1972.3021.2

ຮ່ວມມືກັນເພື່ອການປົກຄອງທີ່ດີ ໃນ ສປປ ລາວ

SFF-EZM Vorbereitung und Durchführung Lateinamerika-Karibik-Woche 2022
Client
BMZ-DG
Country
LATIN AMERICA
Runtime
Contact
Contact us
ຊາວບ້ານໄດ້ແລກປ່ຽນ ແລະ ຮຽນຮູ້ການນຳໃຊ້ຢາຂ້າຫຍ້າ, ແຂວງ ຊຽງ.
© GIZ/Phoonsab
ນໍາໃຊ້ການສຶກສາໃນຮູບແບບຄຣີນິກກົດໝາຍເພື່່່ອສົ່ງເສີມການເຂົ້າເຖິງຄວາມຍຸຕິທຳໃນແຂງຄຳມ່ວນ.
© BABSEACLE / Vilasone

ຄວາມເປັນມາ

ລັດຖະບານແຫ່ງ ສປປ ລາວ ໄດ້ສຸມໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ການປົກຄອງທີ່ດີ, ໂດຍແນໃສ່ ການສ້າງທີ່ປົກຄອງດ້ວຍກົດໝາຍ ແລະ ຫຼັກປະຊາທິປະໄຕ. ອີງໃສ່ການປັບປຸງລັດຖະທຳມະນູນ, ການສ້າງກົດໝາຍໃໝ່ ແລະ ດຳລັດຕ່າງໆ ເພື່ອເຮັດໃຫ້ປະຊາຊົນ ແລະ ອົງການຈັດຕັ້ງສັງຄົມ ໃນການພັດທະນາການພົບພັນກັບພາກລັດ. ພ້ອມດ່ຽວກັນນັ້ນ, ສະມາຊິກສະພາ ແລະ ພະນັກງານລັດທະກອນໄດ້ຮັບຮູ້ເຖິງບົດບາດ ແລະ ນຳເອົາປະຊາຊົນໃນການພັດທະນາແບບມີສ່ວນຮ່ວມ ແລະ ໄລຍະຍາວຢ່າງມີປະສິດທິພາບ.  

ແຜນງານການມີສ່ວນຮ່ວມຂອງປະຊາຊົນ ຕໍ່ວຽກງານການປົກຄອງທີ່ດີ ແລະ ສ້າງລັດທີ່ປົກຄອງດ້ວຍກົດໝາຍ(CEGGA)ມີບົດບາດທີ່ສຳຄັນໃນຄວາມພະຍາຍາມດັ່ງກ່າວ. ແຜນງານ CEGGA ແນ່ໃສ່ການເພີ່ມທະວີການປົກຄອງທີ່ດີ ແລະ ການມີສ່ວນຮ່ວມຂອງປະຊາຊົນໃນ ສປປ ລາວ.

ຈຸດປະສົງ

ການພົວພັນພາຍໃນລັດ-ປະຊາຊົນ ໄດ້ຮັບການສົ່ງເສີມເພື່ອການພັດທະນາປະເທດຊາດແບບມີສ່ວນຮ່ວມ ແລະ ໄລຍະຍາວໃນ ສປປ ລາວ.

ເປົ້າໝາຍ

ແຜນງານ CEGGA ບັນລຸເປົ້າໝາຍດັ່ງນີ້:

  • ສົ່ງເສີມການພົວພັນລະຫວ່າງອົງການຈັດຕັ້ງສັງຄົມ ແລະ ອົງການຈັດຕັ້ງລັດ ໂດຍການສະໜັບສະໜູນບັນດາອົງການຈັດຕັ້ງສັງຄົມເປັນຄູ່ຮ່ວມງານໃນການພັດທະນາ, ໂດຍການນຳໃຊ້ເຄືອງມືດິຈິຕອລ ຊ່ວຍໃນຂະບວນການລົງທະບຽນສະມາຄົມໃຫ້ດີຍິ່ງຂື້ນ ແລະ ໃຫ້ການສະໜັບສະໜູນອົງການຈັດຕັ້ງສັງຄົມໃນການເຮັດວຽກກັບຂັ້ນຊຸມຊົນໃຫ້ມີປະສິດທິພາບ.

  • ສົ່ງເສີມຂະບວນການມີສ່ວນຮ່ວມຂອງປະຊາຊົນໃນວຽກງານຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໂດຍອຳນວຍຄວາມສະດວກເຄື່ອງມືການມີສ່ວນຮ່ວມຂອງປະຊາຊົນ ທີ່ຕິດພັນກັບບົດບາດຍິງ-ຊາຍ ລວມໄປເຖີງການນຳໃຊ້ເຄື່ອງມືດິຈິຕອລໃນວຽກງານດັ່ງກ່າວ. ພ້ອມທັງສ້າງຄວາມເຂັມແຂງແກ່ກົນໄກສະໜອງຂໍ້ມູນຄວາມຕ້ອງການໃນຫົວຂໍ້ທີ່ເນັ້ນໃສ່ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການມີສ່ວນຮ່ວມຂອງສັງຄົມ, ການປົກປັກຮັກສາ ສິ່ງແວດລ້ອມ ແລະ ສິດທິຂອງກຸ່ມຜູ້ດ້ອຍໂອກາດ. 

  • ສ້າງຄວາມເຂັ້ມແຂງການເຂົ້າເຖິງຂະບວນການຄວາມຍຸຕິທຳໃຫ້ແກ່ປະຊາຊົນ ເຊິ່ງໄດ້ສົ່ງເສີມວຽກງາານການເຂົ້າເຖິງຄວາມຍຸຕິທໍາ, ກຳນົດຍຸດຖະສາດເພື່ອເຂົ້າເຖິງແມ່ຍິງ ແລະ ກຸ່ມຜູ້ດ້ອຍໂອກາດ. ນອກຈາກນີ້ແຜນງານ CEGGA ຍັງໄດ້ສົ່ງເສີມວຽກງານການສຶກສາທາງດ້ານກົດໝາຍແບບຄລີນິກເພື່ອເຮັດໃຫ້ປະຊາຊົນໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍໄດ້ດີຍິ່ງຂື້ນ ແລະ ປະກອບສ່ວນ​ປັບປຸງວຽກງານການປູກຈິດສຳນຶກກ່ຽວກັບຫຼັກການສ້າງລັດທີ່ປົກຄອງດ້ວຍກົດໝາຍໃນ​ຂົງເຂດວຽກປົກຄອງ.

ຍົກຂີດຄວາມສາມາດດ້ານອົງກອນຄະນະການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການປົກຄອງ ແລະ ການຄ້າ, ນະຄອນຫຼວງວຽງຈັນ.
© GIZ / Oulannasin

ລົງວັນທີ: ເດືອນເມສາ 2024

Further Project Information

CRS code
43081

Financing organisation
BMZ

Responsible organisational unit
7140 Asien, Pazifik, Lateinamerika, Karibik

Financial commitment for the actual implementation phase
279,309 €

Loading