ການລົງຢ້ຽມຢາມຂອງຜູ້ໃຫ້ທຶນທີ່ ແຂວງ ຄຳມ່ວນ: ສ້າງອານາຄົດໃຫ້ດີຂື້ນກ່ວາເກົ່າໄປພ້ອມກັນ

ຕາງໜ້າຜູ້ໃຫ້ທຶນຈາກອົງການຮ່ວມມືເພື່ອການພັດທະນາ ປະເທດສະວິສເຊີແລນ (SDC), ສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ GIZ ພ້ອມທັງຄູ່ຮ່ວມງານພາກລັດ ໄດ້ລົງຢ້ຽມຢາມ ແຂວງຄໍຳມ່ວນ ເພື່ອຕິດຕາມຜົນໄດ້ຮັບຂອງການຈັດຕັ້ງປະຕິບັດໂຄງການພັດທະນາໃນສະຖານທີ່ຕົວຈິງ. ໃນໄລຍະເວລາສາມວັນ ຄະນະຢ້ຽມຢາມ ໄດ້ເຄື່ອນໄຫວຢ້ຽມຢາມໂຄງການການພັດທະນາທ້ອງຖິ່ນ (LDP) ທີ່ຈັດຕັ້ງປະຕິບັດໂດຍ LuxDev ແລະ ແຜນງານການມີສ່ວນຂອງປະຊາຊົນຕໍ່ວຽກງານປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGGA) ທີ່ຈັດຕັ້ງປະຕິບັດໂດຍ GIZ.

ບ້ານ ນໍ້າມາລາ, ເປັນໜຶ່ງບ້ານເປົ້າຂອງໂຄງການພັດທະນາທ້ອງຖິ່ນ ບັນດາຜູ້ໃຫ້ທຶນໄດ້ພົບປະ ແລະ ແລກປ່ຽນກັບຄະນະກຳມະການພັດທະນາຂັ້ນບ້ານ. ເລີ່ມຈາກການປັບປຸງໂຄງຮ່າງພື້ນຖານ ເພື່ອພັດທະນາຊິວິດການເປັນຢູ່ຂອງປະຊາຊົນ, ສະມາຊິກຂອງຄະນະກຳມະການພັດທະນາຂັ້ນບ້ານ ໄດ້ແບ່ງປັນຂໍ້ມູນກ່ຽວກັບແຜນບຸລິມະສິດສຳລັບການພັດທະນາຊຸມຊົນ. ການແລກປ່ຽນຄັ້ງນີ້ເຮັດໃຫ້ຮັບຮູ້ເຖິງຄວາມຕ້ອງການຂອງຊຸມຊົນ ແລະ ຄວາມມຸງມາດປາດຖະຫນາເພື່ອອານາຄົດ ແລະ ເຮັດໃຫ້ຄູ່ຮ່ວມຈັດຕັ້ງປະຕິບັດທົບທວນເຖິງແນວທາງເພື່ອຈັດຕັ້ງປະຕິບັດໂຄງການໃຫ້ມີປະສິດທິພາບ ແລະ ປະສິດທິພາບ.

ສຳລັບແຜນງານ CEGGA ຄະນະຢ້ຽມຢາມ ໄດ້ພົບປະ ແລະ ໂອລົມກັບອົງການຈັດຕັ້ງສັງຄົມທ້ອງຖິ່ນ ເພື່ອແລກປ່ຽນປະສົບການໃນການປະກອບສ່ວນພັດທະນາຊຸມຊົນແບບມີສ່ວນຮ່ວມ ແລະ ເພີ່ມທະວີການມີສ່ວນຮ່ວມຂອງປະຊາຊົນ. ໃນກອງປະຊຸມຮ່ວມກັບສະມາຊິກສະພາເພດຍິງ ຈາກສະພາປະຊາຊົນແຂວງຄຳມ່ວນ, ບັນດາສະມາຊິກ ອະທິບາຍຜົນປະໂຫຍດຂອງການຝືກອົບຮົມທີ່ເຂົາເຈົ້າໄດ້ເຂົ້າຮ່ວມ ເຊິ່ງຊ່ວຍໃຫ້ການພົວພັນກັບປະຊາຊົນຂອງເຂົາເຈົ້າດີຂື້ນ ນອກຈາກນີ້, ຄະນະຢ້ຽມຢາມໄດ້ພົບປະກັບບັນດານັກສຶກສາກົດໝາຍ ເຊິ່ງທັບໃຈກ່ຽວກັບສິ່ງທີ່ນັກສຶກສາໄດ້ອະທິບາຍ, ສະແດງຄວາມຂອບໃຈການສະໜັບສະໜູນຈາກແຜນງານ CEGGA. ເຮັດໃຫ້ນັກສຶກສາໄດ້ປະສົບການ ແລະ ຄວາມໝັ້ນໃຈໃນການໃຫ້ຄໍາແນະນຳທາງດ້ານກົດໝາຍໃຫ້ແກ່ກຸ່ມຄົນທີ່ດ້ອຍໂອກາດ.

ການຮ່ວມມືເປັນກຸນແຈທີ່ສຳຄັນ! ການລົງຢ້ຽມຢາມຄັ້ງນີ້ ເຮັດໃຫ້ເຫັນເຖິງຄວາມສຳຄັນຂອງການຮ່ວມມືລະຫວ່າງຄູ່ຮ່ວມງານສາກົນ, ພາກລັດ, ອົງການຈັດຕັ້ງຂັ້ນທ້ອງຖິ່ນ ແລະ ຊຸມຊົນເພື່ອຂັບເຄື່ອນການພັດທະນາແບບຍືນຍົງ. ໂດຍຜ່ານການເຮັດວຽກຮ່ວມກັນ ພວກເຮົາສາມາດຮັບປະກັນໄດ້ວ່າ ແຜນງານຕ່າງໆໄດ້ຮັບການດັດປັບໃຫ້ແທດເໝາະກັບຄວາມຕ້ອງການຕົວຈິງຂອງແຕ່ລະຊຸມຊົນ ແລະ ໃຫ້ຊ່ອງທາງແກ້ໄຂ ເພື່ອອານາຄົດທີ່ດີກ່ວາເກົ່າ.

ແຜນງານ ການພັດທະນາທ້ອງຖິ່່ນໃຫ້ທຶນໂດຍລັດຖະບານປະເທດ ຈາກ ລຸກຊຳບວກ ແລະ ສະວິດເຊີແລນ ສະຫະພາບເອີຣົບ ແລະ ສປປ ລາວ ເຊິ່ງຈັດຕັ້ງປະຕິບັດໂດຍ LuxDev, ອົງການເພື່ອການຮ່ວມມືຂອງ ລຸກຊຳບວກ.

ແຜນງານ CEGGA ໃຫ້ທຶນໂດຍ ລັດຖະບານສະວິສເຊີແລນ, ປະເທດເຢັຍລະມັນ, ສະຫະພາບເອີຣົບ ແລະ ຈັດຕັ້ງປະຕິບັດໂດຍ GIZ ການຮ່ວມມືລາວ-ເຢັຍລະມັນ.

        
CEGGA's Donors and Development Partners
        
ການລົງຢ້ຽມຢາມຂອງຜູ້ໃຫ້ທຶນທີ່ ແຂວງ ຄຳມ່ວນ: ສ້າງອານາຄົດໃຫ້ດີຂື້ນກ່ວາເກົ່າໄປພ້ອມກັນ