ການສ້າງສິ່ງຈູງໃຈ ເພື່ອຫຼຸດຜ່ອນການປ່ອຍອາຍພິດ ຈາກການທໍາລາຍ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ

ລາຍລະອຽດຂອງໂຄງການ

ຊື່ໂຄງການ : ໂຄງການປ້ອງກັນດິນຟ້າອາກາດໂດຍຫຼີກລ້ຽງການທຳລາຍປ່າໄມ້/ການຈັດຕັ້ງປະຕິບັດການຄຸ້ມຄອງປ່າໄມ້ແບບພູມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ (CliPAD/I-GFLL)
ໃຫ້ທຶນໂດຍ : ກະຊວງຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ແຫ່ງສະຫະພັນສາທາລະນະລັດເຢຍລະມັນ (BMZ)
ປະເທດ : ລາວ
ຄູ່ຮ່ວມງານໂຄງການ : ກະຊວງກະສິກໍາ ແລະ ປ່າໄມ້, ກົມປ່າໄມ້
ໄລຍະໂຄງການ : 2020 ຫາ 2024

pic1 - © GIZ Thomas Okfen_Village_Houaphan

ຄວາມເປັນມາ

ສປປ ລາວ ເປັນປະເທດທີ່ອຸດົມຮັ່ງມີ ໄປດ້ວຍຊັບພະຍາກອນທໍາມະຊາດ ເຊັ່ນ: ນໍ້າ, ບໍ່ແຮ່ ແລະ ປ່າໄມ້. ປະຊາກອນຫຼາຍກວ່າ 70% ດໍາລົງຊີວິດ ຢູ່ໃກ້ກັບປ່າໄມ້ ແລະ ມີປະມານ 20% ທີ່ການດໍາລົງຊີວິດຂອງເຂົາເຈົ້າ ອາໄສການນໍາໃຊ້ປ່າໄມ້.

ເຖິງແມ່ນວ່າ ລາວຍັງເປັນໜຶ່ງໃນບັນດາປະເທດ ທີ່ມີອັດຕາຄວາມປົກຫຸ້ມຂອງປ່າໄມ້ສູງທີ່ສຸດ (ກວມປະມານ 58% ໃນປີ 2019) ໃນແຜ່ນດິນໃຫຍ່ ຂອງພາກພື້ນອາຊີຕາເວັນອອກສຽງໃຕ້ກໍຕາມ, ແຕ່ປ່າໄມ້ໄດ້ຫຼຸດລົງຢ່າງໄວວາໃນທົດສະວັດຫວ່າງບໍ່ດົນມານີ້ ເຊິ່ງວ່າຄວາມປົກຫຸ້ມຂອງປ່າໄມ້ໄດ້ຫຼຸດລົງຈາກ 70% ຂອງພື້ນທີ່ດິນທັງໝົດໃນກາງຊຸມປີ 1960.

ບັນດາສາເຫດ ຂອງການສູນເສຍປ່າໄມ້ ປະກອບມີ ການຂະຫຍາຍກະສິກໍາ, ການເຮັດໄຮ່ເລື່ອນລອຍ, ການພັດທະນາພື້ນຖານໂຄງລ່າງ ແລະ ການຂຸດຄົ້ນໄມ້ແບບບໍ່ຍືນຍົງ. ຜົນຕາມມາຈາກການສູນເສຍປ່າໄມ້ ປະກອບມີ ລະດັບການປ່ອຍອາຍເຮືອນແກ້ວທີ່ສູງ, ມີການສູນເສຍຊີວະນາໆພັນ, ຜະລິດຕະຜົນປ່າໄມ້ມີຈໍານວນໜ້ອຍລົງ ແລະ ຜົນປະໂຫຍດດ້ານສະພາບແວດລ້ອມທີ່ໄດ້ຈາກປ່າໄມ້ກໍຫຼຸດລົງ (ການປົກປ້ອງນໍ້າ/ດິນ ແລະ ອື່ນໆ).

ຜູ້ທີ່ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດ ຈາກການພັດທະນາເຫຼົ່ານີ້ ແມ່ນກຸ່ມຄົນທີ່ທຸກຍາກທີ່ສຸດໃນສັງຄົມລາວ, ໂດຍສະເພາະແມ່ນ ແມ່ຍິງ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສປ່າໄມ້ອັນແສນບໍລິສຸດ ເພື່ອການດໍາລົງຊີວິດ.

ຈຸດປະສົງ

ໂຄງການ ສະໜອງຍຸດທະສາດ ເພື່ອປັບປຸງຫຼັກການປະຕິບັດ ຢູ່ໃນຂະແໜງ ປ່າໄມ້ ແລະ ນຳໃຊ້ທີ່ດິນ ຂອງ ສປປ ລາວ ແລະ ຫຼຸດຜ່ອນການປ່ອຍອາຍເຮືອນແກ້ວ ຈາກການປ່ຽນແປງການນຳໃຊ້ທີ່ດິນ ແລະ ປ່າໄມ້ ຢູ່ທາງພາກເໜືອຂອງລາວ.

Thomas Okfen GIZ_Primary Forest

ເປົ້າໝາຍ

ເພື່ອສະໜັບສະໜູນ ການຈັດຕັ້ງປະຕິບັດແຜນງານ ຫຼຸດຜ່ອນການປ່ອຍອາຍເຮືອນແກ້ວ, ໂຄງການ CliPAD ໄດ້ສ້າງ ບົດສະເໜີຂໍການສະໜອງທຶນແບບຄົບຊຸດ (ສໍາລັບ “ໂຄງການຈັດຕັ້ງປະຕິບັດ ການຄຸ້ມຄອງປ່າໄມ້ແບບພູມິທັດ ແລະ ສົ່ງເສີມຊີວິດການເປັນຢູ່/I-GFLL”) ແລະ ໄດ້ຍື່ນຫາ ກອງທຶນດິນຟ້າອາກາດສີຂຽວ (GCF). ບົດສະເໜີດັ່ງກ່າວ ໄດ້ຖືກຮັບຮອງ ໃນວັນທີ 13 ພະຈິກ 2019 ໃນຊ່ວງໄລຍະ ກອງປະຊຸມສະພາບໍລິຫານ ຂອງ GCF ຄັ້ງທີ 24 (B24) ແລະ ມີຜົນບັງຄັບໃຊ້ ດ້ວຍເງິນຈໍານວນ 16.1 ລ້ານເອີໂຣ ໃນວັນທີ 19 ພຶດສະພາ 2020.

ໂດຍຜ່ານການປະກອບສ່ວນ ຂອງລັດຖະບານ (ໝົດທຸກລະດັບ) ແລະ ການສະຫນັບສະໜູນ ຈາກບັນດາຄູ່ຮ່ວມພັດທະນາ, ໂຄງການລະດົມການສະຫນອງທຶນເພີ່ມຕື່ມ 50 ລ້ານເອີໂຣ ແລະ ປັດຈຸບັນ ໄດ້ມີ ຫຼື ກໍາລັງເຮັດສັນຍາການຮ່ວມມື ທີ່ກ່ຽວຂ້ອງ ກັບ KfW, JICA, ADB ແລະ IFAD.

ການຄຸ້ມຄອງ ແລະ ເບີກຈ່າຍເງິນ ຂອງກອງທຶນ GCF ຢູ່ລາວ ຈະຖືກສົ່ງຜ່ານ ກອງທຶນປົກປັກຮັກສາສິ່ງແວດລ້ອມ (EPF) ໃນນາມເປັນ ອົງການຈັດຕັ້ງທີ່ມີສິດອໍານາດ ໃນການຄຸ້ມຄອງທາງການເງິນ, ເຊິ່ງມີພາລະກິດ ສ້າງຄວາມເຂັ້ມແຂງແກ່ການປົກປັກຮັກສາສິ່ງແວດລ້ອມ, ການຄຸ້ມຄອງຊັບພະຍາກອນ ທຳມະຊາດແບບຍືນຍົງ, ການອະນຸລັກຊີວະນາໆພັນ ແລະ ສະຖາບັນຕົນເອງ. ດ້ວຍການສົ່ງເສີມການຄຸ້ມຄອງປ່າໄມ້, ພູມິທັດ ແລະ ຊັບພະຍາກອນກະສິກໍາແບບຍືນຍົງ, ຄາດວ່າ ໂຄງການຈະສາມາດສະສົມ 5.6 ລ້ານໂຕນທຽບເທົ່າກາກບອນ ແລະ ປົດລັອກການຈ່າຍເງິນທີ່ອິງຕາມຜົນງານ REDD+ ຈໍານວນ 23 ລ້ານເອີໂຣ ຈາກກອງທຶນກາກບອນ FCPF ໃນໄລຍະເວລາ ແຕ່ເດືອນພຶດສະພາ 2020 ຈົນເຖິງເດືອນມິຖຸນາ 2024. ກຸ່ມເປົ້າໝາຍຂອງໂຄງການແມ່ນປະຊາຊົນໃນເຂດຊົນນະບົດ ຢູ່ສາມແຂວງພາກເໜືອ (ຫຼວງພະບາງ, ໄຊຍະບູລີ, ຫົວພັນ). ກຸ່ມເປົ້າໝາຍສ່ວນໃຫຍ່ ແມ່ນປະຊາຊົນບັນດາເຜົ່າ (ກວມປະມານ 65%) ແລະ ຖືກຈັດຢູ່ໃນປະເພດທີ່ທຸກຍາກຫຼາຍຫາທຸກຍາກທໍາມະດາ (80%). 49% ຂອງປະຊາກອນແມ່ນເປັນເພດຍິງ. ມີການປະເມີນໄວ້ວ່າ ປະຊາຊົນປະມານ 355,000 ຄົນ ຢູ່ໃນ 17 ເມືອງ ແລະ ມີເຖິງ 240 ບ້ານໄດ້ຮັບຜົນປະໂຫຍດທາງກົງ ແລະ ທາງອ້ອມ ຈາກການຈ່າຍເງິນທີ່ອິງຕາມຜົນງານ ລວມທັງຈາກການລົງທຶນໃສ່ການຜະລິດກະສິກໍາ ແລະ ການຄຸ້ມຄອງປ່າໄມ້ແບບຍືນຍົງ.

ດ້ວຍການເຮັດວຽກຮ່ວມກັນ, ອຳນາດການປົກຄອງໃນລະດັບສູນກາງ ແລະ ທ້ອງຖິ່ນ ລວມທັງຜູ້ມີບົດບາດທີ່ບໍ່ໄດ້ມາຈາກພາກລັດ ຈະປັບປຸງສະພາບເງື່ອນໄຂສໍາລັບການຄຸ້ມຄອງປ່າໄມ້ແບບຍືນຍົງ ແລະ ໂດຍສະເພາະສຳລັບການຫຼຸດຜ່ອນການປ່ອຍອາຍເຮືອນແກ້ວຈາກການຕັດໄມ້ທຳລາຍປ່າ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ (REDD+).

ໂຄງການ ສຸມໃສ່ຂົງເຂດດັ່ງຕໍ່ໄປນີ້:

  1. ສ້າງສະພາບແວດລ້ອມ ທີ່ອຳນວຍຄວາມສະດວກຫຼາຍຂຶ້ນ ແກ່ວຽກງານ REDD+ ໂດຍນຳໃຊ້ 3 ວິທີການຕົ້ນຕໍຄື: ເພີ່ມທະວີຄວາມພ້ອມໃນການສະໜອງເງິນເພື່ອຫັນປ່ຽນວິທີການທີ່ລາວຄຸ້ມຄອງພູມິທັດປ່າໄມ້ຂອງຕົນ; ປັບປຸງ ແລະ ເພີ່ມຄວາມເຂັ້ມງວດແກ່ກອບນິຕິກໍາ ແລະ ລະບຽບການ ສຳລັບຂະແໜງປ່າໄມ້; ແລະ ປັບປຸງການບັງຄັບໃຊ້ກອບລະບຽບການໃຫມ່.
  2. ສະໜັບສະໜູນການເຮັດກະສິກຳ ແລະ ກະສິກໍາປ່າໄມ້ແບບປະສົມປະສານ ທີ່ປາສະຈາກ ການທໍາລາຍປ່າໄມ້ ດ້ວຍການເພີ່ມຜະລິດຕະຜົນ, ເພີ່ມທະວີ ການເຊື່ອມໂຍງຂອງຊາວກະສິກອນ ເຂົ້າໃນຕ່ອງໂສ້ມູນຄ່າກະສິກໍາ, ແລະ ປັບປຸງການເຂົ້າເຖິງແຫຼ່ງທຶນ ແລະ ການມີສ່ວນຮ່ວມຂອງພາກເອກະຊົນ ຢູ່ໃນກິດຈະກຳສ້າງເສດຖະກິດ ທີ່ຫຼຸດຜ່ອນຄວາມກົດດັນຕໍ່ປ່າໄມ້.
  3. ສະໜັບສະໜູນການຈັດຕັ້ງປະຕິບັດການຄຸ້ມຄອງ ພູມິທັດປ່າໄມ້ ແບບຍືນຍົງ (SFM) ແລະ ການຟື້ນຟູພູມິທັດປ່າໄມ້ (FLR) ຢູ່ໃນທີ່ດິນເສື່ອມໂຊມ ທີ່ກວມເນື້ອທີ່ຫຼາຍກວ່າ 1.5 ລ້ານເຮັກຕາ.

ສິ່ງທີ່ພວກເຮົາໄດ້ບັນລຸ

ການຈັດຕັ້ງປະຕິບັດມາດຕະການຜ່ານມາໄດ້ປະກອບມີ ການສ້າງກອບສະຖາບັນການຈັດຕັ້ງຂັ້ນສູນກາງ ກັບ ການສ້າງຕັ້ງພະແນກ REDD+ ຢູ່ໃນກົມປ່າໄມ້ (DoF), ປັບປຸງຄະນະຊີ້ນໍາ REDD+ ແຫ່ງຊາດ ແລະ ໜ່ວຍງານສະເພາະດ້ານ REDD+ ໃນລະດັບສູນກາງ ລວມທັງຄະນະຊີ້ນໍາ REDD+ ຂັ້ນແຂວງ ແລະ ຫ້ອງການ REDD+ ຢູ່ທັງໝົດສາມແຂວງຂອງໂຄງການ. ເອກະສານແຜນງານຫຼຸດຜ່ອນການປ່ອຍອາຍເຮືອນແກ້ວ (ERPD) ໄດ້ຖືກຍື່ນ ແລະ ຕອບຮັບໂດຍກອງທຶນກາກບອນ FCPF, ແລະ ກົດໝາຍປ່າໄມ້ຂອງລາວໄດ້ຖືກປັບປຸງຈົນສໍາເລັດ ແລະ ຖືກຮັບຮອງໂດຍສະພາແຫ່ງຊາດໃນເດືອນມິຖຸນາ ປີ 2019. ໃນລະດັບທ້ອງຖິ່ນ, ໂຄງການໄດ້ສ້າງຕັ້ງໂຄງປະກອບທີ່ສາມາດປະຕິບັດງານໄດ້ ສຳລັບການຄຸ້ມຄອງປ່າໄມ້ຊຸມຊົນແບບຍືນຍົງ ຢູ່ໃນ 70 ບ້ານ ຂອງສອງເມືອງໃນແຂວງຫົວພັນ.

ພາສາອື່ນໆ

Downloads

Further information