ແຜນງານ CEGGA ໄລຍະ II ຈັດກອງປະຊຸມຄຸ້ມຄອງບໍລິຫານເພື່ອນຳສະແດງຜົນງານ ແລະ ເພີ່ມທະວີການຮ່ວມມື

ວັນທີ 1-2 ເມສາ 2024, ນະຄອນຫຼວງວຽງຈັນ, ແຜນງານ CEGGA ໄລຍະ II ຮ່ວມມືກັບຫ້ອງການກະຊວງພາຍໃນ ໄດ້ຈັດກອງປະຊຸມຄຸ້ມຄອງບໍລິຫານແຜນງານ ເພື່ອແລກປ່ຽນ ຄວາມຄືບໜ້າ ແລະ ແຜນກິດຈະກຳຕໍ່ໜ້າ ພ້ອມທັງກຳນົດບັນດາຜົນສຳເລັດ ແລະ ນຳສະແດງງານຍຸດທະສາດການຈັດຕັ້ງປະຕິບັດແຜນງານ.

ກອງປະຊຸມດັ່ງກ່າວ ໃຫ້ກຽດການເປັນປະທານຂອງທ່ານ ວັນນະ ບົວພາ, ຫົວໜ້າຫ້ອງການກະຊວງພາຍໃນ ແລະ ທ່ານ Barbara Meincke ຜູ້ອໍານວຍການແຜນງານ CEGGA-GIZ. ກອງປະຊຸມໄດ້ລວມເອົາບັນດາຜູ້ຕ່າງໜ້າຈາກຄູ່ຮ່ວມງານພາກລັດກໍຄືກະຊວງພາຍໃນ, ສະພາແຫ່ງຊາດ, ກະຊວງຍຸຕິທຳ, ກະຊວງກະສິກຳ ແລະ ປ່າໄມ້ ພ້ອມທັງຄູ່ຮ່ວມງານຈາກສອງແຂວງກໍຄຶແຂວງຫຼວງພະບາງ  ແລະ ແຂວງຄຳມ່ວນ ແລະ ພະນັກງານວິຊາການຈາກແຜນງານ CEGGA-GIZ

ກອງປະຊຸມມີຈຸດປະສົງເພື່ອສົນທະນາແລກປ່ຽນຄວາມຄືບໜ້າການຈັດຕັ້ງປະຕິບັດ ແລະ ຍົກໃຫ້ເຫັນການເຮັດວຽກຮ່ວມກັນ ກັບແຕ່ລະອົງກອບຂອງແຜນງານ ແລະ ສິ່ງທ້າທ້າຍ. ບັນດາຜູ້ເຂົ້າຮ່ວມໄດ້ແລກປ່ຽນສົນທະນາກ່ຽວກັບກິດຈະກຳ ແລະ ຜົນສຳເລັດຂອງການຈັດຕັ້ງປະຕິບັດແຜນງານໃນໄລຍະທີ່ຜ່ານມາ.

ແຜນງານເຊກາ (CEGGAແມ່ນການຮ່ວມມືລະຫວ່າງ ລັດຖະບານຂອງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ “ທີມເອີຣົບ”  ເຊີ່ງລວມມີ: ລັດຖະບານສະວິສເຊີແລນ ແລະ ລັດຖະບານເຢຍລະມັນ ແລະ ສະຫະພາບ ເອີຣົບ ໂດຍມອບໝາຍໃຫ້ ຈິໄອແຊັດ (GIZ) ເປັນຜູ້ຮັບຊອບໃນການຈັດຕັ້ງປະຕິບັດແຜນງານຮ່ວມກັບກະຊວງພາຍໃນ ແລະ ຄູ່ຮ່ວມງານທີ່ກ່ຽວຂ້ອງ ເພື່ອໃຫ້ບັນລຸເປົ້າໝາຍລວມໃນການເພີ່ມທະວີການມີສ່ວນຮ່ວມຂອງປະຊາຊົນໃນຂະບວນການພັດທະນາສ້າງສາປະເທດຊາດ ດ້ວຍການສົ່ງເສີມການປົກຄອງທີ່ດີ, ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ສິດທິມະນຸດ.