ກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ແມ່ຍິງກະຊວງອຸດສາຫະກໍາ ແລະ ການຄ້າ ການລົງທຶນເລັ່ງໃສ່ການພັດທະນາຄວາມກ້າວໜ້າແມ່ຍິງ

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດ “ກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ແມ່ຍິງກະຊວງອຸດສາຫະກໍາ ແລະ ການຄ້າ ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 08 ມີນາ 2024 ຄົບຮອບ 114 ປີ ໃນຫົວຂໍ້ ການລົງທຶນເລັ່ງໃສ່ການພັດທະນາຄວາມກ້າວໜ້າແມ່ຍິງ” ຄັ້ງວັນທີ 12 ມີນາ 2024, ທີ່ໂຮງແຮມ ແລນມາກ ແມ່ຂອງ ຣິເວີໄຊ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ,  ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ທ່ານ ນາງ ອັນເນັດເທິະ ຄະນົບລອຄ, ເອກຄັກຄະລັດຖະທູດ ເຢຍລະມັນ ປະຈຳ ສປປ ລາວ ແລະ ທ່ານ ນາງ ສົມໝາຍ ພົມມຸນິວົງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ, ປະທານສະຫະພັນແມ່ຍິງກະຊວງ ອຄ ແລະ ການເຂົ້າຮ່ວມເປັນແຂກກິດຕິມະສັກຂອງ ທ່ານ ນາງ ອາລຸນີ ກົມມະສິດ, ພັນລະຍາທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍບັນດາທ່ານພັນລະຍາລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ ອຄ, ບັນດາທ່ານຫົວໜ້າ, ຮອງຫົວໜ້າກົມ, ຫ້ອງການ, ສຳນັກງານ, ສະຖາບັນ, ເລຂາທິການສະພາການຄ້າ ແລະ ອຸດສາຫະກຳ, ຜູ້ອຳນວຍການ ລັດວິສາຫະກິດ, ບໍລິສັດ, ຜູ້ຕາງໜ້າໂຄງການ GIZ, ຊຶ່ງລວມທັງຫມົດມີຜູ້ເຂົ້າຮ່ວມປະມານ 200 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເປັນການທົບທວນຄືນປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ເພື່ອເນັ້ນຢໍ້າເຖິງຄວາມໝາຍຄວາມສໍາຄັນໃນການສະເຫຼີມສະຫຼອງວັນດັ່ງກ່າວ ອັນເຕັມໄປດ້ວຍບັນຍາກາດຟົດຟື້ນ ໄປພ້ອມໆ ກັບຂະບວນການສະເຫຼີມສະຫຼອງວັນແມ່ຍິງໃນທົ່ວປະເທດ ກໍຄືໃນທົ່ວໂລກ ພ້ອມທັງເປັນການລາຍງານຄວາມຄືບໜ້າ ການສ້າງແຜນປະຕິບັດງານ ການເຊື່ອມສານ ບົດບາດ ຍິງ-ຊາຍຂອງຂະແໜງ ອຄ ແລະ ເປັນການຈັດເວທີສົນທະນາຫົວຂໍ້ “ຄວາມສໍາຄັນຂອງວຽກງານບົດບາດຍິງ-ຊາຍ ເຂົ້າໃນວຽກງານ ອຄ ແລະ ໃນຫົວຂໍ້ “ການສ້າງຄວາມອາດສາມາດໃນການເຮັດການຄ້າຜ່ານລະບົບເອເລັກໂຕຣນິກ ເພື່ອເປັນການສ້າງຄວາມເຂັ້ມແຂງ” ໃຫ້ເອື້ອຍນ້ອງແມ່ຍິງ.

ກອງປະຊຸມໄດ້ຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກ ລັດຖະບານ ສາທາລະນະລັດ ສະຫະພັນ ເຢຍລະມັນ ຜ່ານການຈັດຕັ້ງປະຕິບັດໂດຍ ໂຄງການ GIZ-COMPETE II, ຊຶ່ງໄດ້ໃຫ້ຄວາມສໍາຄັນກ່ຽວກັບບົດບາດຍິງ-ຊາຍໃນຂະແໜງ ອຄ ແລະ ພ້ອມທີ່ຈະສືບຕໍ່ປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າແມ່ຍິງຂອງຂະແໜງ ອຄ ໃນຕໍ່ໜ້າ.