ລະບົບເຕືອນໄພລ່ວງໜ້າກ່ຽວກັບອຸທົກກະໄພ ແລະ ໄພແຫ້ງແລ້ງຂ້າມຊາຍແດນລະຫວ່າງປະເທດເປັນຫົວຂໍ້ຫລັກໃນການປຶກສາຫາລືໃນກອງປະຊຸມວິຊາການຄັ້ງທີ 5 ຂອງໂຄງການອ່າງຮັບນ້ຳຍ່ອຍຮ່ວມ 9C-9T

ກອງປະຊຸມວິຊາການຄັ້ງທີ 5 ຂອງໂຄງການອ່າງຮັບນ້ຳຍ່ອຍຮ່ວມ 9C-9T ໄດ້ຖືກຈັດຂຶ້ນໃນວັນທີ 25 ມີນາ ປີ 2024 ທີ່ພະນົມເປັນ, ປະເທດກຳປູເຈຍ. ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ ພ້ອມກັບທິມງານຂອງໂຄງການ ໄດ້ປຶກສາຫາລືກັນກ່ຽວກັບການອອກແບບລະບົບເຕືອນໄພລ່ວງໜ້າກ່ຽວກັບອຸທົກກະໄພ ແລະ ໄພແຫ້ງແລ້ງຂ້າມຊາຍແດນລະຫວ່າງປະເທດ. 9C-9T ແມ່ນຊື່ຂອງອ່າງຮັບນໍ້າຍ່ອຍຮ່ວມຊາຍແດນລະຫວ່າງ ກຳປູເຈຍ ແລະ ໄທ, ເປັນເຂດໜຶ່ງຂອງລຸ່ມແມ່ນ້ຳຂອງ ທີ່ມັກເກີດເຫດອຸທົກກະໄພ ແລະ ໄພແລ້ງເປັນປະຈຳ.

ໂຄງການຮ່ວມດັ່ງກ່າວນີ້ ໄດ້ຮັບການສະໜັບສະໜູນຈາກລັດຖະບານເຢຍລະມັນ ແລະ ຖືກຈັດຕັ້ງປະຕິບັດຮ່ວມລະຫວ່າງ GIZ ແລະ  ຄະນະກຳມາທິການແມ່ນ້ຳຂອງສາກົນ ເພື່ອຄຸ້ມຄອງນ້ຳລະຫວ່າງປະເທດ.

ໂຄງການນີ້ເປັນແບບຢ່າງແຫ່ງຄວາມສຳເລັດຂອງການຮ່ວມມືກ່ຽວກັບການຄຸ້ມຄອງນ້ຳຂ້າມຊາຍແດນ, ເຊິ່ງສາມານໍາແນວຄວາມຄິດນີ້ໄປໃຊ້ກັບອ່າງຮັບນ້ຳຍ່ອຍອື່ນໆທີ່ຢູ່ຂົງເຂດລູ່ມແມ່ນ້ຳຂອງ.

        
ກອງປະຊຸມວິຊາການຄັ້ງທີ 5 ຂອງໂຄງການອ່າງຮັບນ້ຳຍ່ອຍຮ່ວມ 9C-9T