ກອງປະຊຸມພົບປະ ລະຫວ່າງອົງການຈັດຕັ້ງລັດ ແລະ ອົງການຈັດຕັ້ງສັງຄົມລາວ ຂັ້ນແຂວງ ປະຈຳປີ 2023 ທີ່ແຂວງຫຼວງພະບາງ

 

ວັນທີ 09 ກຸມພາ 2024, ກອງປະຊຸມພົບປະ ປະຈຳປີ 2023 ຄັ້ງທຳອິດລະຫວ່າງອົງການຈັດຕັ້ງລັດ ແລະ ອົງການຈັດຕັ້ງສັງຄົມລາວ ຂັ້ນແຂວງ ຈັດຂຶ້ນຢູ່ທີ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ກອງປະຊຸມພົບປະໃນຄັ້ງນີ້ເປັນເວທີທີ່ສຳຄັນເພື່ອເພີ່ມທະວີການຮ່ວມມື ແລະ ເປັນໂອກາດໃຫ້ແກ່ບັນດາພາກສ່ວນທີ່ກ່ຽວຂ້ອງຈາກພາກລັດຖະບານ ແລະ ອົງການຈັດຕັ້ງສັງຄົມລາວໄດ້ມີການແລກປ່ຽນ ​ແລະ ​ປຶກສາ​ຫາລື​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດວຽ​ກ​ງານຂອງ​​ອົງການ​ຈັດ​ຕັ້ງສັງຄົມລາວ. 

ຈຸດປະສົງຂອງກອງ​ປະຊຸມຄັ້ງນີ້ແມ່ນເພື່ອລາຍງານເຖິງສະພາບລວມກ່ຽວກັບວຽກງານອົງການຈັດຕັ້ງສັງຄົມລາວຢູ່ແຂວງຫຼວງພະບາງ ແລະ ຜົນສຳເລັດກ່ຽວກັບວຽກງານເຜີຍແຜ່ດຳລັດວ່າດ້ວຍສະມາຄົມ ແລະ ມູນນິທິ ຢູ່ຂັ້ນເມືອງ ປະຈຳປີ 2023. ນອກຈາກນັ້ນ, ຍັງໄດ້ມີບົດນໍາສະເໜີກ່ຽວກັບຫ້ອງການປະສານງານອົງການຈັດຕັ້ງສັງຄົມລາວ, ລາຍງານການເຄື່ອນໄຫວຂອງສະມາຄົມທ້ອງຖິ່ນຈາກສະມາຄົມຊ່ວຍເຫຼືອເຊິ່ງກັນແລະກັນ, ບົດນຳສະເໜີບາງມາດຕາທີ່ສຳຄັນກ່ຽວກັບດຳລັດວ່າດ້ວຍສະມາຄົມ 238 ແລະ ມູນນິທິ 149, ແລະ ຂໍ້ແນະນຳກ່ຽວກັບການຮັບເອົາທຶນຈາກຕ່າງປະເທດໂດຍພະແນກການຕ່າງປະເທດແຂວງຫຼວງພະບາງ. ກອງປະຊຸມດັ່ງກ່າວ ​ຍັງ​ເປັນ​ເວ​ທີ​ໃຫ້​ແກ່ບັນດາ​ຜູ້​ເຂົ້າ​ຮ່ວມໄດ້ມີການສົນທະນາ ແລະ ​ແລກປ່ຽນໃນຫົວຂໍ້​ການພົວພັນປະສານງານ​ລະຫວ່າງ​ອົງການຈັດຕັ້ງລັດ ​ແລະ ອົງການຈັດຕັ້ງ​ສັງຄົມ, ການເຄື່ອນໄຫວຂອງອົງການຈັດຕັ້ງສັງຄົມລາວຕໍ່ກັບແຜນພັດທະນາເສດຖະກິດຂອງສັງຄົມ ໂດຍສະເພາະແຂວງຫຼວງພະບາງ ແລະ ຂໍ້ສະດວກ ແລະ ຫຍຸ້ງຍາກຕ່າງໆ ກ່ຽວກັບວຽກງານອົງການຈັດຕັ້ງສັງຄົມລາວຢູ່ໃນແຂວງຫຼວງພະບາງ. 

ກອງປະຊຸມພົບປະ ລະຫວ່າງອົງການຈັດຕັ້ງລັດ ແລະ ອົງການຈັດຕັ້ງສັງຄົມລາວໃນຄັ້ງນີ້ແມ່ນຈັດຂຶ້ນໂດຍ ພະແນກພາຍໃນແຂວງ ຫຼວງພະບາງ ພາຍໃຕ້ການເປັນປະທານໂດຍ ທ່ານ ປ.ອ ຄຳຄ່ອງ ພົມມະປັນຍາ, ຄະນະປະຈຳພັກແຂວງ, ຫົວຄະນະຈັດຕັ້ງແຂວງ.  ມີບັນດາຜູ້ເຂົ້າຮ່ວມຫຼາຍກ່ວາ 120 ທ່ານ ຕາງໜ້າຈາກອົງຈັດຕັ້ງລັດຂັ້ນທ້ອງຖິ່ນ, ອົງການຈັດຕັ້ງສັງຄົມລາວທີ່ເຄື່ອນໄຫວຢູ່ໃນແຂວງຫຼວງພະບາງ, ຄະນະປະສານງານອົງການຈັດຕັ້ງສັງຄົມລາວ, ກະຊວງພາຍໃນ, ແລະ ພະແນກພາຍໃນແຂວງຄຳມ່ວນ. ກອງປະຊຸມດັ່ງກ່າວແມ່ນໄດ້ຮັບການສະໝັບສະໜູນຈາກແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໄລຍະ 2 (CEGGA II). ທ່ານ ຄໍາຄ່ອງ ໄດ້ກ່າວວ່າ “ບັນດາອົງການຈັດຕັ້ງສັງຄົມ ກໍ່ຄືສະມາຄົມມູນນິທິກໍ່ໄດ້ເອົາໃຈໃສ່ປະຕິບັດຕາມພາລະບົດບາດ, ສິດໜ້າທີ່ຂອງຕົນເປັນຢ່າງດີໂດຍມີການຍາດແຍ່ງເອົາທຶນການສະໝັບສະໝູນຈາກສາກົນ ເພື່ອມາພັດທະນາຊີວິດການເປັນຢູ່ຂອງປະຊາຊົນແຂວງຫຼວງພະບາງ” 

ເປັນຈຸດລິເລີ່ມການຮ່ວມມືລະຫວ່າງ ລັດຖະບານຂອງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ “ທີມເອີຣົບ”  ເຊີ່ງລວມມີ: ສະຫະພາບ ເອີຣົບ, ລັດຖະບານເຢຍລະມັນ ແລະ ລັດຖະບານສະວິສເຊີແລນ. ຈິໄອແຊັດ (GIZ) ໄດ້ຮັບມອບໝາຍໃຫ້ຈັດຕັ້ງປະຕິບັດແຜນງານຮ່ວມກັບກະຊວງພາຍໃນ ແລະ ຄູ່ຮ່ວມງານທີ່ກ່ຽວຂ້ອງ ເພື່ອໃຫ້ບັນລຸເປົ້າໝາຍລວມໃນການເພີ່ມທະວີການມີສ່ວນຮ່ວມຂອງປະຊາຊົນໃນຂະບວນການພັດທະນາປະເທດຊາດ ໂດຍສົ່ງເສີມການປົກຄອງທີ່ດີ, ສິດທິມະນຸດ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ.   

        
CEGGA's Donors and Development Partners