ກອງປະຊຸມພົບປະລະຫວ່າງອົງການຈັດຕັ້ງລັດ ແລະ ອົງການຈັດຕັ້ງສັງຄົມລາວ ຂັ້ນແຂວງ ປະຈຳປີ 2024 ທີ່ແຂວງຄຳມ່ວນ

ວັນທີ 01 ມີນາ 2024, ກອງປະຊຸມພົບປະລະຫວ່າງອົງການຈັດຕັ້ງລັດ ແລະ ອົງການຈັດຕັ້ງສັງຄົມລາວ ຂັ້ນແຂວງ ຈັດຂຶ້ນຢູ່ທີ່ ເມືອງ ທ່າແຂກ, ແຂວງ ຄຳມ່ວນ. ກອງປະຊຸມພົບປະໃນຄັ້ງນີ້ເປັນເວທີທີ່ສຳຄັນເພື່ອເພີ່ມທະວີການຮ່ວມມື ແລະ ເປັນໂອກາດໃຫ້ແກ່ບັນດາພາກສ່ວນທີ່ກ່ຽວຂ້ອງຈາກພາກລັດຖະບານ ແລະ ອົງການຈັດຕັ້ງສັງຄົມລາວທີ່ເຄື່ອນໄຫວຢູ່ໃນແຂວງຄຳມ່ວນໄດ້ມີປຶກສາຫາລື ແລະ ແລກປ່ຽນ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ ​ແລະ ການ​ຄຸ້ມ​ຄອງ​ວຽກ​ງານ​ອົງການ​ຈັດ​ຕັ້ງສັງຄົມລາວ.

ຈຸດປະສົງຂອງກອງ​ປະຊຸມຄັ້ງນີ້ແມ່ນໄດ້ລາຍງານເຖິງສະພາບລວມ  ແລະ ບົດສະຫຼຸບຜົນສຳເລັດກ່ຽວກັບວຽກງານເຜີຍແຜ່ດຳລັດວ່າດ້ວຍສະມາຄົມ ແລະ ມູນນິທິ ຢູ່ຂັ້ນເມືອງ ແລະ ຂັ້ນແຂວງໃນປີ 2023 ທີ່ຜ່ານມາ. ນອກຈາກນັ້ນ, ຍັງໄດ້ມີບົດນໍາສະເໜີການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວຂອງຄະນະປະສານງານອົງການຈັດຕັ້ງສັງຄົມລາວ, ລາຍງານການເຄື່ອນໄຫວຂອງສະມາຄົມທ້ອງຖິ່ນຈາກສະມາຄົມພັດທະນາການທ່ອງທ່ຽວແບບອານຸລັກຖໍ້າກອງລໍ-ນາຕານ, ບົດນຳສະເໜີບາງມາດຕາທີ່ສຳຄັນກ່ຽວກັບດຳລັດວ່າດ້ວຍສະມາຄົມ 238 ໂດຍກະຊວງພາຍໃນ. ໃນກອງປະຊຸມດັ່ງກ່າວ, ບັນດາ​ຜູ້​ເຂົ້າ​ຮ່ວມກໍ່​ໄດ້ມີການສົນທະນາ ແລະ ​ແລກປ່ຽນໃນຫົວຂໍ້​ການພົວພັນປະສານງານ​ລະຫວ່າງ​ອົງການຈັດຕັ້ງລັດ ​ແລະ ອົງການຈັດຕັ້ງ​ສັງຄົມ, ການເຄື່ອນໄຫວຂອງອົງການຈັດຕັ້ງສັງຄົມລາວຕໍ່ກັບແຜນພັດທະນາເສດຖະກິດຂອງສັງຄົມ ໂດຍສະເພາະແຂວງຄຳມ່ວນ ແລະ ຂໍ້ສະດວກ ແລະ ຫຍຸ້ງຍາກຕ່າງໆ ກ່ຽວກັບວຽກງານອົງການຈັດຕັ້ງສັງຄົມລາວຢູ່ໃນແຂວງຄຳມ່ວນ.

ກອງປະຊຸມພົບປະ ລະຫວ່າງອົງການຈັດຕັ້ງລັດ ແລະ ອົງການຈັດຕັ້ງສັງຄົມລາວໃນຄັ້ງນີ້ແມ່ນຈັດຂຶ້ນໂດຍ ພະແນກພາຍໃນແຂວງ ຄຳມ່ວນ ພາຍໃຕ້ການເປັນປະທານໂດຍ ທ່ານ ປອ ແກ້ວອຸດອນ ບຸດສິງຂອນ, ຮອງເຈົ້າແຂວງ ແຂວງຄຳມ່ວນ ໄດ້ກ່າວວ່າ
“ວຽກງານອົງການຈັດຕັ້ງສັງຄົມແມ່ນວຽກໜຶ່ງທີ່ສຳຄັນ ເຊິ່ງພັກ-ລັດຖະບານກໍ່ໄດ້ຄຸ້ມຄອງ ແລະ ອຳນວຍຄວາມສະດວກໃຫ້ພາກສວ່ນດັ່ງກ່າວ. ສະມາຄົມກໍໄດ້ເອົາໃຈໃສ່ປະຕິບັດຕາມພາລະບົດບາດ, ສິດໜ້າທີ່ຂອງຕົນເປັນຢ່າງດີໂດຍໄດ້ມີການຍາດແຍ່ງເອົາທຶນການສະໜັບສະໜູນຈາກສາກົນເພື່ອມາພັດທະນາຊີວິດການເປັນຢູ່ຂອງປະຊາຊົນແຂວງຄຳມ່ວນ”

ກອງປະຊຸມໄດ້ດັ່ງກ່າວ ໄດ້ມີການລວບລວມເອົາບັນດາຜູ້ເຂົ້າຫຼາຍກ່ວາ 90 ທ່ານ ຕາງໜ້າຈາກອົງຈັດຕັ້ງລັດຂັ້ນທ້ອງຖິ່ນ, ອົງການຈັດຕັ້ງສັງຄົມລາວທີ່ເຄື່ອນໄຫວຢູ່ໃນແຂວງຄຳມ່ວນ, ຄະນະປະສານງານອົງການຈັດຕັ້ງສັງຄົມລາວ, ກະຊວງພາຍໃນ, ແລະ ພະແນກພາຍໃນແຂວງ ຫຼວງພະບາງ. ກອງປະຊຸມດັ່ງກ່າວແມ່ນໄດ້ຮັບການສະໝັບສະໜູນຈາກແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໄລຍະ 2 (CEGGA II).

ແຜນງານ CEGGA ເປັນຈຸດລິເລີ່ມການຮ່ວມມືລະຫວ່າງ ລັດຖະບານຂອງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ “ທີມເອີຣົບ”  ເຊີ່ງລວມມີ: ສະຫະພາບ ເອີຣົບ, ລັດຖະບານເຢຍລະມັນ ແລະ ລັດຖະບານສະວິສເຊີແລນ. ຈິໄອແຊັດ (GIZ) ໄດ້ຮັບມອບໝາຍໃຫ້ຈັດຕັ້ງປະຕິບັດແຜນງານຮ່ວມກັບກະຊວງພາຍໃນ ແລະ ຄູ່ຮ່ວມງານທີ່ກ່ຽວຂ້ອງ ເພື່ອໃຫ້ບັນລຸເປົ້າໝາຍລວມໃນການເພີ່ມທະວີການມີສ່ວນຮ່ວມຂອງປະຊາຊົນໃນຂະບວນການພັດທະນາປະເທດຊາດ ໂດຍສົ່ງເສີມການປົກຄອງທີ່ດີ, ສິດທິມະນຸດ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ.

        
CEGGA Logo