ກອງປະຊຸມສຳມະນາ ສ້າງຄວາມເຂັ້ມແຂງ ໃນການສ້າງນິຕິກຳໃຕ້ກົດໝາຍ ໃຫ້ບັນດາແຂວງພາກກາງ ແລະ ພາກໃຕ້

ໃນລະຫວ່າງວັນທີ 5-6 ມີນາ 2024 ທີ່ສະໂມສອນແຂວງຄໍາມ່ວນ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດ ກອງປະຊຸມສຳມະນາ ສ້າງຄວາມເຂັ້ມແຂງ ໃນການສ້າງນິຕິກຳໃຕ້ກົດໝາຍ ໃຫ້ບັນດາ 10 ແຂວງພາກກາງ ແລະ ພາກໃຕ້ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ ແລະ ທ່ານ ປອ. ສົມສະອາດ ອຸ່ນສີດາ, ຮອງເຈົ້າແຂວງຄໍາມ່ວນ; ມີບັນດາທ່ານຮອງເຈົ້າແຂວງ, ຄະນະປະຈຳ ສະພາປະຊາຊົນນະຄອນຫຼວງ, ຄະນະເລຂາທິການ ສະພາປະຊາຊົນແຂວງ, ທ່ານຫົວໜ້າຫ້ອງວ່າການປົກຄອງແຂວງ, ທ່ານຫົວໜ້າຍຸຕິທຳແຂວງ  ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ຈາກແຂວງພາກກາງ ແລະ ພາກໃຕ້ ເຂົ້າຮ່ວມຈຳນວນ 300 ກວ່າທ່ານ. ກອງປະຊຸມຄັ້ງນີ້ ຈັດຂື້ນເພື່ອຍົກສູງຄວາມຮູ້ຄວາມສາມາດ ແລະ ສ້າງຄວາມເຂົ້າໃຈ ກ່ຽວກັບຫຼັການ, ລະບຽບການ ແລະ ຂັ້ນຕອນການສ້າງ ແລະ ປັບປຸງນິຕິກຳຂັ້ນທ້ອງຖີ່ນ ໃຫ້ແກ່ຜູ້ຊີ້ນຳ​ ແລະ ພະນັກງານ ໂດຍສະເພາະວຽກງານການສ້າງນິຕິກຳໃຕ້ກົດໝາຍຂັ້ນທ້ອງຖິ່ນ.  

 ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງ ແລະ ຮຽນຮູ້ກກ່ຽວກັບ 9 ຫົວຂໍ້ ຄື: ການສ້າງຕິນິກຳ ຢູ່ຂັ້ນທ້ອງຖິ່ນ;  ຂັ້ນຕອນ ແລະ ວິທີການສົ່ງຮ່າງກົດໝາຍໃຫ້ສະພາປະຊາຊົນ ຂັ້ນແຂວງ ໄປປຶກສາຫາລືກັບປະຊາຊົນ;  ການເປັນເສນາທິການໃຫ້ລັດຖະບານ ຂອງ ຫສນຍ ໃນການສ້າງ ແລະ ປັບປຸງນິຕິກຳ;  ການໂຄສະນາເຜີຍແຜ່ນິຕິກໍາ; ການຕິດຕາມກວດກາ ການຈັດຕັ້ງປະຕິບັດ ນິຕິກໍາ ຢູ່ສະພາປະຊາຊົນ ຂັ້ນແຂວງ; ການພິຈາລະນາຮັບຮອງເອົານິຕິກໍາ ຂອງທ້ອງຖິ່ນ (ນະຄອນຫຼວງວຽງຈັນ, ແຂວງຄຳມ່ວນ ແລະ ແຂວງຈຳປາສັກ); ຜັນຂະຫຍາຍ ສັນຍາສາກົນ ເປັນນິຕິກຳ ຢູ່ຂັ້ນທ້ອງຖິ່ນ. ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດເຫັນ ແລະ ສົນທະນາແລກປ່ຽນກ່ຽວກັບບົດຮຽນ ແລະ ສິ່ງທ້າທ້າຍໃນການຂະບວນການສ້າງນິຕິກຳ. ກອງປະຊຸມດັ່ງກ່າວແມ່ນໄດ້ຮັບການສະໝັບສະໜູນຈາກແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໄລຍະ 2 (CEGGA II) ແລະ ຮ່ວມມືກັບຄູ່ຮ່ວມງານແຜນງານ CEGGA, ມູນນິທິເວສມິນສເຕີ (WFD).

ແຜນງານເຊກາ (CEGGA) ເປັນຈຸດລິເລີ່ມການຮ່ວມມື ລະຫວ່າງ ລັດຖະບານຂອງສປປລາວ ແລະ ຄູ່ຮ່ວມພັດ ທະນາ“ທີມເອີຣົບ”ເຊີ່ງລວມມີ: ສະຫະພາບເອີຣົບ, ລັດຖະບານເຢຍລະມັນ ແລະ ລັດຖະບານ ສະວິສເຊີແລນ. ຈິໄອແຊັດ (GIZ) ໄດ້ຮັບມອບໝາຍໃຫ້ຈັດຕັ້ງປະຕິບັດ ແຜນງານຮ່ວມກັບກະຊວງພາຍໃນ ແລະ ຄູ່ຮ່ວມງານທີ່ ກ່ຽວຂ້ອງ ເພື່ອໃຫ້ບັນລຸເປົ້າໝາຍລວມໃນການເພີ່ມທະວີການມີສ່ວນຮ່ວມຂອງປະຊາຊົນ ໃນຂະບວນ ການພັດທະນາປະເທດຊາດ ເພື່ອສ້າງໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ. 

        
CEGGA's Donors and Development Partners