ໂຄງການພັດທະນາອາຊີວະສຶກສາ ຢູ່ ສປປ ລາວ (VELA)

ລາຍລະອຽດຂອງໂຄງການ

ຊື່ໂຄງການ : ໂຄງການພັດທະນາອາຊີວະສຶກສາ ໃນ ສປປ ລາວ (VELA)
ໃຫ້ທຶນໂດຍ : ກະຊວງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ (BMZ)
ປະເທດ : ສປປ ລາວ
ຄູ່ຮ່ວມງານໂຄງການ : ກະຊວງສຶກສາທິການ ແລະ ກິລາ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ
ໄລຍະໂຄງການ : 2019 - 2022

: Students planting vegetables during practical class.  Photo credit © GIZ/ Phoonsab Thevongsa

ຄວາມເປັນມາ

ດ້ວຍເສດຖະກິດທີ່ອີງໃສ່ຊັບພະຍາກອນທໍາມະຊາດ ເຮັດໃຫ້ ສປປ ລາວ ຍັງສືບຕໍ່ເປັນປະເທດທີ່ມີລາຍໄດ້ຕໍ່າທີ່ສຸດ ໃນພາກພື້ນ. ຄວາມເຂັ້ມແຂງໃນການຂະຫຍາຍຕົວດ້ານເສດຖະກິດ ເຊິ່ງຢູ່ໃນລະດັບ 7% ຫາ 8% ຕໍ່ປີ ໃນທົດສະວັດທີ່ຜ່ານມາ ຍັງບໍ່ທັນມີຜົນກະທົບທີ່ສໍາຄັນຕໍ່ເສດຖະກິດ. ການຂະຫຍາຍຕົວດັ່ງກ່າວ ສ່ວນຫຼາຍແລ້ວ ແມ່ນມີຜົນຕໍ່ບັນດາຂະແໜງ ທີ່ບໍ່ຕ້ອງການແຮງງານຫຼາຍ (ເຊັ່ນ: ບໍ່ແຮ່, ພະລັງງານ). ຄຸນນະພາບຂອງການຂະຫຍາຍຕົວດັ່ງກ່າວ ໃນດ້ານການພັດທະນາແບບຍືນຍົງ, ໂດຍສະເພາະແມ່ນການສ້າງວຽກເຮັດງານທໍາ ແລະ ການຫຼຸດຜ່ອນຄວາມທຸກຍາກ, ແມ່ນຍັງຕໍ່າຢູ່.

ບັນດາວິສາຫະກິດ ເຊິ່ງສ່ວນຫຼາຍຢູ່ໃນຕົວເມືອງ ໄດ້ຕໍານິວິຈານກ່ຽວກັບການຂາດແຮງງານທີ່ມີຄຸນວຸດທິ ຢູ່ເລື້ອຍໆ. ນີ້ກໍ່ແມ່ນຄວາມຈິງອີກດ້ານໜຶ່ງ, ບັນດາວິສາຫະກິດລາວ ກໍາລັງປະເຊີນໜ້າກັບການແຂ່ງຂັນທີ່ເພີ່ມຂຶ້ນເລື້ອຍໆ ກັບບັນດາປະເທດໃກ້ຄຽງ ເຊິ່ງເປັນສ່ວນໜຶ່ງຂອງການເຊື່ອມໂຍງເຂົ້າສູ່ປະຊາຄົມເສດຖະກິດອາຊຽນ. ສະນັ້ນ, ຄວາມຕ້ອງການ ດ້ານການຝຶກອົບຮົມ, ດ້ານຄຸນນະພາບ ແລະ ຄວາມສາມາດດ້ານການຜະລິດ ຂອງກໍຳລັງແຮງງານລາວ ໄດ້ສືບຕໍ່ເພີ່ມຂຶ້ນອີກ. ຕະຫຼາດແຮງງານລາວ ມີຄຸນລັກສະນະຂອງການຢູ່ຮ່ວມກັນ ລະຫວ່າງ ການຂາດເຂີນວຽກເຮັດງານທໍາ ແລະ ການຂາດແຮງງານທີ່ມີຄຸນວຸດທິ.   

ມາຮອດປັດຈຸບັນ, ລະບົບອາຊີວະສຶກສາໃນລາວ ສາມາດສະໜອງນັກສຶກສາທີ່ຮຽນຈົບໃນຈໍານວນທີ່ຈໍາກັດ ທີ່ມີທັກສະ ແລະ ຄວາມສາມາດທີ່ສອດຄ່ອງ ກັບຄວາມຕ້ອງການຂອງຕະຫຼາດແຮງລາວ. ລະບົບການສຶກສາ ແລະ ເສດຖະກິດທັງໝົດ ຍັງບໍ່ທັນມີຄວາມສາມາດ ຮ່ວມກັນຮັບມື ກັບສິ່ງທ້າທາຍທີ່ສໍາຄັນນີ້ ແລະ ຮ່ວມກັນສ້າງແມ່ແບບດ້ານອາຊີວະສຶກສາແບບຮ່ວມມືປະສານງານກັນ ເພື່ອສະໜອງຄຸນວຸດທິທີ່ສາມາດປັບປ່ຽນໄດ້ ແລະ ເນັ້ນໃສ່ຄວາມຕ້ອງການ ໃຫ້ແກ່ວິສາຫະກິດ. ສິ່ງດັ່ງກ່າວນີ້ ໄດ້ປະກອບເປັນສິ່ງກີດຂວາງທີ່ສໍາຄັນ ສໍາລັບການຂະຫຍາຍຕົວດ້ານເສດຖະກິດ ໂດຍສະເພາະແມ່ນ ຢູ່ໃນບັນດາແຂວງທີ່ມີທ່າແຮງດ້ານເສດຖະກິດ ຂອງປະເທດ. ດ້ວຍເຫດນັ້ນ, ບັນຫາຫຼັກ ແມ່ນການຂາດລະບົບອາຊີວະສຶກສາແບບຮ່ວມມືປະສານງານກັນ ທີ່ເນັ້ນໃສ່ຄວາມຕ້ອງການ ຢູ່ໃນບັນດາແຂວງເຫຼົ່ານີ້. 

ຈຸດປະສົງ

ຫຼັກສູດການຝຶກອົບຮົມແບບຄວບຄູ່ ສໍາລັບອາຊີບທີ່ແທດເໝາະ ໄດ້ຖືກສ້າງຂຶ້ນຢູ່ ບັນດາສູນກາງທີ່ເປັນທ່າແຮງດ້ານເສດຖະກິດ ເຊັ່ນ ຫຼວງພະບາງ, ປາກເຊ, ນະຄອນຫຼວງວຽງຈັນ.

Teacher demonstrating to students in carpentry class.  Photo credit © GIZ/ Phoonsab Thevongsa

ເປົ້າໝາຍ

ໂຄງການ VELA ເລັງເປົ້າໝາຍ ເພື່ອສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ ລາວ ດ້ວຍການສືບຕໍ່ ພັດທະນາ ແລະ ເຊື່ອມສານ ການທົດລອງ ຮູບແບບການຝຶກອົບຮົມແບບຄວບຄູ່ (DCT) ທີ່ມີຢູ່ແລ້ວ ໂດຍການຮ່ວມມືຢ່າງໃກ້ຊິດກັບ ພາກລັດ ແລະ ພາກທຸລະກິດ.

ໂຄງການສະໜອງການສະໜັບສະໜູນດ້ານ ການສ້າງຄວາມສາມາດ ແລະ ການພັດທະນາການຈັດຕັ້ງ ໃຫ້ແກ່ ສີ່ ວິທະຍາໄລແມ່ແບບດ້ານການຝຶກອົບຮົມແບບຄວບຄູ່ ຢູ່ໃນແຂວງ ທີ່ມີຄວາມຕ້ອງການແຮງງານສູງ. ເພື່ອສະໜອງຂໍ້ມູນຂ່າວສານ ດ້ານຫຼັກສູດການຝຶກອົບຮົມແບບຄວບຄູ່ ແລະ ໂຄສະນາສົ່ງເສີມການຝຶກອົບຮົມແບບດັ່ງກ່າວ ໃຫ້ແກ່ບັນດາກຸ່ມເປົ້າໝາຍຫຼາຍໆກຸ່ມ; ຕົວຢ່າງເຊັ່ນ ຫົວໜ່ວຍວິສາຫະກິດ ເຊິ່ງເປັນຜູ້ສະໜອງການຝຶກອົບຮົມ ຫຼື ໄວໜຸ່ມ ເຊິ່ງເປັນຜູ້ເຂົ້າຮ່ວມການຝຶກອົບຮົມ, ສູນບໍລິການດ້ານການຝຶກອົບຮົມແບບຄວບຄູ່ ຈະຖືກສ້າງຕັ້ງຂຶ້ນ ຢູ່ໃນ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ. ນອກນັ້ນ, ຄວາມສາມາດຂອງພາກເອກະຊົນ ທີ່ຈະມີພາລະບົດບາດຢ່າງມີປະສິດທິພາບ ໃນການຈັດຕັ້ງ ແລະ ປະຕິບັດ ການຝຶກອົບຮົມແບບຄວບຄູ່ ໃນລະດັບທ້ອງຖິ່ນ ແລະ ພ້ອມທັງໃນການບໍລິຫານ ແລະ ນໍາພາການຝຶກອົບຮົມ ແບບຄວບຄູ່ ໂດຍການຮ່ວມມືຢ່າງໃກ້ຊິດກັບ ໜ່ວຍງານຂອງລັດໃນລະດັບສູນກາງ ກໍ່ຈະໄດ້ຮັບການຍົກລະດັບໃຫ້ມີຄວາມເຂັ້ມແຂງຂຶ້ນ.

ສິ່ງທີ່ພວກເຮົາໄດ້ບັນລຸ

ໂຄງການເປັນແຮງຂັບເຄື່ອນທີ່ສໍາຄັນ ສໍາລັບການພັດທະນາ ໂຄງສ້າງຂອບລະບຽບການ.  ແຜນພັດທະນາອາຊີວະສຶກສາ 2016-2020 ແລະ ລະບຽບການດ້ານການຈັດຕັ້ງປະຕິບັດ ສໍາລັບການຝຶກອົບຮົມແບບຄວບຄູ່ (DCT) ແລະ ອາຊີວະສຶກສາແບບປະສົມ (IVET) ໄດ້ຖືກພັດທະນາຂຶ້ນ ໂດຍການຊ່ວຍເຫຼືອຈາກໂຄງການ. ໂຄງການຍັງໄດ້ສະໜັບສະໜູນ ການພັດທະນາ ເອກະສານແນວຄວາມຄິດ ແລະ ຄູ່ມືການຈັດຕັ້ງປະຕິບັດ ສໍາລັບການສ້າງ ຂອບວຸດທິແຫ່ງຊາດ (NQF).

ໂດຍການສ້າງ 10 ຫຼັກສູດການຝຶກອົບຮົມແບບຄວບຄູ່ ແລະ 3 ຫຼັກສູດ ໄດ້ຖືກຈັດຕັ້ງປະຕິບັດ ຢູ່ໃນ 6 ວິທະຍາໄລ ທີ່ສະໜັບສະໜູນໂດຍໂຄງການ, ໂຄງການໄດ້ສະໜອງການສະໜັບສະໜູນ ການປັບປຸງ ລະບົບອາຊີວະສຶກສາ ທີ່ເນັ້ນໃສ່ຕະຫຼາດແຮງງານ. ວິທະຍາໄລ ການຊ່າງ ລາວ-ເຍຍລະມັນ ຢູ່ນະຄອນຫຼວງວຽງຈັັນ ໄດ້ເຮັດວຽກເປັນສູນກາງ ໃນການເຜີຍແຜ່ ວິທີການຝຶກອົບຮົມແບບຄວບຄູ່ ໃຫ້ແກ່ບັນດາວິທະຍາໄລ ແລະ ແຂວງອື່ນໆ. ໂຄງການໄດ້ສະໜອງການສ້າງຄວາມສາມາດ ໃຫ້ຄູອາຊີວະສຶກສາ, ຄູຝຶກຂອງບໍລິສັດ, ຜູ້ປະສານງານ ແລະ ບັນດາພະນັກງານບໍລິຫານ ເພື່ອຈັດຕັ້ງ ແລະ ປະຕິບັດການຝຶກອົບຮົມແບບຄວບຄູ່ຫຼັກສູດໃໝ່. ນອກນັ້ນໂຄງການຍັງໄດ້ສະໜັບສະໜູນ ວິທະຍາໄລ ໃນການຈັດໂຄງສ້າງ ແລະ ຂັ້ນຕອນຕ່າງໆ ເຊິ່ງເຮັດໃຫ້ຫຼັກສູດການຝຶກອົບຮົມມີການປະສານງານ ກັບຄູ່ຮ່ວມງານຈາກພາກເອກະຊົນ. ເພື່ອຮັບປະກັນ ຄຸນນະພາບຂອງຫຼັກສູດ DCT ທັງຢູ່ໃນວິທະຍາໄລ ແລະ ວິສາຫະກິດທີ່ເປັນຄູ່ຮ່ວມງານ, ລະບົບການຕິດຕາມ ໄດ້ຖືກພັດທະນາ ແລະ ນໍາໃຊ້.

Student practicing in the animal husbandry workshop. Photo credit © GIZ/ Phoonsab Thevongsa

ເຢຍລະມັນແລະອັງກິດ