ່ດີ, ສິດທິມະນຸດ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ.

ແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດຫມາຍ (CEGGA) - ໄລຍະ II

        
CEGGA's Donors and Development Partners