ກອງປະຊຸມວິຊາການ ຂອງໂຄງການຮ່ວມ ອ່າງຮັບນ້ຳຍ່ອຍ 3S ເຊິ່ງມີ ແມ່ນໍ້າເຊກອງ, ເຊສານ ແລະ ເຊໂປກ ໄດ້ຖືກຈັດຂຶ້ນທີ່ ນະຄອນຫລວງວຽງຈັນ, ປະເທດລາວ ເປັນຄັ້ງທຳອິດ ໃນວັນທີ 4 ເມສາ 2024

ກອງປະຊຸມວິຊາການ ຂອງໂຄງການຮ່ວມ ອ່າງຮັບນ້ຳຍ່ອຍ 3S  ເຊິ່ງມີ ແມ່ນໍ້າເຊກອງ, ເຊສານ ແລະ ເຊໂປກ ໄດ້ຖືກຈັດຂຶ້ນທີ່ ນະຄອນຫລວງວຽງຈັນ, ປະເທດລາວ ເປັນຄັ້ງທຳອິດ ໃນວັນທີ 4 ເມສາ 2024, ບັນດາຜູ້ເຂົ້າຮ່ວມຈາກຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ຂັ້ນແຂວງໄດ້ ປຶກສາຫາລືກ່ຽວກັບການກະກຽມການຄຸ້ມຄອງນ້ຳຂ້າມແດນຮ່ວມກັນ, ຜົນໄດ້ຮັບຂອງການສຶກສາອ່າງຮັບນ້ຳຍ່ອຍ, ແຜນສ້າງຄວາມອາດສາມາດໃນການນຳໃຊ້ແຜນທີ່ອອນລາຍຂອງອ່າງຮັບນ້ຳຍ່ອຍ 3S.

ຄະນະເຮັດວຽກດ້ານວິຊາການຂອງລາວ ຖືກສ້າງຕັ້ງຂື້ນ ເພື່ອຊ່ວຍປຶກສາຫາໃນການອອກແບບ ໂຄງການອ່າງຍ່ອຍຮ່ວມ 3S ທີ່ເປັນສາຂາແມ່ນ້ຳຂອງ.

ໂຄງການຮ່ວມ 3S ໄດ້ຮັບການສະໜັບສະໜູນຈາກລັດຖະບານເຢຍລະມັນ ແລະ ຖືກຈັດຕັ້ງປະຕິບັດຮ່ວມລະຫວ່າງ ຄະນະກຳມາທິການແມ່ນ້ຳຂອງສາກົນ ແລະ  GIZ ແຕ່ປີ 2023 ເຖິງ 2024.

ແມ່ນ້ຳທັງສາມໂຮມເຂົ້າກັນເປັນສາຂາແມ່ນ້ຳທີ່ໃຫ່ຍທີ່ສຸດຂອງແມ່ນ້ຳຂອງຈາກສາມປະເທດ, ກຳປູເຈຍ, ລາວ ແລະ ຫວຽດນາມ. ທັງສາມເປັນແມ່ນ້ຳສາຂາທີ່ມີການໄຫຼຂອງນ້ຳແບບອິດສະຫຼະ ເປັນແມ່ນ້ຳທີ່ຍາວທີ່່ສຸດໃນລະບົບສາຂາຂອງແມ່ນ້ຳຂອງ ທີ່ມີຄວາມສຳຄັນຕໍ່ການເຄື່ອນຍ້າຍຂອງປາ.  ຝຸ່ນ ແລະ ຕະກອນທີ່ແມ່ນ້ຳທັງສາມນຳມາ ເປັນອາຫານສຳຄັນຕໍ່ປາຢູ່ບືງຕົງເລສາບ ແລະ ການຜະລິດເຂົ້າຢູ່ Mekong Delta.