2018.2090.1

ໂຄງການພັດທະນາອາຊີວະສຶກສາ ໃນ ສປປ ລາວ (VELA)

Vocational Education Lao PDR (VELA 2)
Auftraggeber
Bundesministerium für wirtschaftliche Zusammenarbeit u. Entwicklung
Land
Laos
Dauer
Partner
Ministry of Education and Sports
ຄູຢູ່ວິທະຍາໄລເຕັກນິກ-ວິຊາຊີບ ອະທິບາຍນັກສຶກສາໃນຫ້ອງຮຽນ ສາຂາອາຫານ ແລະ ເຄື່ອງດື່ມ ແລະ ການປຸງແຕ່ງອາຫານ ແບບມືອາຊີບ.

ຄວາມເປັນມາ

ຫຼັງຈາກການຂະຫຍາຍຕົວ ທາງດ້ານເສດຖະກິດໃນຫຼາຍປີທີ່ຜ່ານມາ ຈົນຮອດປີ 2019, ການລະບາດຂອງພະຍາດໂຄວິດ 19 ໄດ້ເຮັດໃຫ້ສະພາບຂອງເສດຖະກິດຖົດຖອຍ. ນອກຈາກນັ້ນ, ການສ້າງວຽກເຮັດງານທຳ ແລະ ການຫຼຸດຜ່ອນຄວາມທຸກຍາກແມ່ນຍັງຕໍ່າຢູ່. ສະຖານປະກອບການ ທີ່ຕັ້ງຢູ່ເຂດຕົວເມືອງໂດຍສະເພາະ, ແມ່ນຍັງພົບກັບບັນຫາການຂາດແຮງງານທີ່ມີທັກສະຢູ່ເລື້ອຍໆ ໃນຂະນະທີ່ສະພາບຫວ່າງງານຂອງໄວໜຸ່ມ ແມ່ນຍັງເພີ່ມສູງຂຶ້ນເລື້ອຍໆ.

ປັດຈຸບັນ, ລະບົບອາຊີວະສຶກສາໃນປະເທດລາວ ພຽງແຕ່ສະໜອງສະໜອງນັກສຶກສາຮຽນຈຳນວນໜ້ອຍ ທີ່ມີທັກສະ ແລະ ຄວາມສາມາດທີ່ສອດຄ່ອງ ກັບຄວາມຕ້ອງການຂອງຕະຫຼາດແຮງງານລາວ. ທັງພາກລັດ ແລະ ພາກທຸລະກິດ ຍັງບໍ່ສາມາດ ສ້າງແມ່ແບບ ດ້ານອາຊີວະສຶກສາ ທີ່ມີການຮ່ວມມືກັນຢ່າງເຕັມເມັດເຕັມໜ່ວຍ ທີ່ສະໜອງຄຸນວຸດທິ ທີ່ສາມາດປັບປ່ຽນໄດ້ ແລະ ເນັ້ນໃສ່ຄວາມຕ້ອງການ ໃຫ້ແກ່ວິສາຫະກິດ. ສິ່ງດັ່ງກ່າວ ໄດ້ປະກອບເປັນຂໍ້ຫຍຸ້ງຍາກທີ່ສໍາຄັນ ຕໍ່ການຂະຫຍາຍຕົວດ້ານເສດຖະກິດ, ໂດຍສະເພາະ ຢູ່ໃນບັນດາແຂວງ ທີ່ມີທ່າແຮງດ້ານເສດຖະກິດ ຂອງປະເທດ.

ຈຸດປະສົງ

ຫຼັກສູດການຮຽນ-ການສອນ ອາຊີວະສຶກສາແບບຄວບຄູ່ (ອສຄ) ໃນສາຂາອາຊີບທີ່ແທດເໝາະ ໄດ້ຖືກຈັດຕັ້ງປະຕິບັດ ຢູ່ບັນດາເຂດສູນກາງທີ່ເປັນທ່າແຮງດ້ານເສດຖະກິດໃນ ສປປ ລາວ ເພື່ອການຕອບສະໜອງຕະຫຼາດແຮງງານພາຍໃນທີ່ດີຂຶ້ນ.

ຄູຝຶກຢູ່ສະຖານປະກອບການ ນຳພານັກສຶກສາຮຽນປະຕິບັດຕົວຈິງ ໃນໂຮງຊ່າງ ສາຂາຊ່າງລົດຍົນ.

ເປົ້າໝາຍ

ໂຄງການສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ດ້ວຍການສືບຕໍ່ພັດທະນາ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກງານ ອສຄ ໂດຍການຮ່ວມມືຢ່າງໃກ້ຊິດກັບພາກລັດ ແລະ ພາກທຸລະກິດ.

ໂຄງການສະໜອງການສ້າງຄວາມສາມາດ ແລະ ການພັດທະນາການຈັດຕັ້ງ ໃຫ້ແກ່ສະຖານອາຊີວະສຶກສາ 4 ແຫ່ງ ແລະ ພາກທຸລະກິດ ຫຼາຍກວ່າ 100 ແຫ່ງ ເພື່ອຮ່ວມກັນວາງແຜນ, ຈັດຕັ້ງ ແລະ ປະຕິບັດ ອສຄ ຢູ່ໃນບັນດາແຂວງ ທີ່ມີຄວາມຕ້ອງການແຮງງານທີ່ມີທັກສະ. ສູນບໍລິການ ອາຊີວະສຶກສາແບບຄວບຄູ່ ຕັ້ງຢູ່ ສຄອຊ ແລະ ໂຕ໊ະໃຫ້ຂໍ້ມູນ ອສຄ ໃນຂັ້ນແຂວງ ແມ່ນໃຫ້ການບໍລິການ ອີງຕາມຄວາມຕ້ອງການແບບສະເພາະ ເພື່ອຊ່ວຍເຫຼືອບັນດາຫົວໜ່ວຍທຸລະກິດ ໃນການເຮັດໃຫ້ວຽກງານ ອສຄ ປະກົດຜົນເປັນຈິງ.

ນອກນັ້ນ, ຄວາມສາມາດຂອງພາກທຸລະກິດ ໄດ້ຖືກຍົກລະດັບໃຫ້ມີຄວາມເຂັ້ມແຂງຂຶ້ນ ເພື່ອທີ່ຈະມາມີບົດບາດສຳຄັນ ໃນການບໍລິຫານ ແລະ ຊີ້ນໍາວຽກງານ ອສຄ ໂດຍການຮ່ວມມືຢ່າງໃກ້ຊິດກັບໜ່ວຍງານຂອງພາກລັດ.

ລົງວັນທີ: ກັນຍາ 2021

Weitere Projektinformationen

CRS-Schlüssel
11330

Entwicklungspolitische Kennungen

Signifikante Nebenziele:

  • Gleichberechtigung der Geschlechter
  • Demokratische und inklusive Regierungsführung

Zuständige Organisationseinheit
2A00 Asien I

Vorgänger-Projekt
2012.2535.8

Nachfolger-Projekt
2024.2077.6

Auftragsvolumen (aktuelles Projekt)
8.249.330 €

Wird geladen