ພິທີສະຫຼຸບລາຍງານຜົນສຳເລັດເບື້ອງຕົ້ນຂະບວນການນຳສົ່ງເອກະສານຄໍາຮ້ອງສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ ແຂວງຄຳມ່ວນ ເຂົ້າເປັນມໍຣະດົກໂລກທາງທຳມະຊາດ ຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງ ມໍຣະດົກໂລກທາງທຳມະຊາດ ແຂວງກວາງບິ່ງ ສສ. ຫວຽດນາມ.

ໃນວັນທີ 8 ພຶດສະພາ 2024, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນນາມຂອງປະທານຄະນະກຳມະການຄຸ້ມຄອງມໍຣະດົກແຫ່ງຊາດ ພ້ອມດ້ວຍຄະນະກຳມະການໃນຄະນະກຳມະການຄຸ້ມຄອງມໍຣະດົກແຫ່ງຊາດ ຮ່ວມກັບຄູ່ຮ່ວມງານໂຄງການຮ່ວມມືເຢຍລະມັນ ການປົກປັກຮັກສາ ແລະ ສົ່ງເສີມການນຳໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນແບບຍືນຍົງ (ProFEB) ຈັດພິທີສະຫຼຸບລາຍງານຜົນສຳເລັດເບື້ອງຕົ້ນຂະບວນການນຳສົ່ງເອກະສານຄໍາຮ້ອງສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ ແຂວງຄຳມ່ວນ ເຂົ້າເປັນມໍຣະດົກໂລກທາງທຳມະຊາດ ຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງ ມໍຣະດົກໂລກທາງທຳມະຊາດ ແຂວງກວາງບິ່ງ ສສ. ຫວຽດນາມ.

            ຈຸດປະສົງແມ່ນເພື່ອລາຍງານ ແລະ ແຈ້ງໃຫ້ແຕ່ລະພາກສ່ວນທົ່ວສັງຄົມໄດ້ຮັບຊາບຂໍ້ມູນຂ່າວສານກ່ຽວກັບຄວາມຄືບ  ໜ້າຂະບວນການນຳສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ເປັນມໍຣະດົກໂລກທາງທຳມະຊາດ ພາຍໃຕ້ສົນທິສັນຍາປົກປັກຮັກສາ ມໍຣະດົກໂລກທາງວັດທະນະທຳ ແລະ ທຳມະຊາດ ຫຼື ສົນທິສັນຍາ 1972 ຂອງອົງການອຸຍແນັສໂກ (UNESCO) ແລະ ເພື່ອເປັນການຂອບໃຈແກ່ທຸກພາກສ່ວນທີ່ໄດ້ມີສ່ວນຮວມໃນທຸກໄລຍະຂະບວນການກະກຽມເອກະສານຄຳຮ້ອງ. ເຊິ່ງໃນພິທີສະຫຼຸບລາຍງານຄັ້ງນີ້ ທ່ານ ວັນສີ ກົວມົ້ວ, ຮອງລັດຖະມົນຕີກະຊວງ ຖວທ ໃນນາມຜູ້ປະຈຳການ ຂອງຄະນະກຳມະການຄຸ້ມຄອງມໍຣະດົກແຫ່ງຊາດ ໄດ້ລາຍງານໂດຍຫຍໍ້ເຖິງຜົນສຳເລັດເບື້ອງຕົ້ນຂອງຂະບວນການນຳສົ່ງເອກະສານຄຳຮ້ອງ ໃຫ້ຮູ້ວ່າ ເອກະສານຄຳຮ້ອງແມ່ນໄດ້ສຳເລັດສົມບູນ ແລະ ໄດ້ນຳສົ່ງເຖິງສູນມໍຣະດົກໂລກ ອົງການອຸຍແນັສໂກ ພ້ອມດ້ວຍຈົດໝາຍສະໜັບສະໜູນເອກະສານຄຳຮ້ອງດັ່ງກ່າວຂອງ ສປປ ລາວ ຈາກອົງການກ່ຽວຂ້ອງຂອງລັດຖະບານ ສສ. ຫວຽດນາມ ໃນ ວັນທີ 1 ກຸມພາ 2024 ທີ່ຜ່ານມາ ແລະ ມາເຖິງວັນທີ 1 ມີນາ 2024 ສູນມໍຣະດົກໂລກ ອົງການອຸຍແນັສໂກ ກໍ່ໄດ້ສົ່ງໜັງສືທາງການຮັບຮອງເອົາຄວາມຄົບຖ້ວນຂອງເອກະສານຄຳຮ້ອງດັ່ງກ່າວ ແລະ ໄດ້ແຈ້ງໃຫ້ ສປປ ລາວ ຊາບວ່າ ປັດຈຸບັນ ສູນມໍຣະດົກໂລກ ກຳລັງຄົ້ນຄວ້າ ເພື່ອສົ່ງຄະນະຊ່ຽວຊານກ່ຽວຂ້ອງເດີນທາງມາເຮັດວຽກຢູ່ ສປປ ລາວ ເພື່ອກວດກາອົງປະກອບມໍຣະດົກໂລກຢູ່ແຫຼ່ງມໍຣະດົກ ອຸທິຍານແຫ່ງຊາດຫີນໜາມໜໍ່ ຕາມທີ່ໄດ້ກຳນົດໄວ້ໃນເອກະສານຄຳຮ້ອງ ເຊິ່ງຄະນະຊ່ຽວຊານດັ່ງກ່າວອາດເດີນທາງມາ ສປປ ລາວ ໃນລະຫວ່າງເດືອນສິງຫາ ຫາ ເດືອນຕຸລາ ປີ 2024 ນີ້ ແລະ ຖ້າແຫຼ່ງມໍຣະດົກຜ່ານການກວດກາຂອງຄະນະກຳມະການທີ່ປຶກສາ ແລະ ບັນດາຄະນະກຳມະການມໍຣະດົກໂລກໃນກອງປະຊຸມຄະນະກຳມະການມໍຣະດົກໂລກ ຄັ້ງທີ 47 ທີ່ຈະຈັດຂຶ້ນໃນເດືອນມິຖຸນາ-ກໍລະກົດ 2025, ອຸທິຍານແຫ່ງຊາດຫີນໜາມໜໍ່ ຈະກາຍເປັນແຫຼ່ງມໍຣະດົກໂລກທາງທຳມະຊາດແບບຮ່ວມຊາຍແດນກັບອຸທິຍານແຫ່ງຊາດ ຟອງຫຍາ-ແກບາງ ມໍຣະດົກໂລກທາງທຳມະຊາດ ຂອງ ສສ. ຫວຽດນາມ ເຊິ່ງຜົນສຳເລັດດັ່ງກ່າວຈະກາຍເປັນໝາກຜົນທີ່ສຳຄັນຂອງການຮ່ວມມືກັນຂອງສອງປະເທດລາວ-ຫວຽດນາມ ແລະ ຄູ່ຮ່ວມມືສາກົນ ເພື່ອສະເຫຼີມສະຫຼອງການຮັບຮູ້ຄວາມໂດດເດັ່ນທາງດ້ານທຳມະຊາດ ແລະ ຊີວະນາໆພັນທີ່ສຳຄັນຂອງສອງອຸທິຍານ ແລະເປັນແຫຼ່ງມໍຣະດົກໂລກທາງທຳມະຊາດຮ່ວມຊາຍແດນແຫ່ງທຳອິດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ກາຍເປັນເປັນເຂດພູຫີນປູນທີ່ໃຫຍ່ທີ່ສຸດຂອງພາກພື້ນ.

          ຕໍ່ກັບຜົນສຳເລັດດັ່ງກ່າວ ຫຼາຍພາກສ່ວນແມ່ນໄດ້ຕີລາຄາສູງຕໍ່ຄວາມໝາຍຄວາມສຳຄັນຂອງວຽກງານດັ່ງກ່າວຕໍ່ກັບການປົກປັກຮັກສາມໍຣະດົກທາງທຳມະຊາດ ແລະ ຊີວະນາໆພັນ ຂອງ ສປປ ລາວ ໂດຍທ່ານ ວັນສີ ກົວມົ້ວ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຜູ້ປະຈໍາການຄະນະກຳມະການຄຸ້ມຄອງມໍຣະດົກແຫ່ງຊາດ ໄດ້ກ່າວວ່າ "ຜົນສໍາເລັດຄັ້ງນີ້ແມ່ນບາດກ້າວທີ່ສຳຄັນອັນໜຶ່ງໃນການອະນຸລັກ ແລະ ການຮັບຮູ້ຄຸນຄ່າອັນໂດດ ເດັ່ນ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່ ຂອງ ສປປ ລາວ."  ອຸທິຍານແຫ່ງຊາດຫີນໜາມໜໍ່ໄດ້ ຖືກຮັບຮູ້ໃຫ້ເປັນ ສະຖານທີ່ສຳຄັນລະດັບໂລກແຫ່ງໜຶ່ງດ້ານການອະນຸລັກຊີວະນາພັນ ໂດຍອີງຕາມຄຸນລັກສະນະຂອງທີ່ຢູ່ອາໄສຂອງ ສັດປ່າ ແລະ ປ່າໄມ້, ຄຸນລັກສະນະອັນໂດດເດັ່ນທາງທໍລະນີວິທະຍາ ແລະ ຄວາມຫຼາກຫຼາຍຂອງບັນດາສັດ ແລະ ພັນພືດລວມທັງສາຍພັນທີ່ຖືກຄຸກຄາມໃກ້ຈະສູນພັນ, ສາຍພັນທີ່ມີສະເພາະຖິ່ນ ແລະ ສາຍພັນສັດສະເພາະທີ່ມີໃນເຂດ ປ່າຫີນປູນ. ດັ່ງນັ້ນ, ການຍົກລະດັບຂຶ້ນເປັນສະຖານທີ່ມໍລະດົກໂລກຂອງອົງການອຸຍແນັສໂກ ຈະເປັນການປະກອບ ສ່ວນອັນໃຫຍ່ຫຼວງ ໃຫ້ແກ່ການອະນຸລັກລະບົບນິເວດວິທະຍາທີ່ມີເອກະລັກສະເພາະແຫ່ງນີ້.

          ທ່ານ ວັນໄຊ ຟອງສະຫວັນ, ເຈົ້າແຂວງ ແຂວງຄຳມ່ວນ ໃນນາມເປັນເຈົ້າຂອງທີ່ຕັ້ງຂອງວ່າທີ່ແຫຼ່ງມໍຣະດົກໂລກທາງທຳມະຊາດ ໄດ້ກ່າວວ່າ "ການເຂົ້າເປັນມໍລະດົກໂລກຈະຊ່ວຍເພີ່ມທະວີການປົກປັກຮັກສາພື້ນທີ່ດັ່ງກ່າວ, ທັງເປັນ ການອະນຸລັກ ແລະ ອຳນວຍຄວາມສະດວກໃຫ້ແກ່ວຽກງານການຄຸ້ມຄອງຊັບພະຍາກອນທຳມະຊາດ ໃຫ້ໄດ້ດີກວ່າເກົ່າຢູ່ບໍລິເວນພາຍໃນ ແລະ ອ້ອມຮອບ ອຸທິຍານແຫ່ງຊາດຫີນໜາມໜໍ່, ສ້າງກາລະໂອກາດໃນການສ້າງໜໍ່ແໜງເສດຖະກິດແບບຍືນຍົງ ໃຫ້ແກ່ປະຊາຊົນອ້ອມຮອບອຸທິຍານແຫ່ງຊາດຫີນໜາມໜໍ່ ຜ່ານການບໍລິການການທ່ອງທ່ຽວແບບອະນຸລັກທຳມະຊາດ ແລະ ວັດທະນະທຳ ອີກດ້ວຍ”.

          ພະນະທ່ານ ນາງ ເອັນເນັດເຕ ຄະນົບບລ໋ອກ (Annette Knobloch), ເອກອັກຄະລັດຖະທູດ ແຫ່ງສະຫະພັນເຢຍລະມັນ ປະຈຳລາວ ໄດ້ກ່າວວ່າ "ພວກຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍລັດຖະບານ ສປປ ລາວ ທີ່ມີຜົນສຳເລັດໃນການຍື່ນເອກະສານຄໍາຮ້ອງເຂົ້າເປັນມໍລະດົກໂລກ. ການເຂົ້າເປັນມໍຣະດົກໂລກຂອງອົງການອຸຍແນັສໂກ ຈະແມ່ນບາດກ້າວອັນສຳຄັນຢ່າງຍິ່ງ ທີ່ຈະກໍ່ໃຫ້ເກີດມີສະຖານທີ່ມໍຣະດົກໂລກທາງທຳມະຊາດຮ່ວມຊາຍແດນ ແຫ່ງທຳອິດຢູ່ໃນພາກພື້ນນີ້ ແລະ ຖ້າການສະເໜີເຂົ້າເປັນມໍລະດົກໂລກຄັ້ງນີ້ ໄດ້ຮັບຜົນສຳເລັດກໍ່ຈະຊ່ວຍໃຫ້ ສປປ ລາວ ຍົກຖານະບົດບາດຂອງຕົນໃຫ້ສູງຂຶ້ນໃນເວທີສາກົນ ແລະ ພາກພື້ນ ໃນດ້ານການອະນຸລັກທຳມະຊາດ ແລະ ປ່າໄມ້ ແລະ ຍັງຈະເປັນການພິສູດຢັ້ງຢືນໃຫ້ເຫັນການປະຕິບັດພັນທະຂອງ ສປປ ລາວ ໃນການສົ່ງເສີມການເປັນຄູ່ຮ່ວມງານ ຢູ່ພາຍ ໃນພາກພື້ນໃນການຮັບມືກັບບັນຫາຮີບດ່ວນ ກ່ຽວກັບການສູນເສຍຊີວະນາໆພັນ ແລະ ເປັນການປະກອບສ່ວນສຳຄັນ ເຂົ້າໃນການຟື້ນຟູຊັບພະຍາກອນທຳມະຊາດ ທີ່ອຸດົມສົມບູນຢູ່ພາຍໃນພາກພື້ນນີ້ ໃຫ້ຄົງຢູ່ເພື່ອຄົນຮຸ່ນຫຼັງໃນ ອະນາຄົດ. ການໄດ້ຮັບສະຖານນະມໍຣະດົກໂລກທາງທຳມະຊາດແຫ່ງທຳອິດຂອງ ສປປ ລາວ ຈະກະຕຸກຊຸກຍູ້ການອະນຸ ລັກ ທຳມະຊາດແບບຍືນຍົງ ເຊິ່ງເປັນສ່ວນໜຶ່ງຂອງຍຸດທະສາດການເຕີບໂຕສີຂຽວຂອງ ສປປ ລາວ."  ທ່ານເອັກເອກອັກ ຄະລັດຖະທູດສະຫະພັນເຢຍລະມັນ ຍັງໄດ້ກ່າວຕໍ່ໄປວ່າ “ລັດຖະບານເຢຍລະມັນ ມີຄວາໝາຍໝັ້ນທີ່ຈະສືບຕໍ່ຮ່ວມມື ແລະ ສະໜັບສະໜູນລັດຖະບານ ສປປ ລາວ ໃນຫຼາຍຂົງເຂດວຽກງານມໍຣະດົກໂລກໃນຕໍ່ໜ້າ ໂດຍຜ່ານອົງການ GIZ ທີ່ຈະເປັນຄູ່ຮ່ວມງານໃຫ້ຄຳແນະນຳທາງດ້ານວິຊາການ."

          ໃນຕອນທ້າຍຂອງພິທີ ທ່ານ ວັນສີ ກົວມົ້ວ, ຮອງລັດຖະມົນຕີ ກະຊວງ ຖວທ, ຜູ້ປະຈຳການຄະນະກຳມະການຄຸ້ມຄອງມໍຣະດົກແຫ່ງຊາດ ຕ່າງໜ້າໃຫ້ແກ່ການນຳຂອງກະຊວງ ຖວທ, ສະແດງຄວາມຂອບໃຈ ແລະ ຕີລາຄາສູງທີ່ສຸດ ຕໍ່ການຮ່ວມມືກັນຂອງແຕ່ລະຂະແໜງການຂອງພາກລັດ ທັງສູນກາງ ແລະ ທ້ອງຖິ່ນ ແລະ ລວມເຖິງການສະໜັບສະ ໜູນຂອງບັນດາອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນຄະນະຊ່ຽວຊານທີ່ປຶກສາຂອງໂຄງການ ປົກປັກຮັກສາ ແລະ ສົ່ງເສີມການນຳໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນແບບຍືນຍົງ ( ProFEB) ອົງການພັດທະນາເຢຍລະມັນປະຈໍາລາວ (GIZ) ທີ່ໄດ້ເອົາໃຈໃສ່ຊຸກຍູ້ ສະໜັບສະໜູນ ແລະ ຕິດຕາມ ທຸກຂະບວນການກະກຽມທາງດ້ານເອກະສານ ແລະ ການປະຕິບັດງານຕົວຈິງຢູ່ພາກສະໜາມ ແລະ ກະກຽມວຽກງານປິ່ນອ້ອມສຳຄັນທີ່ສະໜັບສະໜູນໃຫແກ່ການຮ່ວມມືກັນຂອງ ອົງການຈັດຕັ້ງພາກລັດກ່ຽວຂ້ອງຂອງ ສປປ ລາວ ແລະ ສສ. ຫວຽດນາມ ໃນລະດັບສູນກາງ ແລະ ທ້ອງຖິ່ນອີກດ້ວຍ.