ຍົກສູງພາວະຄວາມເປັນຜູ້ນຳໃຫ້ແກ່ສະມາຊິກສະພາ ແລະ ພະນັກງານ ເພດຍິງ ສະພາແຫ່ງຊາດ ແລະ ປະຊາຊົນຂັ້ນແຂວງ

ສະມາຊິກສະພາ ແລະ ພະນັກງານ ເພດຍິງ ສະພາແຫ່ງຊາດ ແລະ ປະຊາຊົນຂັ້ນແຂວງ ຄຳມ່ວນ ແລະ ຫຼວງພະບາງ ໄດ້ຮັບການຝືກອົບຮົມກ່ຽວກັບພາວະຄວາມເປັນຜູ້ນຳ ແລະ ທັກສະທີ່ເປັນຍຸດທະສາດ. ການຝຶກອົບຮົມໄດ້ຈັດຂື້ນໃນລະຫວ່າງວັນທີ6-7 ພຶດສະພາ 2024 ທີ່ນະຄອນຫຼວງວຽງຈັນ ໂດຍການນຳພາຂອງຫ້ອງການກະຊວງພາຍໃນ ແລະ ພາຍໃຕ້ການສະໜັບສະໜູນໂດຍແຜນງານ CEGGA ໄລຍະ II.

ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອເຮັດໃຫ້ສະມາຊິກສະພາ ແລະ ພະນັກງານ ເພດຍິງ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ມີທັກສະຄວາມເປັນຜູ້ນໍາ, ມີເຄື່ອງມື ແລະ ມີຍຸດທະສາດທີ່ຈຳເປັນ ເພື່ອສົ່ງເສີມຄວາມກ້າວໜ້າຄວາມເປັນຜູ້ນໍາເພດຍິງ ແລະ ການເສື່ອມສານບົດບາດຍິງ-ຊາຍໃນວຽກງານຂອງສະພາ. ພ້ອມທັງເປັນການ​ເພີ່ມທະວີການຕະໜັກເຖິງບົດບາດຍິງ-ຊາຍ​ໃນ​ຂະ​ບວນການ​ຕັດສິນ​ບັນຫາ​ໃນວຽກງານສະພາ​ໂດຍສະເພາະກິດຈະກຳການມີສ່ວນຮ່ວມ​ຂອງ​ປະຊາຊົນ​ເຊັ່ນ: ວຽກງານສາຍ​ດ່ວນ, ພິຈະລາຄຳຮ້ອງ​ຂໍຄວາມເປັນທຳ, ການ​ປຶກສາ​ຫາລື, ການລົງພົບປະປະຊາຊົນ,  ​ແລະ ການ​ຕິດຕາມ​ກວດກາ.

ບັນດາຜູ້ເຂົ້າຮ່ວມໄດ້ແລກປ່ຽນປະສົບການ, ບົດຮຽນທີ່ດີ ແລະ ສິ່ງທ້າທາຍໃນການສົ່ງເສີມພາວະຄວາມເປັນຜູ້ນໍາຂອງເພດຍິງພາຍຢູ່ໃນສະຖາບັນ ແລະ ເຂດເລືອກຕັ້ງຂອງຕົນ. ​ການ​ແລກປ່ຽນ​ປະສົບ​ການ ແລະ ການປັບໃຊ້ບົດຮຽນ​ທີ່​ດີ​ ​ແລະ ​ການສ້າງ​ເຄືອ​ຂ່າຍເພື່ອການແລກປ່ຽນ ຈະເຮັດໃຫ້​ ສະມາຊິກສະພາປະຊາຊົນຂ້້ນແຂວງ ແລະ ພະນັກງານ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສາມາດ​ສືບ​ຕໍ່ເສີມສ້າງຂີດຄວາມສາມາດເຊິ່ງກັນ ແລະ ກັນ ແລະ ສົ່ງເສີມຄວາມ​ສະ​ເໝີ​ພາບ​ລະຫວ່າງຍິງ-ຊາຍ.

ແຜນງານ CEGGA ເປັນແຜນງານຮ່ວມຂອງທີມເອີຣົບ ເຊິ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານສະວິສເຊີແລນ ແລະ ລັດຖະບານເຢຍລະມັນ ແລະ ສະຫະພາບ ເອີຣົບ. ຈັດຕັ້ງປະຕິບັດໂດຍຈິໄອແຊັດ (GIZ) ຮ່ວມມືກັບກະຊວງພາຍໃນ ແລະ ກະຊວງຍຸຕິທຳ, ສະພາແຫ່ງຊາດ, ແລະ ​ຄະນະປະສານງານອົງການຈັດຕັ້ງສັງຄົມລາວ.

        
20240508_CEGGA