ຄະນະກຳມະການປະສານງານອົງການຈັດຕັ້ງສັງຄົມສືບຕໍ່ຈັດງານວາງສະແດງຜົນງານ ແລະ ຜະລິດຕະພັນຂອງ ອົງການຈັດຕັ້ງສັງຄົມ ປະຈຳປີ 2023 ຄັ້ງທີ 3 ທີ່ຫໍຈາລຶກ 21 ມີນາ ເມືອງທ່າແຂກ ແຂວງຄໍາມ່ວນ ໃນລະຫວ່າງວັນທີ 1-2 ມີນາ 2024

ຄະນະກຳມະການປະສານງານອົງການຈັດຕັ້ງສັງຄົມສືບຕໍ່ຈັດງານວາງສະແດງຜົນງານ ແລະ ຜະລິດຕະພັນຂອງ ອົງການຈັດຕັ້ງສັງຄົມ ປະຈຳປີ 2023 ຄັ້ງທີ 3 ທີ່ຫໍຈາລຶກ 21 ມີນາ ເມືອງທ່າແຂກ ແຂວງຄໍາມ່ວນ ໃນລະຫວ່າງວັນທີ 1-2 ມີນາ 2024 ໂດຍມີຫຼາຍກວ່າ 30 ອົງກອນຈາກອົງການຈັດຕັ້ງສັງຄົມ, ຊຸມຊົນ, ຕົວແທນຈາກ ພະແນກການຕ່າງໆ, ກົມກອງຈາກແຂວງອ້ອມຂ້າງ ແລະ ມະຫາຊົນທົ່ວໄປເຂົ້າຮ່ວມ.

ງານດັ່ງກ່າວຖືກໃຫ້ກຽດປະກອບຄໍາເຫັນ ໂດຍ: ທ່ານ ນາງອາລີ ບົວຈູມ ຫົວໜ້າພະແນກພາຍໃນແຂວງ ແຂວງຄໍາມ່ວນ,  ທ່ານ ນ. Barabara Meincke, ຫົວໜ້າແຜນງານ CEGGA-GIZ, ທ່ານ ດຣ ນາງ ຈັນສີ ພິມພະຈັນ ຫົວໜ້າຄະນະກຳມະການປະສານງານອົງການຈັດຕັ້ງສັງຄົມ, ກ່າວເປີດງານທາງການໂດຍ ທ່ານ ສາລີ ທອງສະຫັວນ, ຜູ້ອໍານວຍການສະມາຄົມ ພັດທະນາການທອງທ່ຽວ ແບບອະນຸລັກຖ້ຳກອງລໍ.

ນີ້ເປັນຄັງທໍາອິດ ທີ່ງານວາງສະແດງຜົນງານ ແລະ ຜະລິດຕະພັນຂອງ ອົງການຈັດຕັ້ງສັງຄົມ ໄດ້ຮັບການຈັດຕັ້ງຂຶ້ນທີ່ແຂວງຄໍາມ່ວນ ເຊິ່ງຫົວຂໍ້ຂອງງານໃນຄັ້ງນີ້ແມ່ນ “ຮ່ວມໃຈສົ່ງເສີມຜະລິດຕະພັນຂອງລາວ ໄປຄຽງຄູ່ກັບວັດທະນະທຳ, ການທ່ອງທ່ຽວ ແລະ ສິ່ງແວດລ້ອມສີຂຽວ ແບບຍືນຍົງ. ” ງານວາງສະແດງຜົນງານ ແລະ ຜະລິດຕະພັນຂອງອົງການຈັດຕັ້ງສັງຄົມໃນຄັ້ງນີ້ແມ່ນແນໃສ່ເພື່ອສ້າງໂອກາດໃຫ້ອົງການຈັດຕັ້ງສັງຄົມລາວໃນພາກກາງ ແລະ ພາກໃຕ້ ເພື່ອວາງສະແດງຜົນງານ, ສິນຄ້າ, ເພື່ອຊຸກຍູ້ສົ່ງເສີມ ແລະ ຮັກສາສີໄມ້ລາຍມືທີ່ເປັນວັດທະນະທໍາຂອງລາວ ແລະ ທັງເປັນການປະກອບສວນໃນປີທ່ອງທ່ຽວລາວ ປີ 2024, ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ອົງການຈັດຕັ້ງສັງຄົມໄດ້ມີສ່ວນຮ່ວມເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂັ້ນທ້ອງຖີ່ນ ແລະ ເປັນການສ້າງເວທີແລກປ່ຽນປະສົບການ, ຄວາມຮູ້ ແລະ ການມີສ່ວນຮ່ວມຂອງບັນດາອົງການຈັດຕັ້ງສັງຄົມ ເຂົ້າໃນວຽກງານການພັດທະນາ.

ໃນງານຄັ້ງນີ້, ມີກິດຈະກຳຫຼາກຫຼາຍເຊັ່ນ: ການສົນທະນາແລກປ່ຽນຄວາມຮູ້ໃນຫົວຂໍ້ວັດທະນະທຳ ແລະ ການທ່ອງທ່ຽວ, ການໃຫ້ຄວາມຮູ້ກ່ຽວກັບໄພພິບັດ, ສຸຂະພາບຈະເລີນພັນ, ສິ່ງແວດລ້ອມ, ການເຄື່ອນຍ້າຍແຮງງານແບບຖືກກົດໝາຍ ພ້ອມກັນນັ້ນຍັງມີການການສະແດງສິລະປະວັນນະຄະດີ, ລະຄອນ ຈາກກຸ່ມເຍົາວະຊົນ-ຊາວໜຸ່ມ, ຊຸມຊົນ ຂອງອົງການຈັດຕັ້ງສັງຄົມ ແລະ ມີການຖາມ-ຕອບແຈກລາງວັນ.

ຄະນະກຳມະການປະສານງານອົງການຈັດຕັ້ງສັງຄົມລາວ ເປັນເຈົ້າພາບຈັດງານ ວາງສະແດງຜົນງານ ປີ 2023 ດ້ວຍການຮ່ວມທຶນສະໜັບສະໜູນ ໂດຍຄູ່ຮ່ວມງານຂອງທີມເອີຣົບ ໃນ ສປປ ລາວ ເຊັ່ນ: ສະວິດເຊີແລນ, ປະເທດເຢຍລະມັນ, ສະຫະພາບເອີຣົບ ໂດຍຜ່ານແຜນງານCEGGA ໄລຍະ II.

        
CEGGA Donors and Development Partners