ຊ່ວຍປະຊາຊົນໃນຂົງເຂດທຸກຍາກ ໃຫ້ສາມາດເຂົ້າເຖິງການບໍລິການດ້ານການເງິນທີ່ດີຂຶ້ນ

ລາຍລະອຽດຂອງໂຄງການ

ຊື່ໂຄງການ : ໂຄງການ ການເງິນຈຸລະພາກໃນຂົງເຂດຊົນນະບົດ - ການເຂົ້າເຖິງແຫຼ່ງທຶນຂອງຜູ້ທຸກຍາກ ໄລຍະທີ V
ໃຫ້ທຶນໂດຍ : ກະຊວງ ການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ (BMZ)
ປະເທດ : ລາວ
ຄູ່ຮ່ວມງານໂຄງການ : ທະນາຄານແຫ່ງ ສປປ ລາວ (ທຫລ)
ໄລຍະໂຄງການ : ປີ 2019 ເຖິງ ປີ 2022

Content related image

ຄວາມເປັນມາ

ອົງການສະຫະປະຊາຊາດໄດ້ລະບຸໃຫ້ ສປປ ລາວ ເປັນໜຶ່ງໃນບັນດາປະເທດທີ່ດ້ອຍພັດທະນາຂອງໂລກ. ຫຼາຍກວ່າສອງສ່ວນສາມ ຂອງຈຳນວນພົນລະເມືອງທັງໝົດ 7 ລ້ານຄົນ ແມ່ນດໍາລົງຊີວິດຢູ່ໃນຂົງເຂດຊົນນະບົດທີ່ມີຂໍໍ້ຈໍາກັດໃນການເຂົົ້າເຖິງການບໍລິການ ດ້ານການເງິນ, ການສຶກສາ ແລະ ການເຂົົ້າເຖິງຕະຫຼາດ.

ຄຽງຄູ່ກັບຄວາມຄືບໜ້າ ໃນການສະໜອງການບໍລິການ ດ້ານການເງິນໃຫ້ກັບຜູ້ທຸກຍາກ, ມີພຽງແຕ່ບາງທະນາຄານທຸລະກິດ ແລະ ບາງສະຖາບັນການເງິນຈຸລະພາກ ທີ່ດໍາເນີນການໃຫ້ບໍລິການຢູ່ເຂດນອກຕົວເມືອງ. ການເຂົົ້າເຖິງການບໍລິການ ດ້ານການເງິນແບບເປັນທາງການ ຍັງມີຄວາມຈໍາກັດ ສໍາລັບປະຊາຊົນທີ່ທຸກຍາກ ໃນຂົງເຂດຊົນນະບົດ ແລະ ສິ່ງດັ່ງກ່າວນີ້ ຍັງເປັນສິ່ງທີ່ທ້າທາຍອັນໃຫຍ່ຫຼວງ ສໍາລັບເສດຖະກິດຂອງລາວ ແລະ ເສດຖະກິດຂອງຄົວເຮືອນ. ໂດຍທົ່ວໄປແລ້ວ, ປະຊາຊົນທີ່ດໍາລົງຊີວິດໃນຂົງເຂດຊົນນະບົດ ຍັງມີແຫຼ່ງທຶນທີ່ຈໍາກັດ ແລະ ສ່ວນຫລາຍບໍໍ່ມີທຶນຮອນພຽງພໍສໍາລັບການໃຊ້ຈ່າຍໃນກໍລະນີສຸກເສີນ.

ຍິ່ງໄປກວ່ານັ້ນ, ເຂົາເຈົົ້າແມ່ນບໍໍ່ສາມາດຂະຫຍາຍທຸລະກິດໄດ້ດ້ວຍການກູ້ຢືມເງິນ ແລະ ບໍໍ່ສາມາດເກັບຮັກສາເງິນໄວ້ໃນບ່ອນທີ່ປອດໄພ ຍ້ອນວ່າບໍໍ່ມີທະນາຄານຢູ່ໃກ້.ທັງໝົດທີ່ກ່າວມານັ້ນ, ປະຊາຊົນທີ່ທຸກຍາກໃນເຂດຊົນນະບົດຈຳນວນຫຼາຍແມ່ນຍັງບໍໍ່ມີປະສົບການ ແລະ ຂາດທັກສະໃນການຄຸ້ມຄອງການເງິນຂອງເຂົາເຈົົ້າ.

ຈຸດປະສົງ

ປະຊາຊົນທັງຍິງ ແລະ ຊາຍ ຢູ່ໃນຂົງເຂດຊົນນະບົດ ໄດ້ຮັບຜົນປະໂຫຍດຈາກ ການບໍລິການທາງດ້ານການເງິນຫລາຍຂຶ້ນ ໂດຍຜ່ານສະຖາບັນການເງິນທີ່ມີ ຄວາມຫມັ້ນຄົງ, ການໃຫ້ຄວາມຮູ້ທາງດ້ານການເງິນທີ່ດີກວ່າເກົ່າ ແລະ ການປັບປຸງກອບກົດໝາຍ.

AFP2

ເປົ້າໝາຍ

ໂຄງການໄດ້ສະຫນັບສະຫນູນໃນການພັດທະນາຄວາມອາດສາມາດໃຫ້ກັບບັນດາອົງກອນສະຫນັບສະຫນູນເຄືອຂ່າຍ. ບັນດາພະນັກງານຂອງອົງກອນສະຫນັບສະຫນູນເຄືອຂ່າຍ ແມ່ນສາມາດໃຫ້ບໍລິການທາງດ້ານເຕັກນິກ ແລະ ການບໍລິການທາງດ້ານການເງິນ ທີ່ມີຄຸນນະພາບສູງ ໃຫ້ແກ່ຄະນະກໍາມະການທີ່ຄຸ້ມຄອງທະນາຄານບ້ານ.

 

ໃນນັ້ນ, ຄະນະສະພາບໍລິຫານ ເຊິ່ງເປັນຕົວແທນຂອງບັນດາທະນາຄານບ້ານ ແມ່ນໄດ້ຮັບການຝຶກອົບຮົມ ເພື່ອເພີ່ມຂີດຄວາມສາມາດໃນດ້ານການກວດກາ ແລະ ຄວບຄຸມການບໍລິຫານຈັດການຂອງ ອົງກອນສະຫນັບສະຫນູນເຄືອຂ່າຍ ໃຫ້ມີປະສິດທິພາບເພື່ອຮັບປະກັນວ່າ ອົງກອນສະຫນັບສະໜູນເຄືອຂ່າຍ ກໍາລັງເຮັດວຽກເພື່ອຜົນປະໂຫຍດ ຂອງທະນາຄານບ້ານ. ໃນລະດັບມະຫາພາກ, ໂຄງການໄດ້ເຮັດວຽກຮ່ວມກັບ ທະນາຄານແຫ່ງ ສປປ ລາວ (ທຫລ), ເພື່ອລວມແນວທາງຂອງບັນດາທະນາຄານບ້ານ ເຂົ້າໃນກອບກົດໝາຍຂອງລາວ.

Last update: ກັນຍາ 2021

Additional information