ປົກປັກຮັກສາ ປ່າໄມ້ ແລະ ຊີວະນາໆພັນ

ລາຍລະອຽດຂອງໂຄງການ

ຊື່ໂຄງການ : ໂຄງການ ການປົກປັກຮັກສາ ແລະ ນໍາໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນ ແບບຍືນຍົງ (ProFEB)
ໃຫ້ທຶນໂດຍ : ກະຊວງຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ແຫ່ງສະຫະພັນສາທາລະນະລັດເຢຍລະມັນ (BMZ)
ປະເທດ : ລາວ
ຄູ່ຮ່ວມງານໂຄງການ : ກະຊວງກະສິກໍາ ແລະ ປ່າໄມ້
ໄລຍະໂຄງການ : 2021 ຫາ 2024

ຂະບວນການຈັດຕັ້ງປະຕິບັດ ກົດໝາຍປ່າໄມ້, ການຄຸ້ມຄອງ, ແລະ ການຄ້າໄມ້ ແມ່ນ ວິທີການການແກ້ໄຂ ເພື່ອຫລຸດຜ່ອນ ການຂຸດຄົ້ນໄມ້ທີ່ຜິດກົດໝາຍ ແລະ ຕິດຕາມໄມ້. ຮູບໂດຍ: GIZ/ບາດ ເວີເວຈ໌

ຄວາມເປັນມາ

ປະເທດລາວ ເປັນໜຶ່ງໃນປະເທດ ທີ່ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນຫຼາຍທີ່ສຸດ ໃນອາຊີຕາເວັນອອກສຽງໃຕ້ ທີ່ກຳລັງສູນເສຍຄວາມອຸດົມສົມບູນດັ່ງກ່າວຈາກການຕັດໄມ້ທຳລາຍປ່າ. ປ່າໄມ້ ແລະ ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນໄດ້ຖືກຄຸກຄາມຢ່າງຕໍ່ເນື່ອງ ຈາກກິດຈະກໍາທາງດ້ານກະສິກໍາ, ການພັດທະນາໂຄງລ່າງພື້ນຖານ ແລະ ລວມໄປເຖິງການຄ້າຂາຍສັດປ່າທີ່ຜິດກົດໝາຍ.

ລັດຖະບານ ສປປ ລາວ ໄດ້ເຫັນເຖິງຄວາມສຳຄັນຂອງປ່າໄມ້, ດັ່ງນັ້ນຈຶ່ງໃຫ້ຄຳໝັ້ນສັນຍາ ໃນການເພີ່ມພື້ນທີ່ການປົກຫຸ້ມຂອງປ່າໄມ້ໃນທົ່ວປະເທດໃຫ້ເປັນ 70% ແລະ ສະເໜີ ອຸທິຍານແຫ່ງຊາດ ຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກທາງທຳມະຊາດ. ນອກຈາກນັ້ນ, ລັດຖະບານ ສປປ ລາວ ຍັງໄດ້ຈັດຕັ້ງ ແຜນງານການຈັດຕັ້ງປະຕິບັດ ກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ເພື່ອຈະເປັນຄຸ່ຮ່ວມສັນຍາການຄ້າໄມ້ ແບບສະໝັກໃຈ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ເພື່ອອະນຸຍາດໃຫ້ມີການຄ້າໄມ້ທີ່ຖືກຕ້ອງຕາມກົດໝາຍ ແລະ ສົ່ງເສີມການຄຸ້ມຄອງປ່າໄມ້ທີ່ດີ.

ຈຸດປະສົງ

ພວກເຮົາເຮັດວຽກຮ່ວມກັບຄູ່ຮ່ວມງານຈາກຫຼາຍພາກສ່ວນ ເພື່ອປັບປຸງ ແລະ ກຳນົດເງື່ອນໄຂກອບວຽກງານທີ່ດີຂຶ້ນ ເພື່ອການນຳໃຊ້ຊັບພະ ຍາກອນປ່າໄມ້ແບບຍືນຍົງ ແລະ ການປົກປັກຮັກສາຊີວະນາໆພັນໃນລາວ.

ເປົ້າໝາຍ

ໂຄງການໄດ້ຮ່ວມມືຢ່າງໃກ້ຊິດກັບຄູ່ຮ່ວມງານ ໃນການດຳເນີນກິດຈະກຳ ເພື່ອການນຳໃຊ້ຊັບພະຍາກອນປ່າໄມ້ແບບຍືນຍົງ ແລະ ການປົກປັກຮັກສາຊີວະນາໆພັນ ດັ່ງລຸ່ມນີ້:

  • ກຳນົດເງື່ອນໄຂກອບວຽກງານທີ່ດີຂຶ້ນ ສໍາລັບການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ, ແລະ ການຄ້າໄມ້ ເພື່ອຈະເປັນຄູ່ຮ່ວມສັນຍາການຄ້າໄມ້ ແບບສະໝັກໃຈ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ (Lao-EU FLEGT-VPA).
  • ເສີມສ້າງຂີດຄວາມສາມາດ ໃນການສະເໜີ ອຸທິຍານແຫ່ງຊາດຫີນໜາມໜໍ່ ເພື່ອເຂົ້າເປັນມໍລະດົກທາງທຳມະຊາດຮ່ວມຊາຍແດນກັບ ມໍລະດົກໂລກທາງທຳມະຊາດ “ອຸທິຍານແຫ່ງຊາດ ຟອງຍ່າເກບາງ ຂອງ ສສ ຫວຽດນາມ” ໂດຍການຮ່ວມມືກັບເຈົ້າໜ້າທີ່ຫວຽດນາມ.
  • ສະໜັບສະໜູນ ການສ້າງຕັ້ງໜ່ວຍງານສຶກສາ ແລະ ສ້າງຈິດສໍານຶກດ້ານສິ່ງເເວດລ້ອມ ລາວ (EEAL) ແລະ ພັດທະນາຄວາມອາດສາມາດທີ່ຈໍາເປັນ ໃຫ້ແກ່ສະມາຊິກຂອງໜ່ວຍງານ ສໍາລັບການດໍາເນີນວຽກງານ ດ້ານການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມທີ່ມີປະສິດທິພາບ.
  • ສະໜັບສະໜູນການຮ່ວມມື ລະຫວ່າງບັນດາ ຄູ່ຮ່ວມງານພາກລັດ, ຜູ້ໃຫ້ທຶນ ແລະ ປະຊາຊົນທ້ອງຖິ່ນ ເພື່ອຕ້ານການຄ້າຂາຍສັດປ່າທີ່ຜິດກົດໝາຍ ໃນ ສປປ ລາວ ຢ່າງມີປະສິດທິພາບ.

Last update: ຕຸລາ 2021

ຜາຫີນປູນທີ່ສູງຊັນຫລາຍຮ້ອຍເເມັດ ຫລາຍແຫ່ງ ເປັນລັກສະນະທີ່ໂດດເດັ່ນທາງດ້ານພູມສັນຖານ ຂອງອຸທິຍານແຫ່ງຊາດ ຫີນໜາມໜໍ່. ຮູບຖ່າຍ: GIZ/ໄຣອັນ ເດີບູທ໌

Additional information