2018.2091.9

ປັບປຸງການນຳໃຊ້ທີ່ດິນແບບຍືນຍົງໃນລາວ

Landmanagement and Decentralized Planning in Laos PDR
Auftraggeber
Bundesministerium für wirtschaftliche Zusammenarbeit u. Entwicklung
Land
Laos
Dauer
Partner
Ministry of Planning and Investment
ກອງປະຊຸມຮ່ວມກັບພະແນກແຜນການ ແລະ ການລົງທຶນແຂວງໄຊຍະບູລີໃນການເຊື່ອມສານແຜນງານພັດທະນາເສດຖະກິດ ແລະ ສັງຄົມ ແຂວງ ແລະ ແຜນການຈັດສັນທີ່ດິນແບບມີສ່ວນຮ່ວມ. ນຳສະເໜີໂດຍທ່ານ ປ.ອ. ແວວເພັດ, ຮອງຫົວ?...

ຄວາມເປັນມາ

ບັນດາກະຊວງຕ່າງໆໃນ ສປປ ລາວ ແລະ ໜ່ວຍງານທີ່ກ່ຽວຂ້ອງ ຮັບຜິດຊອບໃນວຽກງານວາງແຜນນຳໃຊ້ ແລະ ຄຸ້ມຄອງທີ່ດິນ. ແຕ່ເຖິງຢ່າງໃດກໍຕາມ, ບົດບາດເຫຼົ່ານີ້ມັກຈະບໍ່ໄດ້ຖືກກຳນົດຢ່າງຈະແຈ້ງ ຫຼື ຍັງມີຄວາມຊ້ຳຊ້ອນກັນໃນພາກປະຕິບັດໂຕຈິງ ເຊິ່ງນຳໄປສູ່ການແບ່ງໜ້າທີ່ຮັບຜິດຊອບທີ່ບໍ່ຊັດເຈນ ຈົນເຖິງບັນຫາໃນການຄຸ້ມຄອງບໍລິຫານຊັບພະຍາກອນທຳມະຊາດ. ນອກຈາກນັ້ນ, ຍັງຂາດຄວາມຊັດເຈນຂອງຂໍ້ມູນການນຳໃຊ້ທີ່ດິນ ເຊິ່ງເປັນສິ່ງສຳຄັນໃນການແກ້ໄຂຂໍ້ຂັດແຍ່ງກ່ຽວກັບທີ່ດິນ ແລະ ການນໍາໃຊ້ຫຼັກການຄຸ້ມຄອງທີ່ດິນແບບຍືນຍົງໃນຕົວຈິງ. ເຖິງແມ່ນວ່າຫຼາຍປີຜ່ານມາ ບັນດາໜ່ວຍງານທີ່ກ່ຽວຂ້ອງ ຈະຢູ່ໃນສະຖານະທີ່ເຂັ້ມແຂງກວ່າແຕ່ກ່ອນ ແຕ່ກໍຍັງຈຳເປັນຕ້ອງມີການສົ່ງເສີມການພັດທະນາຂີດຄວາມສາມາດ ເພື່ອໃຫ້ໄດ້ປະຕິບັດຕາມແຜນຍຸດທະສາດ ແລະ ນຳໃຊ້ບັນດາເຄື່ອງມືການວາງແຜນນຳໃຊ້ທີ່ດິນ.

ເລີ່ມແຕ່ປີ 2015 ເຖິງ 2019, ບັນດາເຄື່ອງມືສຳລັບປັບປຸງຂະບວນການວາງແຜນນຳໃຊ້ທີ່ດິນ ແມ່ນໄດ້ຖືກພັດທະນາຂຶ້ນ ໃນໄລຍະກ່ອນຂອງໂຄງການ ເຊິ່ງປະກອບມີ ລະບົບແຜນທີ່ຕາດິນແບບດິຈິຕອນ ເພື່ອການຂຶ້ນທະບຽນທີ່ດິນ “LaoLandReg”, ລະບົບຂໍ້ມູນການນຳໃຊ້ທີ່ດິນ “LUIS” ແລະ ເຄື່ອງມືກຳນົດຂອບການນຳໃຊ້ພື້ນທີ່ “AFP”. ນັບແຕ່ປີ 2020, ໂຄງການໃນໄລຍະປັດຈຸບັນ ແມ່ນໄດ້ແນໃສ່ ການຂຶ້ນທະບຽນຮັບຮອງນຳໃຊ້ບັນດາເຄື່ອງມື ແລະ ເສີມຂະຫຍາຍເຕັກນິກຂອງເຄື່ອງມືເຫຼົ່ານີ້ຂຶ້ນຕື່ມ.

ຈຸດປະສົງ

ບັນດາໜ່ວຍງານທີ່ກ່ຽວຂ້ອງໃນທຸກລະດັບໃນລາວ ມີຄວາມສາມາດໃນການນຳໃຊ້ເຄື່ອງມືການວາງແຜນນຳໃຊ້ທີ່ດິນ ເພື່ອຄຸ້ມຄອງຊັບພະຍາກອນທຳມະຊາດ, ແກ້ໄຂ ແລະ ປ້ອງກັນຂໍ້ຂັດແຍ່ງ ກ່ຽວກັບທີ່ດິນ ແລະ ຊັບພະຍາກອນ.

ກິດຈະກຳການວາງແຜນນຳໃຊ້ທີ່ດິນໂດຍໃຊ້ໂດຣນ, ຮູບຈາກແຂວງໄຊຍະບູລີ ຮູບໂດຍ: © GIZ/ບາດ ເວີເວຈ໌

ເປົ້າໝາຍ

ໂຄງການ LMDP ແມ່ນມີຈຸດສຸມ ຢູ່ 3 ລະດັບ:

  • ມາດຕະການສ້າງຄວາມອາດສາມາດເຂົ້າໃນຂັ້ນສູນກາງ ໃຫ້ກັບເຈົ້າໜ້າທີ່ລັດ ແລະ ສູນຝຶກອົບຮົມຂອງລັດ ເພື່ອເປັນການສ້າງຄວາມເຂັ້ມແຂງໄລຍະຍາວດ້ານ ເຕັກນິກວິຊາການ, ທັກສະການນຳໃຊ້ລະບົບດິຈິຕອລ ແລະ ເຂົ້້າໃຈເຖິງບັນດາຂະບວນການຕ່າງໆ ໃນການຄຸ້ມຄອງທີ່ດິນຂັ້ນທ້ອງຖິ່ນ, ຂັ້ນແຂວງ ແລະ ຂັ້ນສູນກາງ.
  • ຄຳແນະນຳດ້ານວິຊາການ ເພື່ອປັບປຸງຂໍ້ຕໍ່ລະຫວ່າງ ລະບົບແຜນທີ່ຕາດິນແບບດິຈິຕອນ ສໍາລັບຂຶ້ນທະບຽນທີ່ດິນ ແລະ ຖານຂໍ້ມູນອື່ນໆທີ່ກ່ຽວຂ້ອງກັບທີ່ດິນ.
  • ການນຳໃຊ້ບັນດາຂະບວນການ ແລະ ເຄື່ອງມືເຂົ້າໃນແຂວງໄຊຍະບູລີ ເປັນແຂວງທົດລອງ ເຊິ່ງສະໜອງຂໍ້ມູນເຂົ້າໃນການພັດທະນາແນວທາງ ແລະ ຄູ່ມືຕ່າງໆ. ຍິ່ງໄປກວ່ານັ້ນ, ຜົນທີ່ໄດ້ຮັບແມ່ນຖືກລວມເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມ ຂັ້ນແຂວງ.

Last update: ພຶດສະພາ 2022

Weitere Projektinformationen

CRS-Schlüssel
43040

Entwicklungspolitische Kennungen

Signifikante Nebenziele:

  • Gleichberechtigung der Geschlechter
  • Demokratische und inklusive Regierungsführung

Zuständige Organisationseinheit
2A00 Asien I

Vorgänger-Projekt
2016.2192.9

Nachfolger-Projekt
2024.2078.4

Auftragsvolumen (aktuelles Projekt)
8.500.000 €

Wird geladen