2024.2078.4

ຮັບປະກັນສິດການຄອບຄອງນໍາໃຊ້ທີ່ດິນໃນທີ່ດິນປ່າໄມ້ ສປປ ລາວ

Landmanagement and Decentralized Planning
Auftraggeber
Bundesministerium für wirtschaftliche Zusammenarbeit u. Entwicklung
Land
Laos
Dauer
Partner
Ministry of Planning and Investment
Kontakt

Annette Schramm

Kontakt aufnehmen
ປະຊາຊົນຊາວບ້ານເຂົ້າຮ່ວມງານຝຶກອົບຮົມການວາງແຜນການນຳໃຊ້ທີ່ດິນ, ແຂວງໄຊຍະບູລີ, ປະເທດລາວ

ສະຖານະການເບື້ອງຕົ້ນ

ສປປ ລາວ ພວມປະເຊີນໜ້າກັບຄວາມທ້າທາຍ ກ່ຽວກັບສິດຕໍ່ທີ່ດິນ ແລະ ປ່າໄມ້. ທ້ອງຖິ່ນໃນຊົນນະບົດຫຼາຍໆແຫ່ງ ຫຼາຍກວ່າ 3,000 ແມ່ນອາໄສຢູ່ໃນທີ່ດິນປ່າໄມ້ ໂດຍບໍ່ມີເອກະສານສິດໃດໆຕໍ່ກັບການນໍາໃຊ້ທີ່ດິນຂອງພວກເຂົາ. ການຮັບຮູ້ສິດທີ່ດິນໃນຂອບເຂດຈໍາກັດໄດ້ສົ່ງຜົນເຮັດໃຫ້ ມີການຈັບຈ່ອງດິນ, ຂໍ້ຂັດແຍ່ງ, ບຸກລຸກນໍາໃຊ້ຊັບພະຍາກອນທໍາມະຊາດຂະຫຍາຍເປັນວົງກວ້າງ. ນອກຈາກນັ້ນ, ຂາດການຄຸ້ມຄອງສິດທີ່ນໍາໃຊ້ທີ່ດິນທີ່ເປັນລະບົບຄົບຊຸດ ເຮັດໃຫ້ການຄຸ້ມຄອງປ່າໄມ້ບໍ່ມີປະສິດທິຜົນ, ການຕັດໄມ້ທໍາລາຍປ່າ, ຜົນກະທົບຕໍ່ຊີວະນາໆພັນ ແລະ ການດໍາລົງຊີວິດທໍາມາຫາກິນຂອງປະຊາຊົນ.

ບັນຫາເຫຼົ່ານີ້ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ກັບເຈົ້າຂອງສິດນໍາໃຊ້ທີ່ດິນ ແລະ ຜູ້ນຳໃຊ້ປ່າໄມ້ໂດຍສະເພາະແມ່ນ ແມ່ຍິງ ແລະ ຊົນເຜົ່າກຸ່ມນ້ອຍ ທີ່ປະເຊີນໜ້າກັບອຸປະສັກໃນການຮັບປະກັນສິດໃນການຄອບຄອງນໍາໃຊ້ທີ່ດິນ. ຖ້າຫາກວ່າ​ບໍ່​ມີ​ການແກ້ບັນຫາດັ່ງກ່າວການ​ຕັດ​ໄມ້​ທຳລາຍ​ປ່າ ​ແລະ ຂໍ້​ຂັດ​ແຍ່ງ​ກ່ຽວກັບທີ່​ດິນ​ຈະ​ສືບ​ຕໍ່​ເປັນອຸປະສັກຕໍ່​ການ​ພັດທະນາ​ຊົນນະບົດ ​ແລະ ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.

ເປົ້າໝາຍ

ໄດ້ຮັບປະກັນສິດໃນການຄອບຄອງນໍາໃຊ້ທີ່ດິນຂອງປະຊາຊົນ ແລະ ຜູ້ນຳໃຊ້ປ່າໄມ້ເພີ່ມຂື້ນໃນຂະນະດຽວກັນ ການປົກປັກຮັກສາປ່າໄມ້ ແລະ ຊີວະນາໆພັນໄດ້ດີຂຶ້ນກວ່າເກົ່າ ຜ່ານຂະບວນການຄຸ້ມຄອງທີ່ດິນແບບປະສົມປະສານ.

ຂັ້ນຕອນ

ໂຄງ​ການ LMDP ​ແນ່ໃສ່ ຈຸດສຸມຫຼັກ​:

  • ການຊຸກຍູ້ຈັດຕັ້ງປະຕິບັດການຄຸ້ມຄອງທີ່ດິນແບບປະສົມປະສານ: ສຸມກໍາລັງສະໜັບສະໜູນໃນການປົກປັກຮັກສາສິດໃນການຄອບຄອງນໍາໃຊ້ທີ່ດິນປ່າໄມ້ແລະ ຊີວະນາໆພັນ ຢູ່ແຂວງ ໄຊຍະບູລີ ແລະ ແຂວງ ຫົວພັນພ້ອມທັງສົ່ງເສີມນຳໃຊ້ທີ່ດິນຢ່າງມີຄວາມຮັບຜິດຊອບຂອງປະຊາຊົນ ແລະ ພາກສ່ວນລັດ.
  • ການປັບປຸງນິຕິກໍາກ່ຽວກັບສິດໃນການຄອບຄອງນໍາໃຊ້ທີ່ດິນ: ໃຫ້ຄວາມສໍາຄັນເປັນພິເສດຕໍ່ສິດທີ່ດິນຂອງແມ່ຍິງ ແລະ ການມີສ່ວນຮ່ວມຂອງອົງການຈັດຕັ້ງສັງຄົມ ໂດຍຜ່ານກອງປະຊຸມປຶກສາຫາລື ແລະ ການປະສານງານງຫຼາຍພາກສ່ວນ.
  • ຍົການກລະດັບລະບົບການຄຸ້ມຄອງຂໍ້ມູນຂ່າວສານທີ່ດິນແບບທັນສະໄໝ: ປັບປຸງເຄື່ອງມືຕ່າງໆເຊັ່ນ: ລະບົບຂໍ້ມູນການນໍາໃຊ້ທີ່ດິນ (LUIS) ແລະ ລະບົບຖານຂໍ້ມູນແຜນທີ່ຕາດິນ LaoLandReg ສົ່ງເສີມນໍາໃຊ້ຂ້ໍ້ມູນຢ່າງມີປະສິດທິພາບ ເຂົ້າໃນຂະວນການຕັດສິນໃຈຂອງຄະນະຮັບຜິດຊອບວຽກງານຄຸ້ມຄອງທີ່ດິນ ແລະ ປ່າໄມ້.

ອັບເດດຫຼ້າສຸດ: ກຸມພາ 2025

ແມ່ຍິງເຜົ່າກືມມຸຖືໃບຕາດິນຢ່າງພາກພູມໃຈຫຼັງຈາກໄດ້ຮັບໃບຕາດິນມາຄອບຄອງສຳເລັດ.
Fact sheet: Securing Land Rights in Forest Areas in Lao PDR (GIZ 2026, EN)
pdf
1,65 MB
ແຜ່ນຂໍ້ມູນ: ຮັບປະກັນສິດທານາຍຄວາມຕາມກົດໝາຍໃຫ້ຜູ້ຖືກຄຳພິພາກສາ (GIZ 2026, LA)
pdf
1,61 MB
Wird geladen