Country flag Laos

Lao

  • Agriculture and nutrition
  • Sustainable infrastructure
  • Social development

The Deutsche Gesellschaft für Internationale Zusammenarbeit (GIZ) GmbH ເລີ່ມເຄື່ອນໄຫວວຽກງານ ໃນປະເທດລາວ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ) ໃນນາມຕາງໜ້າ ລັດຖະບານເຢຍລະມັນ ນັບຕັ້ງແຕ່ປີ ຄສ 1993.

ເຖິງແມ່ນວ່າ ປະເທດລາວຈະມີການຈະເລີນເຕີບໂຕ ທາງດ້ານເສດຖະກິດ ທີ່ເຂັ້ມແຂງ ແລະ ຍັງຄົງມີລາຍຮັບທີ່ເພີ່ມຂຶ້ນໃນປີທີ່ຜ່ານມາ, ແຕ່ປະເທດລາວຍັງນອນຢູ່ໃນກຸ່ມປະເທດດ້ອຍພັດທະນາ (LDCs). ປັດໃຈໜຶ່ງແມ່ນເນື່ອງມາຈາກເສດຖະກິດຂອງປະເທດລາວຍັງບໍ່ມີຄວາມຫຼາກຫຼາຍ, ເຊິ່ງສຸມໃສ່ພຽງແຕ່ຂະແໜງການສົ່ງອອກພະລັງງານ ແລະ ບໍ່ແຮ່. ຂະແໜງການເຫຼົ່ານີ້ເປັນພຽງສ່ວນໜຶ່ງທີ່ສ້າງວຽກເຮັດງານທໍາ: ປະຊາກອນປະມານ 3 ໃນ 4 ແມ່ນປະກອບອາຊີບກະສິກຳ: ຫລາຍກວ່າ 18 % ຍັງດໍາລົງຊີວິດຕໍ່າກວ່າເສັ້ນຄວາມທຸກຍາກ, ເຊິ່ງປະຊາກອນຢູ່ເຂດຊົນນະບົດ ແມ່ນໄດ້ຮັບຜົນກະທົບຫຼາຍທີ່ສຸດ. ຄວາມຕ້ອງການທີ່ດິນເພື່ອພັດທະນາພື້ນຖານໂຄງລ່າງ ແລະ ທຸລະກິດກະສິກຳຂະໜາດໃຫຍ່ ສ້າງຄວາມສ່ຽງທີ່ຈະສູນເສຍການເຂົ້າເຖິງ ທີ່ດີນດ້ານກະສິກຳ ແລະ ຊັບພະຍາກອນທຳມະຊາດອື່ນໆ, ການຈ້າງງານໃນຂົງເຂດຊົນນະບົດ ທີ່ນອກເໜືອຈາກການປູກຝັງກໍຍັງມີໜ້ອຍ. ລາວ​ຍັງ​ຕ້ອງ​ປັບປຸງ​ລະດັບ​ການ​ຝຶກ​ອົບຮົມໃນຂັ້ນວິຊາການ ​ແລະ ​ໃຫ້​ພາກ​ເອກະ​ຊົນ ​ມີສ່ວນ​ຮ່ວມ​ໃນ​ການ​ພັດທະນາ​ເສດຖະກິດ ​ແລະ ສັງຄົມ​ຂອງ​ປະ​ເທດ​ຕື່ມ​ອີກ. ​ໃນ​ຖານະ​ທີ່​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ (WTO) ​ແລະ ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ (AEC), ລັດຖະບານລາວ ມີຫຼາຍຊ່ອງທາງເພື່ອບັນລຸເປົ້າໝາຍການຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາພາຍໃນປີ 2024.

ການເຄື່ອນໄຫວວຽກງານຂອງ GIZ ໃນປະເທດລາວ ແມ່ນໃນນາມຕາງໜ້າໃຫ້ແກ່ ກະຊວງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ເຢຍລະມັນ (BMZ) ແລະ ໄດ້ສຸມໃສ່ 2 ຂົງເຂດບູລິມະສິດຄື:

  • ການພັດທະນາຊົນນະບົດ
  • ການພັດທະນາເສດຖະກິດແບບຍືນຍົງ

GIZ ໄດ້ສະໜັບສະໜູນລັດຖະບານລາວ ໃນການພັດທະນາລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງກັບນະໂຍບາຍທີ່ດິນ ແລະ ສິດທິທີ່ດິນ. ສິດທິໃນການນຳໃຊ້ທີ່ດິນໃນເຂດຊົນນະບົດຊ່ວຍໃຫ້ປະຊາຊົນປັບປຸງສະຖານະ ດ້ານກົດໝາຍ ແລະ ເສດຖະກິດ ຂອງເຂົາເຈົ້າ. ນອກຈາກນີ້ GIZ ຍັງໄດ້ໃຫ້ຄຳແນະນຳລັດຖະບານ ກ່ຽວກັບປ່າໄມ້ແບບຍືນຍົງ ແລະ ການຄຸ້ມຄອງເຂດປ່າສະຫງວນທີ່ມີປະສິດທິຜົນ ​ເພື່ອ​ແນ​ໃສ່ການ​ສະກັດ​ກັ້ນ​ການ​ຕັດ​ໄມ້​ທຳລາຍ​ປ່າ ​ແລະ ການ​ສູນ​ເສຍ​ຊີວະ​ນາໆ​ພັນ ​ແລະ ຊຸກຍູ້​ການ​ປະຕິບັດ​ກົນ​ໄກ​ຫຼຸດຜ່ອນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໂລກ.

ເພື່ອຊ່ວຍໃຫ້ ເສດຖະກິດມີການຂະຫຍາຍໂຕແບບຍືນຍົງ, GIZ ໄດ້ສະໜັບສະໜູນປະເທດລາວ ໃນຂົງເຂດການຝຶກອົບຮົມວິຊາຊີບ ໂດຍອີງຕາມຄວາມຕ້ອງການຂອງຕະຫຼາດແຮງງານ. ໃນຂົງເຂດການເງິນ ພວກເຮົາຊ່ວຍແນະນຳແນວທາງການອຳນວຍຄວາມສະດວກໃນການ ເຂົ້າ​ເຖິງ​ເງິນ​ກູ້​ ແລະ ​ການ​ບໍລິການ​ດ້ານ​ການ​ເງິນ​ອື່ນໆ, ເສີມສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ບັນດາ​ສະ​ຖາ​ບັນ, ພັດທະນາຮ່າງກົດໝາຍ, ປັບປຸງ​ຄວາມ​ຮູ້​ດ້ານ​ການ​ເງິນ​ໃຫ້ແກ່ ​ແມ່ຍິງ ​ແລະ ຜູ້​ຊາຍ​ ຢູ່​ເຂດ​ຊົນນະບົດ.         

GIZ ຍັງໄດ້ສະໜັບສະໜູນໂຄງການທີ່ມີການຮ່ວມທຶນກັບ ສະຫະພາບເອີຣົບ ແລະ ສະວິດເຊີແລນ ທີ່ສົ່ງເສີມການປົກຄອງທີ່ດີ, ລະບຽບກົດໝາຍ ແລະ ອົງການຈັດຕັ້ງທາງສັງຄົມ. ນອກຈາກນີ້ GIZ ໄດ້ໃຫ້ການສະໜັບສະໜູນວຽກງານຂອງ ຄະນະກໍາມາທິການແມ່ນ້ຳຂອງສາກົນ (MRC) ໃນການການຄຸ້ມຄອງແມ່ນໍ້າຂ້າມຊາຍແດນ.

Country flag Laos

Laos in brief

Total population
7.77m
HDI Rank
147
GDP per capita
$2.12k
Rural population
61.1%

GIZ local staff

As of: 31.12.2024

  • 203 National employees
  • 31 International employees
  • 2 Development workers
  • 2 Integrated experts

Projects in this country

Bjoern Surborg
Country Director
GIZ Office Vientiane
373/18 Watnak Nyai Road Thaphalanxay Village Sisattanak District
Vientiane Capital
Lao People’s Democratic Republic
+856-21 353605
Postal address
P.O. Box 9233
Vientiane Capital
Laos
Loading