ກອງປະຊຸມການສ້າງລັດທີ່ປົກຄອງດ້ວຍກົດໝາຍໃນຂົງເຂດວຽກປົກຄອງ

ແຜນງານ CEGGA II ມີຄົ້ນຄວ້າຍຸດທະສາດໃໝ່ເພື່ອເພີ້ມທະວີ ການມີສ່ວນຮ່ວມຂອງປະຊາຊົນໃນການພັດທະນາສ້າງສາປະເທດຊາດ ໂດຍມີຈຸດເລັ່ງສົ່ງເສີມການປົກຄອງທີ່ດີ, ສິດທິມະນຸດ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ຢູ່ໃນ ສປປ ລາວ ດັ່ງທີ່ລະບຸໄວ້ຢູ່ໃນນະໂຍບາຍ ແລະ ຍຸດທະສາດຂອງລັດຖະບານ.

ເພື່ອໃຫ້ບັນລຸພາລະກິດດັ່ງກ່າວ, ແຜນງານ CEGGA II ໄດ້ເຮັດວຽກກັບທຸກພາກສ່ວນຂອງອົງການລັດທີ່ກ່ຽວຂ້ອງໃນການນຳເອົາຫລັກການຂອງການສ້າງລັດທີ່ປົກຄອງດ້ວຍກົດໝາຍໄປຜັນຂະຫຍາຍຈັດຕັ້ງປະຕິບັດລົງສູ້ລວງເລິກ ເພື່ອຮັບປະກັນ ການເຂົ້າເຖິງ, ຄວາມໂປ່ງໃສ, ແລະຄວາມຮັບຜິດຊອບ ໃນການບໍລິການຂອງລັດ. ຕໍ່ບັນຫາດັ່ງກ່າວ ແຜນງານ CEGGA ຈິ່ງໄດ້ຮ່ວມມືກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ​ເຮັດໂຄງ​ການ​ທົດ​ລອງ​ນຳໃຊ້ຫລັກການຂອງການສ້າງລັດທີ່ປົກຄອງດ້ວຍກົດໝາຍເຂົ້າໃນ​ການ​ບໍລິການລັດຢູ່ລາວ. ຈາກການຄົ້ນຄວ້າທົດລອງດັ່ງກ່າວພວກເຮົາຄາດຫວັງວ່າເຄື່ອງມື ແລະ ວິທີການນີ້ຈະສາມາດຊ່ວຍໃຫ້ອົງການປົກຄອງສາມາດເຫັນໄດ້ເຖີງຂໍ້ຂາດຕົກຈຸດບົກຜ່ອງໃນເວລາໃຫ້ບໍລິການທີ່ອາດອຸບປະສັກຂັດຂວາງໃນການປະຕິບັດວຽກງານຂອງຕົນ ໃນການຮັບປະກັນ ສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນຕາມທີ່ໄດ້ກຳນົດໄວ້ໃນແນວທາງ ແລະ ລະບຽບກົດໝາຍຂອງລັດ. ຍິ່ງໄປກວ່ານັ້ນ​ນັ້ນ, ເຄື່ອງມື ແລະ ວິທີການທີ່່ນຳໃຊ້ການຄົ້ນຄວ້ານີ້ຍັງຈະປະກອບສ່ວນຍົກສູງປະສິດທິພາບ​ຍຸດ​ທະ​ສາດ​ຂອງອົງກອນ ເພື່ອຮັບປະກັນ ມາດ​ຕະ​ຖານ​ຂອງການສ້າງລັດທີ່ປົກຄອງກົດໝາຍໃນ ສປປ ລາວ.

ເພື່ອເຮັດໃຫ້ລະດັບຄາດໝາຍດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດ, ແຜນງານ CEGGA II ຈິ່ງໄດ້ຈັດກອງປະຊຸມສຳມະນາກ່ຽວກັບການສ້າງລັດທີ່ປົກຄອງດ້ວຍກົດໝາຍໃນຂົງເຂດວຽກປົກຄອງຂື້ນ ເປັນເວລາ 2 ວັນ ແຕ່ວັນທີ 27 ຫາ 28 ມີນາ 2024. ກອງປະຊຸມດັ່ງກ່າວໄດ້ເປີດເວທີສົນທະນາແລກປ່ຽນບົດຮຽນຮ່ວມກັນເພືື່ອຮັບປະກັນເຮັດໃຫ້ການນຳເອົາວິທີການ ແລະ ເຄື່ອງມືຂອງການສ້າງລັດທີ່ປົກຄອງດ້ວຍກົດໝາຍໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ໂດຍມີຜູ້ຕາງໜ້າຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຳນວນ 15 ທ່ານ ພ້ອມດ້ວຍກະຊວງຍຸຕິທຳ ແລະ ກະຊວງພາຍໃນເຂົ້າຮ່ວມໃນການປຶກສາຫາລືຄົ້ນຄວ້າໃນຄັ້ງນີ້. ໃນກອງປະຊຸມ​ຜູ້​ເຂົ້າ​ຮ່ວມ​ໄດ້ມີການຄົ້ນຄວ້າ​ປຶກສາ​ຫາລື ​ແລະ ​ແລກປ່ຽນກັນຢ່າງເຂັ່ງຮ້ອນເພື່ອຮັບປະກັນເຮັດໃຫ້ການນຳເອົາ​ທິດ​ສະ​ດີຂອງການສ້າງລັດທີ່ປົກຄອງດ້ວຍກົດໝາຍປະກອບສ່ວນ ຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງວຽກງານການບໍລິຫານລັດ.

ແຜນງານເຊກາ (CEGGAແມ່ນການຮ່ວມມືລະຫວ່າງ ລັດຖະບານຂອງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ “ທີມເອີຣົບ”  ເຊີ່ງລວມມີ: ລັດຖະບານສະວິສເຊີແລນ ແລະ ລັດຖະບານເຢຍລະມັນ ແລະ ສະຫະພາບ ເອີຣົບ ໂດຍມອບໝາຍໃຫ້ ຈິໄອແຊັດ (GIZ) ເປັນຜູ້ຮັບຊອບໃນການຈັດຕັ້ງປະຕິບັດແຜນງານຮ່ວມກັບກະຊວງພາຍໃນ ແລະ ຄູ່ຮ່ວມງານທີ່ກ່ຽວຂ້ອງ ເພື່ອໃຫ້ບັນລຸເປົ້າໝາຍລວມໃນການເພີ່ມທະວີການມີສ່ວນຮ່ວມຂອງປະຊາຊົນໃນຂະບວນການພັດທະນາສ້າງສາປະເທດຊາດ ດ້ວຍການສົ່ງເສີມການປົກຄອງທີ່ດີ, ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ສິດທິມະນຸດ.